ຮອງ ລມຕ ແນະນຳໃຫ້ບູລະນະສ້ອມແປງຄືນ ພະພຸດທະຮູບທີ່ຊຸດໂຊມ-ເປ່ເພ

ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ຄະ­ນະ ລົງ​ຢ້ຽມ­ຢາມ​ສະ­ຖານ­ທີ່​ທ່ອງ​ທ່ຽວ ສວນ​ວັດ­ທະ­ນະ­ທຳ​ຊຽງ​ຄວນ ວັນ​ທີ 18 ກໍ­ລະ­ກົດ 2020 ໂດຍ​ໄດ້​ຮັບ​ການ​ຕ້ອນ­ຮັບ​ຈາກ​ທ່ານ​ນາງ ສ້ອຍ​ສຸ­ດາ ອິນ​ເມືອງ​ໄຊ ຜູ້​ສຳ​ປະ­ທານ​ສວນ​ວັດ­ທະ­ນະ­ທຳ​ຊຽງ​ຄວນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ.

ທ່ານ​ຮອງ​ລັດ­ຖະ­ມົນ­ຕີ ພ້ອມ​ຄະ­ນະ ໄດ້​ທ່ຽວ​ຊົມ​ແຕ່​ລະ​ຈຸດ​ຢູ່​ພາຍ​ໃນ​ສວນ ໂດຍ​ສະ­ເພາະ​ຈຸດ​ທີ່​ໄດ້​ຮັບ​ການ​ປັບ­ປຸງ ແລະ ກຳ­ລັງ​ປັບ­ປຸງ​ບູ­ລະ­ນະ​ຄືນ­ໃໝ່ ເປັນ­ຕົ້ນ​ການ​ກໍ່­ສ້າງ​ປະ­ຕູ­ໂຂງ ກຳ­ແພງ​ອ້ອມ​ສວນ ການ​ປະ­ຕິ­ສັງ­ຂອນ​ພະ​ພຸດ​ທະ​ຮູບ ວັດ­ຖຸ­ບູ­ຮານ ປັບ­ປຸງ ແລະ ກໍ່­ສ້າງ​ເສັ້ນ­ທາງ​ຍ່າງ​ພາຍ​ໃນ​ສວນ ກໍ່­ສ້າງ​ສວນ​ສາ­ທາ­ລະ­ນະ ຮ້ານ​ອາ­ຫານ ບ່ອນ​ຫຼີ້ນ​ເດັກ­ນ້ອຍ ຕູບ​ພັກ​ເຊົາ ສະ­ຖານ­ທີ່​ຈອດ​ລົດ ແລະ ອື່ນໆ ເຊິ່ງ​ປັດ­ຈຸ­ບັນ ວຽກ​ການ​ປັບ­ປຸງ​ມີ​ຄວາມ​ຄືບ​ໜ້າ 70% ໂດຍ​ໄລ­ຍະ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ສວນ​ກໍ​ໄດ້​ປິດ​ບໍ­ລິ­ການ​ຊົ່ວ­ຄາວ ແລະ ໄດ້​ເປີດ​ບໍ­ລິ­ການ​ຄືນ​ວັນ​ທີ 30 ມິ­ຖຸ­ນາ 2020 ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຊົມ​ຫຼາຍ​ສົມ­ຄວນ ສະ­ເພາະ​ເທ​ສະ­ການ​ບຸນ​ເຂົ້າ​ພັນ​ສາ­ມີ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ເຂົ້າ​ທ່ຽວ​ຊົມ 800 ຄົນ ສ່ວນ​ວັນ​ເສົາ-ວັນ​ທິດ ປະ­ມານ 400-500 ຄົນ.

ທ່ານ​ນາງ ສ້ອຍ​ສຸ­ດາ ອິນ​ເມືອງ​ໄຊ ກ່າວ​ວ່າ: ສວນ​ວັດ­ທະ­ນະ­ທຳ​ຊຽງ​ຄວນ ມີ​ເອ­ກະ­ລັກ​ພິ­ເສດ ແລະ ແຕກ​ຕ່າງ​ຈາກ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ອື່ນ ເປັນ­ຕົ້ນ​ມີ​ພະ​ພຸດ​ທະ​ຮູບ​ປາງ​ຕ່າງໆ​ທີ່​ມີ​ຄວາມ​ເກົ່າ​ແກ່​ເປັນ​ຈຳ­ນວນ​ຫຼາຍ ມີ​ທັງ​ພະ​ພຸດ​ທະ​ຮູບ​ນ້ອຍ ແລະ ໃຫຍ່ ນອກ​ນີ້​ຍັງ​ມີ​ຮູບ​ປັ້ນ​ຈຳ­ລອງ​ກ່ຽວ​ກັບ​ນະ­ລົກ ສະ­ຫວັນ ທີ່​ເປັນ​ເອ­ກະ­ລັກ ແລະ ຫຼາຍ​ຄົນ​ໃຫ້​ຄວາມ​ສົນ­ໃຈ​ເຂົ້າ​ມາ​ທ່ຽວ​ຊົມ ແລະ ຖ່າຍ­ຮູບ​ຢູ່​ຊັ້ນ​ສູງ​ສຸດ.

ໂອ­ກາດ​ນີ້ ທ່ານ​ຮອງ​ລັດ­ຖະ­ມົນ­ຕີ ກໍ​ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ການ​ພັດ­ທະ­ນາ​ສວນ ທີ່​ສອດ­ຄ່ອງ​ກັບ​ລວ­ດລາຍ ແລະ ວັດ­ທະ­ນະ­ທຳ​ທີ່​ເປັນ​ເອ­ກະ­ລັກ​ຂອງ​ລາວ ແລະ ກົມ​ກືນ​ກັບ​ພື້ນ​ທີ່​ມໍ­ລະ­ດົກ​ເກົ່າ ພ້ອມ​ນີ້ ທ່ານ​ຍັງ​ໄດ້​ແນະ­ນຳ​ໃຫ້​ບູ­ລະ­ນະ​ສ້ອມ­ແປງ​ພະ​ພຸດ​ທະ​ຮູບ​ອົງ​ທີ່​ມີ​ຄວາມ​ຊຸດ­ໂຊມ ແຕກ​ຫັກ ໃຫ້​ກັບ​ຄືນ​ສູ່​ສະ­ພາບ​ເດີມ ເພື່ອ​ກະ­ກຽມ​ນຳ​ເອົາ​ສະ­ຖານ­ທີ່​ສວນ​ວັດ­ທະ­ນະ­ທຳ​ຊຽງ​ຄວນ ເຂົ້າ​ເປັນ​ມໍ­ລະ­ດົກ​ລະ­ດັບ​ຊາດ​ໃນ​ໄວໆ​ນີ້.

error: Content is protected !!