ສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດສອບແຫ່ງລັດ ຄົບຮອບ 22 ປີ

    ວັນທີ 5 ສິງຫາ 2020 ອົງການກວດສອບແຫ່ງລັດ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດສອບແຫ່ງລັດ ຄົບຮອບ 22 ປີ (5/8/1998-5/8/2020) ຂຶ້ນທີ່ສຳນັກງານຂອງຕົນ ເປັນປະທານຂອງທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ ມີບັນດາຮອງປະທານ ຫົວໜ້າ ຮອງຫົວໜ້າກົມ ສະຖາບັນ ແລະ ພະນັກງານພາຍໃນອົງການກວດສອບເຂົ້າຮ່ວມ.

    ໃນພິທີ ໄດ້ຮັບຟັງການຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ແລະ ການເຄື່ອນໄຫວຂອງອົງການກວດສອບແຫ່ງລັດຕະຫຼອດໄລຍະຜ່ານມາ ເພື່ອໃຫ້ພະນັກງານເຫັນໄດ້ພາລະບົດບາດ ສິດໜ້າທີ່ ແລະ ຜົນງານການເຄື່ອນໄຫວຂອງອົງການຕົນ.

# ຂ່າວ & ພາບ: ຊິລິການດາ

error: Content is protected !!