ເຊີນຊວນເປັນເຈົ້າພາບ-ເຈົ້າສັດທາ ສະເຫຼີມສະຫຼອງຮູບປັ້ນຫຼໍ່ ພະເຈົ້າໄຊເຊດຖາທິລາດ

ໂຄງ­ການ​ຮູບ​ປັ້ນ​ຫຼໍ່ ອະ­ນຸ­ສາ­ວະ­ລີ​ພະ​ເຈົ້າ​ໄຊ​ເຊດ​ຖາ ແມ່ນ​ບໍ­ລິ­ສັດ ວັງ​ຕັດ ຂຸດ​ຄົ້ນ​ບໍ່​ແຮ່ ຈຳ­ກັດ ເປັນ​ຜູ້​ລິ​ເລີ່ມ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ກ່ອນ ຈາກ​ນັ້ນ ກໍ​ໄດ້​ມີ​ຜູ້​ທີ່​ມີ​ຈິດ­ໃຈ​ເຫຼື້ອມ​ໃສ​ສັດ­ທາ ປະ­ກອບ­ສ່ວນ​ດ້ານ​ທອງ­ແດງ​ເພື່ອ​ຫຼອມ​ຮູບ​ປັ້ນ​ໃຫ້​ມີ​ຄວາມ​ສວຍ​ງາມ ມູນ​ຄ່າ 39 ຕື້​ກີບ ປັດ­ຈຸ­ບັນ ຮູບ​ປັ້ນ​ຫຼໍ່​ອະ­ນຸ­ສາ­ວະ­ລີ​ພະ​ເຈົ້າ​ໄຊ​ເຊດ​ຖາ​ທິ​ລາດ ໄດ້​ສຳ­ເລັດ ແລະ ເລີ່ມ​ຈັດ​ງານ​ສະ­ເຫຼີມ­ສະ­ຫຼອງ​ແຕ່​ວັນ​ທີ 21-26 ກໍ­ລະ­ກົດ 2020 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ນຳ­ໄປ​ປະ­ດິດ­ສະ­ຖານ​ທີ່​ສວນ​ອະ­ນຸ­ສາ­ວະ­ລີ​ເຈົ້າ​ໄຊ​ເຊດ​ຖາ ບ້ານ​ຫາດ​ຊາຍ​ຂາວ ເມືອງ​ໄຊ​ເສດ​ຖາ ແຂວງ​ອັດ​ຕະ​ປື.

ທ່ານ ອຸ່ນ​ຫຼ້າ ໄຊ​ຍະ​ສິດ ຮອງ​ເຈົ້າ­ແຂວງ​ອັດ​ຕະ​ປື ເປັນ​ຜູ້​ຮັບ­ຜິດ­ຊອບ​ໂຄງ­ການ​ກໍ່­ສ້າງ​ອະ­ນຸ­ສາ­ວະ­ລີ​ພະ​ເຈົ້າ​ໄຊ​ເຊດ​ຖາ​ທິ​ລາດ ຢູ່​ແຂວງ​ອັດ​ຕະ​ປື ໃຫ້​ສຳ­ພາດ​ວັນ​ທີ 17 ກໍ­ລະ­ກົດ 2020 ວ່າ: ໂຄງ­ການ​ກໍ່­ສ້າງ​ຮູບ​ປັ້ນ​ຫຼໍ່​ພະ​ເຈົ້າ​ໄຊ​ເຊດ​ຖາ​ທິ​ລາດ ເປັນ​ໂຄງ­ການ​ລະ­ດັບ​ຊາດ ໄດ້​ເລີ່ມ​ຄົ້ນ­ຄວ້າ​ດ້ານ​ເນື້ອ​ໃນ ຮູບ​ແບບ ແລະ ການ​ຄິດ­ໄລ່​ອອກ​ແບບ​ຕ່າງໆ​ແຕ່​ປີ 2014 ເປັນ­ຕົ້ນ​ມາ ປັດ­ຈຸ­ບັນ ການ​ກໍ່­ສ້າງ​ພື້ນ​ທີ່​ສວນ​ອະ­ນຸ­ສາ­ວະ­ລີ​ຢູ່​ແຂວງ​ອັດ​ຕະ​ປື ສຳ­ເລັດ​ຂັ້ນ​ພື້ນ­ຖານ ໂດຍ​ສະ­ເພາະ​ໄດ້​ສ້າງ​ແທ່ນ​ຕັ້ງ​ອະ­ນຸ­ສາ­ວະ­ລີ​ພະ​ເຈົ້າ​ໄຊ​ເຊດ​ຖາ​ທິ​ລາດ ທີ່​ເຮັດ​ດ້ວຍ​ການ​ເທ​ທອງ​ຫຼໍ່ ຮູບ​ປັ້ນ​ຫຼໍ່​ແມ່ນ​ຊົງ​ປະ​ທັບ​ຊ້າງ​ປະ­ທານ​ພອນ ນັ່ງ​ກ່ຽງ​ຊ້າງ ຫຼື ນັ່ງ​ເທິງ​ແຍ່ງ​ເທິງ​ຫຼັງ​ຊ້າງ ທີ່​ມີ​ນ້ຳ­ໜັກ​ທອງ­ເຫຼືອງ 18 ໂຕນ ສຳ­ເລັດ 100% ແລະ ກຳ­ລັງ​ກະ­ກຽມ​ເຄື່ອນ​ຍ້າຍ​ຮູບ​ປັ້ນ​ຫຼໍ່​ໄປ​ສູ່​ແຂວງ​ອັດ​ຕະ​ປື.

ຈຸດ­ປະ­ສົງ​ການ​ສ້າງ​ຮູບ​ປັ້ນ​ຫຼໍ່​ພະ​ເຈົ້າ​ໄຊ​ເຊດ​ຖາ ເພື່ອ​ເປັນ​ການ​ຈາ­ລຶກ​ຄຸນ­ງາມ­ຄວາມ­ດີ ວິ­ລະ​ກຳ​ຂອງ​ພະ​ເຈົ້າ​ໄຊ​ເຊດ​ຖາ​ທິ​ລາດ  ທີ່​ໄດ້​ນຳ­ພາ​ຕໍ່­ສູ້​ປົກ​ປັກ​ຮັກ­ສາ​ອາ­ນາ­ຈັກ​ລ້ານ​ຊ້າງ ໃນ​ເວ­ລາ​ທີ່​ສະ­ພາບ​ແວດ​ລ້ອມ​ມີ​ຄວາມ​ຫຍຸ້ງ­ຍາກ ເຊິ່ງ​ທ່ານ​ເປັນ​ຜູ້​ໜຶ່ງ​ທີ່​ມີ​ຄວາມ​ປີ​ຊາ​ສາ­ມາດ ກໍ່­ສ້າງ​ກຳ­ລັງ​ທັບ ສິ­ລະ​ປະ​ຍຸດ­ທະ­ວິ­ທີ​ກໍ່­ສ້າງ​ກຳ­ລັງ ສະ­ແດງ​ອອກ​ໃນ​ການ​ປົກ​ປ້ອງ​ນະ­ຄອນ­ຫຼວງ​ວຽງ​ຈັນ​ຈາກ​ການ​ຮຸກ​ຮານ​ຂອງ​ສັກ​ດີ​ນາ​ໃນ​ເວ­ລາ​ນັ້ນ ອັນ​ພົ້ນ​ເດັ່ນ​ອີກ​ອັນ​ໜຶ່ງ ທ່ານ​ໄດ້​ເຮັດ​ວຽກ​ງານ​ການ­ເມືອງ ແລະ ການ​ປົກ­ຄອງ​ທີ່​ມີ​ຄວາມ​ເຂັ້ມ­ແຂງ ສາ­ມາດ​ພົວ­ພັນ​ຮ່ວມ​ມື​ກັບ​ຕ່າງ­ປະ­ເທດ​ຢ່າງ​ກວ້າງ­ຂວາງ ເພື່ອ​ຮັດ​ແໜ້ນ​ຄວາມ​ສາ­ມັກ­ຄີ ນອກ​ນີ້ ເປັນ​ບ່ອນ​ສຶກ​ສາ​ຄົ້ນ­ຄວ້າ​ຮ່ຳ­ຮຽນ​ເອົາ​ມູນ­ເຊື້ອ​ພິ­ລາດ​ອາດ​ຫານ​ໃຫ້​ລູກ​ແກ່​ຫຼານ​ທີ່​ເກີດ​ໃໝ່​ໃຫຍ່​ລຸນ​ໄດ້​ສືບ​ທອດ​ຕໍ່​ໄປ.

ພຣະ​ຍອດ​ຄຳ​ພັດ​ທະ​ຣະ​ເກ­ສີ  ດຳ​ຣົງ ພິມ​ມະ​ຈັກ ຄະ­ນະ​ບໍ­ລິ­ຫານ​ງານ​ປະ­ຈຳ­ການ  ຫົວ­ໜ້າ​ຫ້ອງ­ການ​ບໍ­ລິ­ຫານ​ງານ ຫົວ­ໜ້າ​ກຳ­ມາ​ທິ​ການ​ຕ່າງ­ປະ­ເທດ ສູນ​ກາງ​ອົງ­ການ​ພຸດ​ທະ​ສາ­ສະ­ໜາ​ສຳ­ພັນ ສປປ ລາວ ກ່າວ​ວ່າ: ກ່ອນ​ຈະ​ເຄື່ອນ​ຍ້າຍ​ຮູບ​ປັ້ນ​ຫຼໍ່​ພະ​ເຈົ້າ​ໄຊ​ເຊດ​ຖາ ໄປ​ປະ­ດິດ­ສະ­ຖານ​ຢູ່​ເທິງ​ແທ່ນ​ອະ­ນຸ­ສາ­ວະ­ລີ​ພະ​ເຈົ້າ​ໄຊ​ເຊດ​ຖາ​ຢູ່​ແຂວງ​ອັດ​ຕະ​ປື ຈະ​ໄດ້​ຈັດ​ບຸນ​ສະ­ເຫຼີມ­ສະ­ຫຼອງ​ຄົບ­ງັນ​ຢູ່​ໜ້າ​ຫໍ​ທຳ​ມະ​ສະ­ພາ (ວັດ​ທາດ­ຫຼວງ​ເໜືອ ນະ­ຄອນ­ຫຼວງ​ວຽງ​ຈັນ) ວັນ​ທີ 21-25 ກໍ­ລະ­ກົດ ແຕ່​ເວ­ລາ 8:00 ໂມງ​ເປັນ­ຕົ້ນ​ໄປ ຮັບ​ໂມ­ທະ­ນາ​ທານ ເວ­ລາ 17:00 ໂມງ ສູດ​ປະ­ລິ​ມຸງ­ຄຸນ ຟັງ​ທຳ​ມະ​ເທ­ສະ­ໜາ ເວ­ລາ 19:00 ໂມງ ໄຫວ້​ພະ​ສູດ​ມົນ ຟັງ​ທຳ​ມະ​ເທດ​ສະ​ນາ ແລະ ວັນ​ທີ 26 ກໍ­ລະ­ກົດ ເວ­ລາ 7:00 ໂມງ ພິ­ທີ​ໃສ່​ບາດ​ຖວາຍ​ທານ ພະ­ສົງ 39 ອົງ ຈາກ​ນັ້ນ ໃນ​ບັນ­ດາ​ແຂວງ​ທີ່​ຜ່ານ​ໄປ​ນັ້ນ ຈະ​ມີ​ການ​ປະ­ກອບ​ບຳ­ເພັນ​ກຸ­ສົນ 1 ຄືນ ຄື: ວັນ​ທີ 27 ກໍ­ລະ­ກົດ ເຄື່ອນ​ຍ້າຍ​ໄປ​ແຂວງ​ບໍ​ລິ​ຄຳ​ໄຊ ວັນ​ທີ 28 ກໍ­ລະ­ກົດ ເຄື່ອນ​ຍ້າຍ​ໄປ​ແຂວງ​ຄຳ​ມ່ວນ ວັນ​ທີ 29 ກໍ­ລະ­ກົດ ເຄື່ອນ​ຍ້າຍ​ໄປ​ທີ່​ແຂວງ​ສະ­ຫວັນ​ນະ​ເຂດ ວັນ​ທີ 30 ກໍ­ລະ­ກົດ ເຄື່ອນ​ຍ້າຍ​ໄປ​ແຂວງ​ຈຳ­ປາ​ສັກ ແລະ ວັນ​ທີ 31 ກໍ­ລະ­ກົດ ເຄື່ອນ​ຍ້າຍ​ໄປ​ທີ່​ແຂວງ​ອັດ​ຕະ​ປື ແລະ ຍົກ​ຂຶ້ນ​ພຣະ​ແທ່ນ​ປະ­ດິດ­ສະ­ຖານ​ໄວ້​ພ້ອມ​ບຳ­ເພັນ​ກຸ­ສົນ​ວັນ​ທີ 1 ສິງ­ຫາ 2020 ຈຶ່ງ​ຂໍ​ເຊີນ­ຊວນ​ປະ­ຊາ­ຊົນ ແລະ ການ­ຈັດ­ຕັ້ງ​ທຸກ​ພາກ­ສ່ວນ ທຸກ​ແຂວງ​ທີ່​ຈະ​ຜ່ານ​ໄປ ເປັນ​ເຈົ້າ­ພາບ​ເຈົ້າ​ສັດ­ທາ​ຮ່ວມ​ກັນ ໃນ​ການ​ຕ້ອນ­ຮັບ​ພິ­ທີ​ສະ­ເຫຼີມ­ສະ­ຫຼອງ​ດັ່ງ­ກ່າວ ສຳ­ລັບ​ທ່ານ​ໃດ​ທີ່​ມີ​ຈິດ­ໃຈ​ຢາກ​ໂມ­ທະ­ນາ​ປະ­ກອບ­ສ່ວນ ສາ­ມາດ​ໂມ­ທະ­ນາ​ໄດ້​ຕາມ​ເຫື່ອ­ແຮງ ແລະ ສັດ­ທາ.

error: Content is protected !!