ເມືອງສີໂຄດຕະບອງ ປ່ອຍປາລົງລົງສູ່ທຳມະຊາດ 30 ພັນໂຕ

ເພື່ອ​ເປັນ​ການ​ປູກ​ຈິດ​ສຳ­ນຶກ ສະ­ຕິ​ຮັກ​ທຳ​ມະ​ຊາດ ໃຫ້​ແກ່​ຮຸ່ນ​ລູກຮຸ່ນ​ຫຼານ​ສືບ­ຕໍ່​ໄປ ພ້ອມ​ທັງ​ເຮັດ​ໃຫ້​ທຳ​ມະ​ຊາດ​ນັບ​ມື້​ນັບ​ມີ​ຄວາມ​ສົມ­ບູນ​ຂຶ້ນ​ເລື້ອຍໆ ໂດຍ​ບໍ່​ມີ​ມື້​ເຫືອດ​ຫາຍ ແລະ ດັບ​ສູນ​ໄປ​ຈາກ​ພວກ​ເຮົາ ໃນ​ວັນ​ທີ 10 ກໍ­ລະ­ກົດ 2020 ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ​ສີ​ໂຄດ​ຕະ­ບອງ ສົມ­ທົບ​ກັບ​ອົງ­ການ​ປົກ­ຄອງ​ເມືອງ​ສີ​ໂຄດ​ຕະ­ບອງ ແລະ…

ນາຊາຍທອງ ສົ່ງເສີມຊາວນາປູກເຂົ້າຕາມທິດຫັນເປັນທັນສະໄໝ

ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ຫຼວງ​ວຽງ​ຈັນ (ນວ) ຮ່ວມ​ກັບ​ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ​ນາ​ຊາຍ​ທອງ ຈັດ​ພິ­ທີ​ເປີດ​ຂະ​ບວນ​ປູກ​ເຂົ້າ​ຕາມ​ທິດ​ຫັນ​ເປັນ​ທັນ​ສະ­ໄໝ ແລະ ຫຼຸດ­ຜ່ອນ​ແຮງ​ງານ​ຊາວ­ນາ ທີ່​ບ້ານ​ຫຸມ​ແບ່ງ ໃນ​ວັນ​ທີ 9 ກໍ­ລະ­ກົດ 2020…

ນາຍົກ ລົງຊຸກຍູ້ການຜະລິດເປັນສິນຄ້າ ຂອງເມືອງໄຊທານີ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ຄະ­ນະ ໄດ້​ລົງ​ເຄື່ອນ​ໄຫວ​ຊຸກ­ຍູ້​ຂະ​ບວນ​ການ​ຜະ­ລິດ​ເປັນ​ສິນ­ຄ້າ ຢູ່​ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຖືກ​ຕ້ອນ­ຮັບ​ຈາກ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ຄຳ​ປະ­ດິດ ເຂັມ​ມາ­ນິດ…

ຈຸດທາງເວັ້ນຂົວຂ້າມນ້ຳເຄັມທ່າງ່ອນ ສາມາດໄປມາໄດ້ສະເພາະລົດເບົາ

ທ່ານ ສາຍ​ຄຳ ແພງ​ຄຳ​ມີ ຫົວ­ໜ້າ​ຂະ­ແໜງ​ຊົນ­ລະ­ປະ­ທານ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໃຫ້​ສຳ­ພາດ​ວັນ​ທີ 9 ກໍ­ລະ­ກົດ 2020 ວ່າ: ໃນ​ນາມ​ຜູ້​ຮັບ­ຜິດ­ຊອບ​ໂຄງ­ການ​ກໍ່­ສ້າງ​ປະ­ຕູ​ນ້ຳ​ເຄັມ ບ້ານ​ທ່າ​ສະ­ຫວ່າງ…

ວິທີແກ້ໄຂ ຖ້າບັນຊີ Facebook ຖືກແຮັກ

ກຸ່ມ​ແຮັກ​ເກີ້ ເປັນ​ໄພ​ອັນ­ຕະ­ລາຍ​ຕໍ່​ຜູ້​ຄົນ​ໃນ​ໂລກ​ອອນ​ລາຍ​ແຕ່​ດົນ​ນານ​ແລ້ວ ພວກ​ເຂົາ​ມັກ​ຈະ​ຫາ​ຊ່ອງ​ຫວ່າງ​ໃນ​ລະ­ບົບ​ຄວາມ​ປອດ​ໄພ ໂດຍ​ການ​ແຮັກ​ລະ­ຫັດ ຫາ​ຈຸດ​ອ່ອນ​ຜ່ານ​ຊ່ອງ​ທາງ​ໃນ​ແອັບ​ພິ​ເຄ​ຊັນ​ທີ່​ດາວ​ໂຫຼດ​ມາ ຫຼື ເວບ​ໄຊ ໂປຣ​ແກມ ຊອບ​ແວ ທີ່​ລັກ­ລອບ​ເອົາ​ຂໍ້​ມູນ​ສ່ວນ​ຕົວ ບາງ​ກໍ­ລະ­ນີ​ແມ່ນ​ເຂົ້າ​ທາງ​ລະ­ບົບ​ຄອມ​ພິວ​ເຕີ​ໂດຍ​ກົງ ຄື​ກັບ​ແອັບ​ພິ​ເຄ​ຊັນ​ອື່ນໆ Facebook ສາ­ມາດ​ເປັນ​ເປົ້າ​ໝາຍ​ຂອງ​ກຸ່ມ​ແຮັກ​ເກີ້​ໄດ້​ເຊັ່ນ​ກັນ ພາຍ­ຫຼັງ​ທີ່​ເຂົາ​ແຮັກ​ເຂົ້າ​ລະ­ບົບ​ໄດ້ ເຂົາ​ຈະ​ປ່ຽນ​ຂໍ້​ມູນ​ເພື່ອ​ບໍ່​ໃຫ້​ເຈົ້າ​ຂອງ​ບັນ­ຊີ​ເຂົ້າ​ຄືນ​ໄດ້…

ສອງໂຮງງານ ຈະເລີ່ມຜະລິດຜ້າອັດປາກ ຈຳໜ່າຍຢູ່ພາຍໃນປະເທດ

ໃນ​ວັນ​ທີ 8 ກໍ­ລະ­ກົດ 2020 ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ພ້ອມ​ດ້ວຍ​ຄະ­ນະ ໄດ້​ລົງ​ຕິດ­ຕາມ​ການ​ຜະ­ລິດ​ຜ້າ​ອັດ​ປາກ​ອະ­ນາ­ໄມ ຢູ່​ໂຮງ­ງານ​ຜະ­ລິດ​ຜ້າ​ອັດ​ປາກ​ອະ­ນາ­ໄມ​ໄອ​ໂຊ​ລອຍ ແລະ ໂຮງ­ງານ​ຜະ­ລິດ​ຜ້າ​ອັດ​ປາກ​ອະ­ນາ­ໄມ​ນາ­ນາ​ຊິນ…

6 ເດືອນຕົ້ນປີ ຟຟລ ຈຳໜ່າຍໄຟຟ້າໄດ້ 5.201 ລ້ານກິໂລວັດໂມງ

ກອງ​ປະ­ຊຸມ​ສະ­ຫຼຸບ​ວຽກ​ງານ​ປະ­ຈຳ 6 ເດືອນ​ຕົ້ນ​ປີ ແລະ ແຜນ​ສູ້​ຊົນ 6 ເດືອນ​ທ້າຍ​ປີ 2020 ຂອງ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ (ຟຟລ) ຈັດ​ຂຶ້ນ​ວັນ​ທີ 7 ກໍ­ລະ­ກົດ 2020 ຢູ່​ລັດ​ວິ​ສາ​ຫະ​ກິດ​ດັ່ງ­ກ່າວ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ…

ລາວ ອິນເຕີ ຄລີນິກ ບໍລິການກວດສຸຂະພາບບໍ່ເສຍຄ່າ ໃຫ້ເອື້ອຍນ້ອງແມ່ຍິງ

ເພື່ອ​ເປັນ​ການ​ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ສັງ­ຄົມ ໂດຍ​ສະ­ເພາະ​ຊຸກ­ຍູ້​ສົ່ງ­ເສີມ​ສຸ­ຂະ­ພາບ​ຂອງ​ແມ່­ຍິງ​ລາວ ເນື່ອງ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ຄົບ­ຮອບ 65 ປີ (20/7/1955-20/7/2020) ທີ່​ໝູນ​ມາ​ຄົບ­ຮອບ​ອີກ​ວາ­ລະ​ໜຶ່ງ​ໃນ​ມໍ່ໆ​ນີ້ ເພື່ອ​ເຮັດ​ໃຫ້­ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ດັ່ງ­ກ່າວ ​ໃຫ້​ມີ​ບັນ­ຍາ­ກາດ​ຄືກ­ຄື້ນ​ມ່ວນ­ຊື່ນ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ທີ່​ສຳ­ຄັນ​ນັ້ນ ລາວ ອິນ​ເຕີ ຄລີ​ນິກ ໄດ້​ສືບ­ຕໍ່​ຈັດ​ກິດ­ຈະ­ກຳ​ບໍ­ລິ­ການ​ກວດ​ສຸ­ຂະ­ພາບ…

ໄຂ້ຍຸງລາຍຂ້າຊີວິດເພີ່ມອີກ 1 ຄົນ ທີ່ແຂວງຊຽງຂວາງ

ປັດ­ຈຸ­ບັນ ທົ່ວ​ປະ­ເທດ​ມີ​ອັດ­ຕາ​ການ​ເສຍ​ຊີ­ວິດ​ຍ້ອນ​ພະ­ຍາດ​ໄຂ້­ຍຸງ​ລາຍ​ສະ​ສົມ​ທັງ​ໝົດ 8 ຄົນ ໃນ​ນັ້ນ​ມີ​ກໍ­ລະ­ນີ​ເສຍ​ຊີ­ວິດ​ໃໝ່​ເພີ່ມ 1 ຄົນ ເສຍ​ຊີ­ວິດ​ໃນ​ວັນ​ທີ 7 ກໍ­ລະ­ກົດ 2020 ທີ່​ແຂວງ​ຊຽງ​ຂວາງ ລວມ​ເປັນ 5 ແຂວງ ທີ່​ພົບ​ກໍ­ລະ­ນີ​ເສຍ​ຊີ­ວິດ.…

error: Content is protected !!