ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ ຕິດພັນກັບວັນສຳຄັນອື່ນໆຂອງພັກ ກໍຄື ຂອງຊາດເປັນຕົ້ນ ວັນສະຖາປະນາ ສປປ ລາວຄົບຮອບ 45 ປີ ວັນຄ້າຍວັນເກີດຂອງປະທານໄກສອນພົມວິຫານຄົບຮອບ 100 ປີ ພ້ອມກັນນັ້ນ ກໍຕິດພັນກັບນະຄອນຫຼວງວຽງຈັນກຳລັງກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ 8 ຂອງຄະນະອົງການແນວລາວສ້າງຊາດ ເຊິ່ງທາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ກຽມຈັດໃຫ້ມີຫຼາຍກິດຈະກຳເພື່ອເຮັດໃຫ້ງານສະເຫຼີມສະຫຼອງວັນດັ່ງກ່າວມີເນື້ອໃນ ແລະ ທັງມີບັນຍາກາດຄຶກຄື້ນ.
ທ່ານ ຖະໜອມ ທຳທອງ ປະທານ ແນວລາວສ້າງຊາດນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ຄວາມໝາຍຄວາມສຳຄັນຂອງອົງການແນວລາວສ້າງຊາດ ກ່ອນໜ້ານີ້ 70 ປີຄື ວັນທີ 13 ສິງຫາ 1950 ແມ່ນວັນສ້າງຕັ້ງອົງການແນວລາວອິດສະຫຼະເຊິ່ງຄົງຕົວ ແລະ ຂະຫຍາຍຕົວມາຮອດ ປີ 2020 ຄົບຮອບ 70 ປີ ຜ່ານໄລຍະປະຫວັດສາດ 3 ໄລຍະ.

ເນື່ອງຈາກວ່າພາລະກິດປະຕິວັດແມ່ນພາລະກິດຂອງມະຫາຊົນ ມະຫາຊົນເປັນຜູ້ສ້າງປະຫວັດສາດ ມະຫາຊົນເປັນກຳລັງໜູນຂອງອົງການຈັດຕັ້ງມະຫາຊົນ ແລະ ມະຫາຊົນກໍ່ເປັນເປົ້າໝາຍຂອງການປະຕິວັດ ປະຫວັດສາດຂອງຊາດ ເຖິງວ່າ ສປປ ລາວມີພົນລະເມືອງໜ້ອຍ ເປັນປະເທດທີ່ມີເນື້ອທີ່ບໍ່ກວ້າງແຕ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ມີຫຼາຍຊົນເຜົ່າຢູ່ຮ່ວມກັນແຕ່ມີຄວາມສາມັກຄີມີມູນເຊື້ອດຸໝັ່ນ ມີມູນເຊື້ອຕໍ່ສູ້ກູ້ຊາດພິລະອາດຫານບໍ່ຍອມຈຳນົນຕໍ່ສັດຕູ ສິ່ງຢັ້ງຢືນນັບແຕ່ 1353 ເປັນຕົ້ນມາຄື ເຈົ້າຟ້າງຸ່ມທ້ອນໂຮມອານາຈັກລາວລ້ານຊ້າງ ມາຮອດສະໄໝນີ້ກໍ່ແມ່ນເປັນເວລາດົນພໍສົມຄວນ ແລະ ກໍ່ມີສະໄໝທີ່ຈະເລີນຮຸ່ງເຮືອງ ແລະ ຫຼາຍສະໄໝກໍ່ມີສັກດີນາຕ່າງດາວເຂົ້າມາຮຸກຮານ ດ້ວຍມູນເຊື້ອຕໍ່ສູ້ກູ້ຊາດພິລະອາດຫານຂອງປະຊາຊົນລາວແມ່ນບໍ່ຍອມຈຳນົນ ເຊັ່ນ :ຂະບວນຕໍ່ສູ້ຂອງຂະບວນເຈົ້າອະນຸວົງ ຂະບວນຂອງພໍ່ກະດວດ ອົງແກ້ວ ອົງກົມມະດຳ ເຈົ້າຟ້າປັດໄຈ ແລະ ຂະບວນສູ້ຕໍ່ພິລະອາດຫານອື່ນໆ ແຕ່ຂະບວນດັ່ງກ່າວກໍ່ລ້ວນແຕ່ຖືກປາບ ເຊິ່ງໃນເວລານັ້ນພັກໄດ້ຕີລາຄາຫຼາຍສາເຫດໃນນັ້ນມີ 2 ສາເຫດຕົ້ນຕໍຄື:ບໍ່ທັນມີທິດສະດີປະຕິວັດ ແລະ ບໍ່ທັນມີແນວທາງປະຕິວັດຢ່າງຈະແຈ້ງ ດຳເນີນຢູ່ກະແຈກກະຢາຍຢູ່ທ້ອງຖິ່ນ ບໍ່ມີການລວມສູນ ບໍ່ມີການປະສານສົມທົບໃຫ້ຂອບເຂດທົ່ວປະເທດ ບໍ່ສາມາດເຕົ້າໂຮມກຳລັງ ແລະ ເສີມຂະຫຍາຍກຳລັງແຮງສັງລວມທັງໝົດຂອງຊາດເຊິ່ງສະແດງອອກເຖິງຄວາມສາມັກຄີບັນດາເຜົ່າ ເວົ້າແທ້ໆຕ້ອງມີການຈັດຕັ້ງແນວໂຮມຢ່າງກວ້າງຂວາງນຳພາຕໍ່ສູ້ເຊິ່ງແມ່ນຄວາມຈຳເປັນອັນທີ່ໜຶ່ງ.
ຫຼັງຈາກສ້າງຕັ້ງພັກຄອມມຸຍນິດອິນດູຈີນ ປີ 1930 ໂດຍປະທານໂຮຈີມິນນຳພາ ຈຶ່ງໄດ້ເຫັນແຈ້ງບົດບາດສຳຄັນຂອງອົງການແນວລາວສ້າງຊາດຈຶ່ງໄດ້ມີຄຳສັ່ງໃຫ້ສ້າງຕັ້ງບັນດາການຈັດຕັ້ງຂອງແນວໂຮມຂອງ 3 ຊາດອິນດູຈີນ ດັ່ງນັ້ນ ສປປ ລາວເຮົາຈຶ່ງເລີ່ມມີອົງຄະນະພັກແຄ້ນລາວ ປີ 1936 ໄດ້ສ້າງຕັ້ງແນວໂຮມປະຊາທິປະໄຕເອກະພາບອິນດູຈີນ ເດືອນ ພຶດສະພາ 1941 ສູນກາງພັກຄອມມຸຍນິດອິນດູຈີນແມ່ນໃຫ້ແຕ່ລະປະເທດສ້າງຕັ້ງແນວໂຮມແຫ່ງຊາດຂຶ້ນ ໃນໄລຍະເດືອນ ພຶດສະພາ ຫາ ທັນວາ 1941 ຢູ່ ສປປ ລາວຈິງມີການສ້າງຕັ້ງອົງການທີ່ມີລັກສະນະການເມືອງເກີດຂຶ້ນຫຼາຍເຊັ່ນ:ແນວໂຮມພັນທະມິດລາວອິດສະຫຼະ ລາວເປັນລາວ ສະມາຄົມສະຫວັດດີການ ສະມາຄົມສຳພັນທະມິດລາວອິດສະຫຼະ ແລະ ອື່ນໆ ຈຶ່ງມາຮອດເດືອນ ທັນວາ 1941 ໄດ້ສ້າງຕັ້ງສຳພັນທະມິດອ້າຍລາວເອກະລາດ ນີ້ແມ່ນຮູບການແນວໂຮມຕ້ານຈັກກະພັດຜູ້ຮຸກຮານ ໃນປີ 1945 ຫຼັງຈາກສີ້ນສຸດສົງຄາມໂລກຄັ້ງທີ 2 ຫວຽດນາມລຸກຮື້ຂຶ້ນປະກາດເອກະລາດ ໃນວັນທີ 23 ເດືອນ ສິງຫາ 1945 ຄະນະພັກແຄ້ນລາວໄດ້ນຳພາຢຶດອຳນາດ ແລະ ໄດ້ສ້າງຕັ້ງລັດຖະບານລາວອິດສະຫຼະປະກາດເອກກະລາດໃນວັນທີ 12 ຕຸລາ 1945 ແລະ ໃນວັນທີ 20 ມັງກອນ 1949 ໄດ້ສ້າງຕັ້ງກອງລາດສະວົງ.
ການເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດມີ 3 ໄລຍະ ໄລຍະທີ 1 ແມ່ນໄລຍະແນວລາວອິດສະຫຼະ ປີ 1950 – 1956 ເອີ້ນວ່າກອງປະຊຸມຄັ້ງທີ 1 ຂອງແນວຊາດອິດສະຫຼະ ຖືເອົາວັນທີ 13 ສິງຫາ 1950 ໄດ້ປະກາດສ້າງຕັ້ງແນວໂຮມແຫ່ງຊາດຊື່ວ່າແນວລາວອິດສະຫຼະ ຜົນສຳເລັດໃນໄລຍະນີ້ໄດ້ປົດປ່ອຍປະເທດຊາດໄດ້ແຕ່ລະໄລຍະ ເວົ້າລວມແມ່ນໄດ້ນຳພາຕໍ່ສູ້ ສ້າງຕັ້ງກອງທັບ ແລະ ສ້າງຕັ້ງພັກ ສ່ວນໃນໄລຍະທີ 2 ໄລຍະແນວລາວຮັກຊາດແມ່ນກອງປະຊຸມໃຫຍ່ຄັ້ງທີ 2 ປີ 1956 ໄດ້ປ່ຽນຊື່ຈາກແນວລາວອິດສະຫຼະ ມາເປັນແນວລາວຮັກຊາດ ເມື່ອເວົ້າເຖິງຜົນງານຂອງແນວລາວຮັກຊາດນັ້ນແມ່ນນຳພາຕໍ່ສູ້ເພື່ອປົດປ່ອຍປະເທດຊາດໂດຍໄດ້ອອກໜ້າແທນພັກຕີສັດຕູສ້າງຕັ້ງກຳລັງປະຕິວັດ ຜົນງານກຳລັງກອງພັນທີສອງຜ່າວົງລ້ອມຂອງສັດຕູຢູ່ທົ່ງໄຫຫີນ ນຳພາຜູ້ນຳແນວລາວຮັກຊາດທີ່ຖືກຄຸກອອກຈາກຄຸກກໍ່ແມ່ນອົງການແນວລາວສ້າງຊາດ ກໍຄື ການນຳພາຕໍ່ສູ້ໃນບັນຣົບຕ່າງໆຈົນມາຮອດໄລຍະທີ 3 ຫຼັງຈາກປົດປ່ອຍປະເທດຊາດ ມາເຖິງ ປີ 1979 ກອງປະຊຸມໃຫຍ່ຄັ້ງທີ 4 ປ່ຽນຊື່ຈາກແນວລາວຮັກຊາດ ມາເປັນ ແນວລາວສ້າງຊາດຈົນເຖິງປັດຈຸບັນ.
ຜ່ານ 3 ໄລຍະມາຮອດປັດຈຸບັນນີ້ສູນກາງແນວລາວສ້າງຊາດແມ່ນໄດ້ຮັບການຍ້ອງຍໍຢ່າງສົມກຽດຄື ໄດ້ຮັບຫຼຽນຄຳແຫ່ງຊາດ 2 ໜ່ວຍ ໄດ້ຫຼຽນດາວຄຳຈາກພັກ -ລັດຖະບານແນວໂຮມປະເທດຊາດຫວຽດນາມ 1 ໜ່ວຍ ແລະ ອື່ນໆ.
ສະເພາະຜົນງານຂອງແນວລາວສ້າງຊາດນະຄອນຫຼວງວຽງຈັນກໍມີຜົນງານໃນຫຼາຍດ້ານພົ້ນເດັ່ນໂດຍສະເພາະເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າໃນການປະຕິບັດແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມພົວພັນກັບອົງການພາຄີຂອງຕົນເອງສະເພາະອົງການຊາວໜຸ່ມ ແມ່ຍິງ ກຳມະບານ ສະຫະພັນນັກຣົບເກົ່າເປັນເຈົ້າການນຳພາທາງດ້ານປົກປັກຮັກສາຮີດຄອງປະເພນີອັນດີງາມ ວັດທະນະທຳ ເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີບັນດາສາສະໜາຕ່າງໆຢູ່ໃນລາວເຕົ້າໂຮມຄວາມສາມັກຄີບັນດາເຜົ່າ ບັນດາຊັ້ນຄົນ ເພດ ໄວໃຫ້ຫັນມາພັດທະນາ ປົກປັກຮັກສານະຄອນຫຼວງວຽງຈັນຂອງພວກເຮົາ ອັນພົ້ນເດັ່ນອີກຢ່າງໜຶ່ງແມ່ນມີໂຄງການແຂ່ງຂັນຮັກຊາດພັດທະນາສ້າງຄອບຄົວ ບ້ານສາມັກຄີ ໂຄງການສ້າງບ້ານຂຽວສະອາດງາມຕາ ພ້ອມນັ້ນໄດ້ມີການຮ່ວມມືກັບບັນດາປະເທດຕ່າງໆໂດຍສະເພາະແນວໂຮມແຫ່ງຊາດຫວຽດນາມ ຮ່ວມມືສ້າງໂຮງຮຽນດົງບອງ ມູນຄ່າ 200 ກວ່າລ້ານ ແລະຊ່ວຍເຫຼືອຄົນທຸກຍາກ ພ້ອມທັງໄດ້ຮ່ວມກັບອົງການຈັດຕັ້ງສາກົນ.
ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ ແມ່ນໄດ້ຈັດກິດຈະກຳເປັນຕົ້ນ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຕິດພັນກັນນັ້ນໄດ້ເຜີຍແຜ່ມະຕິສຳຄັນຕ່າງຂອງພັກເຊັ່ນ ມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນໄລຍະໃໝ່ ມະຕິ 047 ຂອງຄະນະປະຈຳສູນການແນວລາວສ້າງຊາດວ່າດ້ວຍຮີດຄອງປະເພນີ ພ້ອມກັນນັ້ນກໍມີຂະບວນການອື່ນໆ.
ສຳລັບແຜນການໃນຕໍ່ໜ້າແມ່ນສືບຕໍ່ໂຄສະນາເຜີຍແຜ່ຄວາມໝາຍຄວາມສຳຄັນຂອງວັນສ້າງຕັ້ງແນວລາວສ້າງຊາດ ແລະ ໃນວັນທີ 8 ສິງຫາ ຈະຈັດກິດຈະກຳແຂ່ງລົດຖີບ ພ້ອມນັ້ນຈະມີການສະເຫຼີມສະຫຼອງໃຫຍ່ທີ່ ຫໍປະຊຸມແຫ່ງຊາດໃນລະຫວ່າງວັນທີ 11 -13 ສິງຫານີ້ ແລະ ໄດ້ມີການປຸກລະດົມມວນຊົນ ແລະ ອົງການຈັດຕັ້ງຕ່າງໆເຂົ້າໄປທ່ຽວຊົມຫໍມູນເຊື້ອຢູ່ສູນກາງແນວລາວສ້າງຊາດຂອງພວກເຮົາ
ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີທີ່ໃກ້ຈະມາເຖິງນີ້ຂໍສະແດງຄວາມຮູ້ບຸນຄຸນຕໍ່ບັນດາການນຳພັກ-ລັດທີ່ໄດ້ນຳພາສ້າງ ນຳພາເຄື່ອນໄຫວຕໍ່ສູ້ ຈົນສາມາດປົດປ່ອຍປະເທດຊາດ ແລະ ນຳພາສ້າງສາປະເທດຊາດ ແລະ ຂໍອວຍພອນໃຫ້ການນຳພັກ-ລັດຈົ່ງມີສຸຂະພາບແຂງແຮງມີຄວາມຜາສຸກໃນສ່ວນຕົວ ແລະ ຄອບຄົວ ແລະ ຮຽກຮ້ອງມາຍັງປວງຊົນໂດຍສະເພາະຊາວນະຄອນຫຼວງວຽງຈັນຮ່ວມກັນເສີມຂະຫຍາຍມູນເຊື້ອຂອງແນວລາວສ້າງຊາດພວກເຮົາຕ້ອງປຸກບືນຍາດແຍ່ງຜົນງານ ສ້າງຂະບວນການກິດຈະກຳເພື່ອສະເຫຼີມສະຫຼອງວັນດັ່ງກ່າວ.