ທົ່ວ ນວ ມີໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທັງໝົດ 3.109 ແຫ່ງ

    ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ:ການລົງທຶນຂອງບັນດາພາກສ່ວນເສດຖະກິດ ເປັນຕົ້ນ ຂົງເຂດອຸດສາຫະກຳ-ການຄ້າ ການບໍລິການ ໄດ້ຂະຫຍາຍຕົວ ບັນດາໂຮງຈັກ-ໂຮງຊ່າງຫັດຖະກຳ ສ່ວນຫຼາຍເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ປັດຈຸບັນທົ່ວນະຄອນຫຼວງມີໂຮງງານອຸດສາຫະກຳປຸ່ງແຕ່ງ ແລະ ຫັດຖະກຳ

ທັງໝົດ 3.109 ໂຮງງານ ທຽບໃສ່ 5 ປີເພີ່ມຂຶ້ນ 10,05% ທຽບໃສ່ຄາດໝາຍທີ່ວາງໄວ້ 12 % ແມ່ນຫຼຸດຄາດໝາຍ 1,95% ໃນຈຳນວນດັ່ງກ່າວນັ້ນ: ມີໂຮງງານຫັດຖະກຳ 341 ແຫ່ງ ໄດ້ແຈ້ງຂຶ້ນ ແລະ ປ່ຽນແປງເນື້ອໃນຂຶ້ນທະບຽນວິສາຫະກິດຢູ່ ນະຄອນຫຼວງວຽງຈັນຈຳນວນ 17.656 ຫົວນ່ວຍ ມູນຄ່າ 218.119,20 ຕື້ກີບ ທຽບໃສ່ 5 ປີຜ່ານມາທີ່ມີຈຳນວນ 8.253 ຫົວໜ່ວຍ ທຶນຈົດທະບຽນ 15.121,38 ຕື້ກີບ ໄດ້ເພີ່ມຂຶ້ນ 113,93% ທົ່ວນະຄອນຫຼວງວຽງຈັນມີສູນການຄ້າຈຳນວນ 14 ແຫ່ງ ແລະ ຕະຫຼາດ 101 ແຫ່ງ ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 5,2% ໃນນີ້ ຕະຫຼາດໃຫຍ່ມີ 8 ແຫ່ງ ເປັນຕະຫຼາດຂາຍຍົກຂາຍຍ່ອຍ 2 ແຫ່ງ

ຕະຫຼາດກາງມີ 29 ແຫ່ງ ຕະຫຼາດນ້ອຍມີ 64 ແຫ່ງ ໃນນັ້ນ ມີຕະຫຼາດນັດ 1 ແຫ່ງ ຄອບຄົວ ແລະ ກຸ່ມຕົວແບບການຜະລິດເປັນສິນຄ້າໄດ້ຮັບການຊຸກຍູ້ສົ່ງເສີມນັບມື້ເພີ່ມຂຶ້ນ ປັດຈຸບັນມີສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນທີ່ໄດ້ຮັບກາໝາຍທາງການ 51 ຫົວໜ່ວຍ ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 2,6 ເທົ່າ ມູນຄ່າສົ່ງອອກທັງໝົດ 3.518 ລ້ານໂດລາສະຫະລັດ ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 28,97% ມູນຄ່າການນຳເຂົ້າ 7.211 ລ້ານໂດລາສະຫະລັດ ຫຼຸດລົງ 47%.

.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!