ຫາລືການຮຽນ-ການສອນພະຍາດເອດສ໌ ແລະ ພຕພ ເຂົ້າໃນຫຼັກສູດການແພດ

    ສູນຕ້ານເອດສ໌ ແລະ ພະຍາດຕິດຕໍ່ທາງເພດສໍາພັນ (ພຕພ) ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຈັດກອງປະຊຸມປຶກສາຫາລືກ່ຽວກັບການຮຽນ-ການສອນພະຍາດເອດສ໌ ແລະ ພຕພ ເຂົ້າໃນຫຼັກສູດການແພດ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ຂຶ້ນວັນທີ 4 ສິງຫາ 2020 ຢູ່ໂຮງແຮມດອນຈັນພາເລດ ໂດຍມີທ່ານ ບຸນຖົມ ຊາມົນຕີ ອະທິການບໍດີ ມວສ ທ່ານ ພູທອນ ສຸດທະລັກ ຫົວໜ້າສູນຕ້ານເອດສ໌ ແລະ ພຕພ ທ່ານ ທອງແດງ ສີລາກຸນ ຜູ້ຕາງໜ້າອົງການ UNIADS ທ່ານ ຣັດ ຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜູນສະໜູນຈາກອົງການ UNIADS ຈຸດປະສົງເພື່ອປືກສາຫາລືກ່ຽວກັບເນື້ອໃນຫຼັກສູດຂອງແຕ່ລະຄະນະ ໃນການສອນ HIV/AIDS ຊອກໃຫ້ເຫັນຄວາມເປັນໄປໄດ້ໃນການແຊກເນື້ອໃນ HIV/AIDS ຕື່ມເຂົ້າໃນຫຼັກສູດ ເພື່ອຫຼຸດຜ່ອນການຈໍາແນກລັງກຽດ ໃນສະຖານບໍລິການສາທາລະນະສຸກ ທັກສະໃນບົ່ງມະຕິ ການປີ່ນປົວພະຍາດເອດສ໌ ການນຳໃຊ້ຢາປີ່ນປົວ ແລະ ປ້ອງກັນພະຍາດແຊກຊ້ອນ ແລະ ອື່ນໆ.

    ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີສະຖານະການຂອງພະຍາດເອດສ໌ ສັງລວມກ່ຽວກັບວຽກງານຕ້ານເອດສ໌ ແລະ ການຮຽນການສອນເລືຶ່ອງເອດສ໌ ແລະ ພຕພ ໃນສາຍສາມັນ ແລະ ສາຍວິຊາຊີບ ນອກນີ້ຄະ ນະເຕັກນິກການແພດ ຄະນະແພດສາດ ຄະນະພະຍາບານສາດ ຄະນະທັນຕະແພດສາດ ຄະນະເພສັຊສາດ ແລະ ຄະນະສາທາລະນະສຸກສາດ ຍັງໄດ້ສະເໜີກ່ຽວກັບຫົວຂໍ້ຫຼັກສູດທີ່ມີໃນປັດຈຸບັນ ໂດຍສະເພາະວິຊາທີ່ກ່ຽວຂ້ອງກັບພະຍາດເອດສ໌ ແລະ ພຕພ ຫຼື ວິຊາໃດທີ່ສາມາດເຊື່ອມສານເຂົ້າຕື່ມໃນຫຼັກສູດ ໄດ້ ແລະ ປະກອບຄໍາຄິດເຫັນ ປຶກສາຫາລື ພ້ອມທັງກໍານົດທິດທາງຕໍ່ໜ້າກ່ຽວກັບບັນຫາດັ່ງກ່າວ ຕື່ມອີກ.

# ຂ່າວ & ພາບ: ສະບາໄພ

error: Content is protected !!