ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີຕ່າງປະເທດ ເປັນປະທານພິທີເອົາທຸງຊາດລາວ ແລະ ທຸງອາຊຽນ ຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງ ຄົບຮອບ 53 ປີ ການສ້າງຕັ້ງອາຊຽນ (8/7/1967-8/7/2020) ແລະ ຄົບຮອບ 23 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23/7/1997- 23/7/2020) ວັນທີ 4 ສິງຫາ 2020 ຢູ່ກະຊວງການຕ່າງປະເທດ ໂດຍມີບັນດາລັດຖະມົນຕີທັງສາມເສົາຄໍ້າປະຊາຄົມອາຊຽນ ຮອງລັດຖະມົນຕີ ເອກອັກຄະລັດຖະທູດປະເທດສະມາຊິກອາຊຽນ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຢໍ້າເຖິງຜົນສຳເລັດຂອງອາຊຽນໄລຍະ 53 ປີຜ່ານມາ ທີ່ໄດ້ປະກອບສ່ວນສຳຄັນໃນການສ້າງສັນຕິພາບ ສະຖຽນລະພາບ ແລະ ຄວາມວັດທະນະຖາວອນໃນພາກພື້ນ ແລະ ໃນໂລກ ອາຊຽນໃນນາມເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານ ໄດ້ສືບຕໍ່ຮັດແໜ້ນການພົວພັນຮ່ວມມືລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນ ກໍຄືກັບປະເທດຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມມືພາຍນອກ ບົນພື້ນຖານຫຼັກການທີ່ກຳນົດໄວ້ໃນກົດບັດອາຊຽນ ສົນທິສັນຍາໄມຕີຈິດ ແລະ ການຮ່ວມມື (TAC) ແລະ ບັນດາກົນໄກທີ່ອາຊຽນເປັນຜູ້ສ້າງຂຶ້ນ (ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ ເຄົາລົບເອກະລາດ ອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນ ບໍ່ແຊກແຊງເຂົ້າໃນວຽກງານພາຍໃນຂອງກັນ ແລະ ກັນ ແກ້ໄຂບັນຫາໂດຍສັນຕິວິທີ ຫຼັກການຄວາມເປັນເອກະສັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ອີງໃສ່ຄວາມຫຼວງຫຼາຍຂອງປະເທດສະມາຊິກທີ່ເອີ້ນວ່າ “ວິຖີທາງຂອງອາຊຽນ” (ASEAN Way) ພ້ອມນີ້ຍັງໄດ້ແຈ້ງຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມກ່ຽວຂ້ອງ (ແບບທາງໄກ) ໂດຍການເປັນປະທານຂອງ ສສ ຫວຽດນາມ ເຊິ່ງໄລຍະເກືອບໜຶ່ງປີຜ່ານມາ ເຖິງວ່າສະພາບການພາກພື້ນ ແລະ ສາກົນ ກຳລັງປະເຊີນກັບໄພພິບັດທຳມະຊາດ ກໍຄືການແຜ່ລະບາດຂອງພະຍາດໂຄວິດ-19 ອັນເປັນໄພຂົ່ມຂູ່ ແລະ ສົ່ງຜົນກະທົບໜັກໜ່ວງຕໍ່ສຸຂະພາບ ການພັດທະນາເສດຖະກິດ-ສັງຄົມ ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ຂອງໂລກ ແຕ່ສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມ ຍັງສືບຕໍ່ມີຄວາມສາມັກຄີ ແລະ ສາມາດຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມ ມາດຕະການ ແລະ ແຜນງານໂຄງການຮ່ວມມືໃນ 3 ເສົາຄ້ຳປະຊາຄົມອາຊຽນ ໄດ້ຮັບຜົນສຳເລັດເປັນກ້າວໆ ໄດ້ສ້າງຕັ້ງກອງທຶນອາຊຽນເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ສ້າງຕັ້ງຄັງແຮອຸປະກອນການແພດສຸກເສີນອາຊຽນ ແລະ ການຮ່າງແຜນພື້ນຟູເສດຖະກິດຮອບດ້ານ ຫຼັງພະຍາດໂຄວິດ-19 ສິ້ນສຸດ.

23 ປີທີ່ໄດ້ເຂົ້າເປັນສະມາຊິກອາຊຽນ ສປປ ລາວ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການສູງໃນຂະບວນການລວມຂອງອາຊຽນ ເຮັດໃຫ້ບົດບາດຂອງ ສປປ ລາວ ໃນພາກພື້ນ ແລະ ສາກົນນັບມື້ພົ້ນເດັ່ນຂຶ້ນ ສະເພາະຂົງເຂດເສດຖະກິດ ເຂດການຄ້າເສລີ ແລະ ການລົງທຶນອາຊຽນ ແລະ ອາຊຽນກັບ ປະເທດຄູ່ເຈລະຈາ ກໍໄດ້ປະກອບສ່ວນສຳຄັນໃນການເຮັດການຄ້າ ແລະ ການລົງທຶນຢູ່ ສປປ ລາວ ຂະຫຍາຍຕົວໃນຈັງຫວະສູງຂຶ້ນຢ່າງຕໍ່ເນື່ອງ ນອກນີ້ ທ່ານລັດຖະມົນຕີຍັງໄດ້ຢືນຢັນເຖິງຄວາມໝາຍໝັ້ນຂອງ ສປປ ລາວ ທີ່ຈະສືບຕໍ່ເຂົ້າຮ່ວມຂະບວນການລວມຂອງອາຊຽນຢ່າງສະເໝີຕົ້ນສະເໝີປາຍ ເພື່ອສາມາດບັນລຸໄດ້ການສ້າງປະຊາຄົມອາຊຽນໃນປີ 2025 ພ້ອມນີ້ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ ສະໜັບສະໜູນ ແລະ ຮ່ວມມືຂອງປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາ ກໍຄືຄູ່ຮ່ວມມືພາຍນອກອາຊຽນ ທີ່ໄດ້ເຮັດໃຫ້ ສປປ ລາວ ສາມາດປະຕິບັດຄວາມໝາຍໝັ້ນຂອງຕົນໃນຖານະປະເທດສະມາຊິກຕະຫຼອດໄລຍະ 2 ທົດສະວັດຜ່ານມາ ໄດ້ຢ່າງເຕັມສ່ວນ ມີປະສິດທິຜົນສູງ ແລະ ນໍາເອົາຜົນປະ ໂຫຍດສູງສຸດມາສູ່ ສປປ ລາວ.
# ຂ່າວ & ພາບ: ຂັນທະວີ