ມຊ ມີແຜນຮັບນັກສຶກສາ 8.000 ຄົນ ສົກຮຽນ 2020-2021

    ສົກຮຽນ 2020-2021 ມະຫາວິທະຍາໄລແຫ່ງຊາດ (ມຊ) ມີແຜນເປີດຮັບນັກສຶກສາໃນທຸກລະບົບ ເຂົ້າຮຽນຢູ່ ມຊ 8.000 ຄົນ ຂະນະທີ່ການສອບເສັງຄັດເລືອກຈະຈັດຂຶ້ນວັນທີ 29 ສິງຫາ 2020 ຢູ່ ມຊ ພ້ອມນີ້ ຍັງໄດ້ເປີດໃຫ້ນັກສຶກສາລົງທະບຽນອອນລາຍນັບແຕ່ນີ້ເຖິງວັນທີ 26 ສິງຫາ 2020 ເພື່ອສ້າງຄວາມສະດວກໃຫ້ຜູ້ທີ່ບໍ່ຢາກເດີນທາງມາລົງທະບຽນດ້ວຍຕົນເອງ.

    ທ່ານ ຄຳຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມຊ ໃຫ້ສຳພາດເມື່ອບໍ່ດົນມານີ້ ວ່າ: ປັດຈຸບັນ ມຊ ມີຄວາມພ້ອມຮອບດ້ານເພື່ອຈັດຕັ້ງການສອບເສັງເອົານັກຮຽນ ໂດຍສະເພາະດ້ານບຸກຄະລາກອນ ສະຖານທີ່ ການປ້ອງກັນເວນຍາມ ການສອບເສັງ ຄວາມພ້ອມດ້ານນິຕິກຳ-ລະບຽບການ ການລົງທະບຽນ ແລະ ອື່ນໆ ພິເສດ ປີນີ້ໄດ້ເພີ່ມມາດຕະການເຄັ່ງຄັດໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ- 19 ໂດຍໄດ້ກະກຽມຜ້າອັດປາກ ເຈວ ສະບູ ເຫຼົ້າ ລ້າງມື ແລະ ອຸປະກອນກວດວັດແທກອຸນຫະພູມ ການເວັ້ນໄລຍະຫ່າງເປັນບັນຫາສຳຄັນ ເຊິ່ງສົກສຶກສາ 2020-2021 ມີແຜນຮັບນັກສຶກສາ 8.000 ຄົນ ລວມທຸກລະບົບ ໃນນີ້ມີພາກປົກກະຕິ ຕໍ່ເນື່ອງ ແລະ ອະນຸປະລິນຍາ ແຕ່ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີຜົນກະທົບຕໍ່ລູກຫຼານທີ່ຈົບການສຶກສາສາຍສາມັນໃນປີນີ້ ພາດໂອກາດທີ່ຈະໄປສຶກສາຕໍ່ຢູ່ຕ່າງປະເທດ ເຊັ່ນ: ສສ ຫວຽດນາມ ສປ ຈີນ ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກີລາ ໄດ້ມີທິດຊີ້ນຳໃຫ້ແຕ່ລະມະຫາວິທະຍາໄລ ຄົ້ນຄວ້າບັນດາສາຂາວິຊາທີ່ເປັນບຸລິມະສິດໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ດ້ວຍການເພີ່ມໂຕເລກແຜນຮັບນັກສຶກສາຕື່ມ ເຊັ່ນ: ຂະແໜງການກະເສດ ປ່າໄມ້ ຊັບພະຍາກອນນ້ຳ ສາຍທຳມະຊາດທີ່ເປັນພື້ນຖານໃຫ້ການສຶກສາຂະແໜງການຕ່າງໆ ລວມທັງວິສະວະກຳສາດ ແຕ່ຕ້ອງຮັບປະກັນຄວາມພ້ອມດ້ານອາຄານສະຖານ ຄູ-ອາຈານສິດສອນ ແລະ ເງຶ່ອນໄຂດ້ານປະກັນຄຸນນະພາບການສຶກສາຕ່າງໆ ໂດຍພາຍຫຼັງສອບເສັງແລ້ວ ຈະສາມາດປະກາດຜົນການສອບເສັງໃຫ້ຊາບພາຍໃນເວລາ 30 ວັນ ສຳລັບການຮຽນປີທີ 1 ຄາດວ່າຈະເປີດສອນປົກກະຕິວັນທີ 2 ພະຈິກ 2020 ຕາມປະຕິທິນການສຶກສາ ມຊ ສົກປີ 2020-2021.

    ສຳລັບວິຊາສອບເສັງສົກຮຽນນີ້ ປະກອບມີວິຊາຄະນິດສາດ ຟິຊິກສາດ ເຄມີສາດ ຊີວະສາດ ພູມສາດ ປະຫວັດສາດ ພາສາລາວ-ວັນນະຄະດີ ໂດຍມີ 1 ສູນສອບເສັງ ແລະ ແບ່ງເປັນ 18 ຈຸດສອບເສັງ ແຕ່ຖ້າມີນັກສຶກສາຫຼາຍ ອາດຈະເພີ່ມເປັນ 20 ຈຸດສອບເສັງ ເພື່ອໃຫ້ນັກສຶກສາມີໂອກາດຫຼາຍຂຶ້ນ ພ້ອມນີ້ ຍັງໄດ້ຈັດສອບເສັງເປັນສາຍ A ແລະ ສາຍ B (ສາຍທຳມະຊາດ ແລະ ສາຍສັງຄົມ) ສຳລັບເອກະສານທີ່ຕ້ອງປະກອບ ມີສໍາເນົາບັດເຂົ້າຫ້ອງສອບເສັງຈົບ ມ7 ສໍາລັບນັກຮຽນຈົບໃນສົກຮຽນ 2013-2020 (1 ສະບັບ) ສໍາເນົາໃບປະກາສະນີຍະບັດຈົບ ມ7 ສໍາລັບນັກຮຽນທີ່ຈົບ ມ7 ກ່ອນສົກຮຽນ 2019-2020 (1 ສະບັບ) ຮູບຖ່າຍຂະໜາດ 3×4 ຖ່າຍບໍ່ເກີນ 3 ເດືອນ 2 ໃບ (ສໍາລັບນັກຮຽນຈົບ ມ7 ສົກຮຽນ 2019-2020 ໃຫ້ເອົາຮູບດຽວກັນກັບຮູບໃນບັດເຂົ້າຫ້ອງສອບເສັງຈົບ ມ7 ແລະ ເອກະສານທຸກຢ່າງຕ້ອງມີຕົ້ນສະບັບມາຢັ້ງຢືນ ເພື່ອກວດສອບຄວາມຖືກຕ້ອງ) ເຊິ່ງຜູ້ທີ່ສົນໃຈສາມາດເຂົ້າເບິ່ງໄດ້ທີ່ http://entrance.nuol.edu.la ຫຼື ມາລົງທະບຽນດ້ວຍຕົນເອງຢູ່ສະໂມສອນໃຫຍ່ ມຊ ແລະ ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີໂທ ແລະ ແຟັກ: 021 771 860.

# ຂ່າວ & ພາບ: ລັດເວລາ

error: Content is protected !!