ວັດທະນະທຳ ແລະ ຮີດຄອງປະເພນີອັນສວຍສົດງົດງາມຂອງຊາດລາວໄດ້ຖືກຖ່າຍທອດຜ່ານຮູບເງົາໂຄສະນາໃໝ່ຂອງເບຍລາວ

    ເມື່ອຍ້ອນກັບໄປໃນປີ 1973 ຈົນມາຮອດປັດຈຸບັນ ນັບເປັນເວລາ 47 ປີແລ້ວ ທີ່ບໍລິສັດ ເບຍລາວ ຈໍາກັດ ໄດ້ຢູ່ຄຽງຄູ່ກັບສັງຄົມລາວຢ່າງສະໜິດແໜ້ນ ແລະ ໃນຕະຫຼອດໄລຍະທີ່ຜ່ານມາ ບໍລິສັດໄດ້ຖືເອົາການໂຄສະນາປະຊາສຳພັນ ຕິດພັນກັບການສົ່ງເສີມ ແລະ ຮັກສາວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງລາວຢູ່ສະເໝີ.

    ເພື່ອຕໍ່ຍອດສື່ໂຄສະນາຂອງເບຍລາວ “ພູມໃຈໃນລາວເປັນລາວ” ທີ່ໄດ້ນໍາໃຊ້ລະຫວ່າງປີ 2017-2019 ແລະ ສານຕໍ່ເຈດຕະນາລົມໃນການສົ່ງເສີມ ແລະ ອະນຸຮັກວັດທະນະທຳ-ຮີດຄອງປະເພນີຂອງລາວ ທາງບໍລິສັດ ເບຍລາວ ຈຳກັດ ຈຶ່ງໄດ້ສ້າງສື່ໂຄສະນາໂຕໃໝ່ ພາຍໃຕ້ແນວຄວາມຄິດ: “ຄວາມເປັນລາວ ຫຼື Be Lao” ໂດຍໄດ້ຖ່າຍທອດຜ່ານຮູບເງົາໂຄສະນາ 4 ເລື່ອງ ທີ່ໄດ້ເວົ້າເຖີງຄຸນຄ່າຂອງຄວາມເປັນລາວ ແລະ ວັດທະນະທຳອັນດີງາມຂອງຊາດ ທີ່ເຮັດໃຫ້ຄົນລາວພາກພູມໃຈໃນຄວາມເປັນລາວ.

    ຄຸນຄ່າຕ່າງໆທີ່ໄດ້ຍົກມານໍາສະເໜີໃນຄັ້ງນີ້ ລວມມີ: ຄວາມຈິງໃຈຂອງຄົນລາວ ຄວາມສາມັກຄີກົມກຽວ  ປະເພນີບາສີສູ່ຂວັນສ້າງສັດທາ ແລະ ບຸນປະເພນີປີໃໝ່ລາວ ເຊິ່ງແຕ່ລະເລື່ອງມີເນື້ອໃນດັ່ງລຸ່ມນີ້:

    ຄວາມຈິງໃຈຂອງຄົນລາວ

    ຮູບເງົາເລືອງທີ 1 ມີຊື່ວ່າ “ຈິງໃຈ” ເປັນໜັງໂຄສະນາທີ່ໄດ້ເວົ້າເຖິງຄວາມຈິງໃຈຂອງຄົນລາວຜ່ານການເລົ່າເລື່ອງກ່ຽວກັບການຕ້ອນຮັບແຂກ-ຮັບຄົນ ເຊິ່ງຖືວ່າເປັນເອກະລັກຢ່າງໜື່ງທີ່ພົບເຫັນໃນວັດທະນະທຳຂອງຄົນລາວ ທີ່ບໍ່ຄືຊາດອື່ນ. ການເຊີນແຂກກິນເຂົ້າຮ່ວມພາແບບພີ່ນ້ອງ ແມ່ນການສະແດງອອກເຖີງຄວາມຈິງໃຈ ແລະ ຄວາມອົບອຸ່ນທີ່ຄົນລາວມອບໃຫ້ແກ່ເພື່ອນມິດ-ໝູ່ສະຫາຍ ແລະ ແຂກຕ່າງຖິ່ນທີ່ມາຢ້ຽມຢາມ. ອາຫານທີ່ກະກຽມໄວ້ຕ້ອນຮັບແຂກນັ້ນ ແມ່ນເຮັດດ້ວຍຄວາມເອົາໃຈໃສ່ ປານີດ ແລະ ພິຖີພິຖັນໃນທຸກຂັ້ນຕອນ ເພື່ອໃຫ້ໄດ້ອາຫານທີ່ແຊບຊ້ອຍ ເຊິ່ງລາຍການອາຫານທີ່ນິຍົມນຳມາປຸງແຕ່ງໄດ້ແກ່: ລາບ ປີ້ງໄກ່ ຕໍາໝາກຫຸ່ງ ແກງໝໍ່ໄມ້ ແລະ ອື່ນໆ ທີ່ເປັນອາຫານຕິດພັນກັບວິຖີຊິວິດຂອງຄົນລາວມາແຕ່ອະດີດຈົນເຖີງປັດຈຸບັນ ທີ່ບົ່ງບອກເຖີງເອກະລັກຂອງຄວາມເປັນລາວ (Be Lao).

    ຄວາມສາມັກຄີກົມກຽວ

    ຮູບເງົາເລື່ອງທີ 2 ແມ່ນໄດ້ເວົ້າເຖິງຄວາມສາມັກຄີກົມກຽວຂອງຄົນລາວຜ່ານການເລົ່າເລື່ອງ “ປະເພນີບຸນຊ່ວງເຮືອ” ປະເພນີແຂ່ງຂັນເຮືອພາຍ ແມ່ນປະເພນີທີ່ສະແດງເຖິງຄວາມສາມັກຄີຂອງຄົນລາວໃນຫຼາຍດ້ານ ເປັນຕົ້ນແມ່ນ: ສີພາຍຕ້ອງມີຄວາມພ້ອມພຽງ ເພື່ອນຳເຮືອເຂົ້າສູ່ຫຼັກໄຊກ່ອນຄູ່ແຂ່ງ ແລະ ກອງເຊຍເອງກໍມີຄວາມສາມັກຄີພ້ອມພຽງກັນສົ່ງແຮງໃຈໃຫ້ບັນດາສີພາຍ ແລະ ເຮັດໃຫ້ການແຂ່ງຂັນມີສີສັນ ເຊິ່ງສິ່ງເຫຼົ່ານີ້ ເປັນພື້ນຖານໃຫ້ແກ່ຄວາມສາມັກຄີກົມກຽວທີ່ມີໃນສັັງຄົມລາວ ແລະ ເປັນເອກະລັກຂອງຄວາມເປັນລາວ (Be Lao).

    ປະເພນີບາສີສູ່ຂວັນສ້າງສັດທາ

    ຮູບເງົາເລື່ອງທີ 3 ໄດ້ຍົກເອົາ “ປະເພນີບາສີສູ່ຂວັນ” ເຊິ່ງເປັນວັດທະນະທຳຂອງຄົນລາວ ທີ່ສືບທອດ ແລະ ປະຕິບັດກັນມາຫຼາຍຊົ່ວອາຍຸຄົນ ປະເພນີບາສີສູ່ຂວັນ ແມ່ນຮີດຄອງລາວທີ່ເປັນຈຸດໃຈກາງຂອງການສ້າງຂວັນກຳລັງໃຈໃນໂອກາດຕ່າງໆເຊັ່ນ: ສະເຫຼີມສະຫຼອງປີໃໝ່ລາວ ການຕ້ອນຮັບສະມາຊິກໃນຄອບຄົວ ຫຼື ອົງກອນ ງານຂື້ນເຮືອນໃໝ່ ການຕ້ອນຮັບແຂກຈາກຕ່າງແດນ ຈົນໄປເຖີງການສູ່ຂວັນໃຫ້ຜູ້ທີ່ຈະເດີນທາງໄປຮຽນຕໍ່ ຫຼື ເຮັດວຽກຢູ່ຕ່າງແດນ ແລະ ອື່ນໆ ປະເພນີບາສີສູ່ຂວັນສ້າງສັດທາຄືເອກະລັກຂອງຄວາມເປັນລາວ (Be Lao).

    ບຸນປະເພນີປີໃໝ່ລາວ

    ຮູບເງົາເລືື່ອງທີ 4 ໄດ້ຍົກເອົາ “ການສະຫຼອງບຸນປະເພນີປີໃໝ່ລາວ” ເປັນເທດສະການທີ່ຄົນລາວສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ແລະ ຄຶກຄື້ນໃນແຕ່ລະປີ ເປັນເທດສະການທີ່ທຸກຄົນຕ່າງກໍລໍຄອຍ ຫຼາຍຄົນທີ່ພັດພາກຈາກບ້ານ ກໍຖືໂອກາດຫວນກັບຄືນບ້ານເກີດເພື່ອສະຫຼອງປີໃໝ່ກັບສະມາຊິກໃນຄອບຄົວ ແລະ ໝູ່ຄູ່ ແຕ່ມີກິດຈະກຳໜຶ່ງທີ່ມີຄວາມສຳຄັນໃນການສະເຫຼີມສະຫຼອງປີໃໝ່ລາວຄື ການສົມມາພໍ່ແມ່ ແລະ ຜູ້ມີພະຄຸນ ເພື່ອສະແດງເຊິ່ງຄວາມກະຕັນຍູຮູ້ບຸນຄຸນຂອງລູກຫຼານ ທີ່ຖືວ່າເປັນເອກະລັກຂອງຄວາມເປັນລາວ (Be Lao).

    ຮ່ວມຮັບຊົມ ແລະ ຕິດຕາມຮູບເງົາທີ່ດຶງເອົາຄວາມເປັນລາວ (Be Lao) ອອກມາໄດ້ຢ່າງງົດງາມ ເລີກເຊິ່ງ ແລະ ກິນໃຈທັງ 4 ເລື່ອງນີ້ ໄດ້ຜ່ານທາງເພສ ເບຍລາວ https://www.facebook.com/beerlao/ ເຊີ່ງຈະຖືກປ່ອຍອອກເປັນໄລຍະ ໂດຍເລີ່ມຈາກເລື່ອງ “ຈິງໃຈ” ທີ່ກຳລັງເຜີຍແຜ່ຢູ່ໃນຂະນະນີ້. ມາຮ່ວມພາກພູມໃຈໃນຄວາມເປັນລາວ ແລະ ເອກອ້າງວັດທະນະທຳ ຮີດຄອງປະເພນີທີ່ງົດງາມນີ້ໄປພ້ອມໆກັນ.

error: Content is protected !!