ກອງປະຊຸມເຜີຍແຜ່ແຜນດຳເນີນງານ ການດຳເນີນທຸລະກິດຢູ່ ສປປ ລາວ ສະບັບປີ 2020-2022 ຈັດຂຶ້ນວັນທີ 5 ສິງຫາ 2020 ຢູ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີທ່ານ ເຢັນ ປີເຕີ ລູເຄັນແຮມ ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ມີບັນດາຮອງລັດຖະມົນຕີ ຫົວໜ້າ ຮອງຫົວໜ້າກົມ ພະແນກການທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ກ່າວທີ່ກອງປະຊຸມວ່າ: ໃນແຕ່ລະປີ ກຸ່ມທະນາຄານໂລກໄດ້ເຮັດການປະເມີນຄວາມສະດວກຮອບດ້ານຂອງການດໍາເນີນທຸລະກິດໃນ 190 ປະເທດ ແລະ ຂົງເຂດເສດຖະກິດໃຫຍ່ທົ່ວໂລກ ໃນບົດລາຍງານຄວາມສະດວກໃນການດໍາເນີນທຸລະກິດ (Doing Business) ປີ 2020 ສປປ ລາວ ແມ່ນຈັດຢູ່ໃນອັນດັບທີ 154 ໃນທົ່ວໂລກ ແລະ ເປັນອັນດັບທີ 9 ໃນອາຊຽນ ຮອງຈາກປະເທດມຽນມາ (165).

ຕໍ່ບົດລາຍງານດັ່ງກ່າວນັ້ນ ໄດ້ປຸກລະດົມໃຫ້ບັນດາປະເທດຕ່າງໆມີການແຂ່ງຂັນເພື່ອປັບປຸງບັນດາລະບຽບການ ແລະ ກົນໄກປະສານງານ ໃນການດໍາເນີນທຸລະກິດໃຫ້ມີປະສິດທິພາບ ເຊິ່ງສປປ ລາວ ກໍໄດ້ອອກຄໍາສັ່ງວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດຢູ່ ສປປ ລາວ ຄໍາສັ່ງວ່າດ້ວຍການປັບປຸງວຽກງານບໍລິການ ການອອກໃບອະນຸຍາດລົງທຶນ ແລະ ໃບອະນຸຍາດດໍາເນີນທຸລະກິດ ແລະ ຄໍາສັ່ງວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ ການຜ່ານແດນ ການນໍາເຂົ້າຊົ່ວຄາວ ແລະ ການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວ ໂດຍມອບໃຫ້ແຕ່ລະຂະແໜງການເອົາໃຈໃສ່ປັບປຸງຕົວຊີ້ວັດຕາມຂອບເຂດສິດ ແລະ ໜ້າທີ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອສຸມໃສ່ປັບປຸງບັນຍາກາດໃນການດໍາເນີນທຸລະກິດຢູ່ພາຍໃນປະເທດໃຫ້ດີຂຶ້ນ ແນໃສ່ຍາດແຍ່ງ ແລະ ດຶງດູດເອົາການລົງທຶນທີ່ມີຄຸນນະພາບ ຊຸກຍູ້ສົ່ງເສີມ ແລະ ສ້າງຂີດຄວາມສາມາດໃນການແຂ່ງຂັນຂອງທຸລະກິດພາຍໃນໃຫ້ສູງຂຶ້ນ.
ຜ່ານການຈັດຕັ້ງປະຕິບັດຄໍາສັ່ງໃນໄລຍະ 2 ປີຜ່ານມາ ເຫັນວ່າຫຼາຍຂະແໜງການກໍໄດ້ເອົາໃຈໃສ່ໃນການປັບປຸງຢ່າງຕັ້ງໜ້າ ແຕ່ໂດຍລວມຍັງເຫັນວ່າສະພາບແວດລ້ອມໃນການດໍາເນີນທຸລະກິດຢູ່ ສປປ ລາວ ແມ່ນບໍ່ທັນອໍານວຍເທົ່າທີ່ຄວນ ສະແດງອອກຈາກອັນດັບຄວາມສະດວກໃນການດໍາເນີນທຸລະກິດຂອງ ສປປ ລາວ ແມ່ນມີທ່າອ່ຽງຫຼຸດລົງເລື້ອຍມາ.
ລາຍລະອຽດເພີ່ມເຕີມໃຫ້ຕິດຕາມອ່ານໄດ້ທີ່ໜັງສືພິມວຽງຈັນໃໝ່
# ຂ່າວ & ພາບ: ຊິລິການດາ