ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ) ກຽມຈັດຫຼາຍກິດຈະກຳ ເພື່ອຕ້ອນຮັບວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020) ໃຫ້ມີບັນຍາກາດຟົດຟື້ນ ເປັນຕົ້ນການປະດັບປະດາອ້ອມຂ້າງເມືອງ ປຸກລະດົມປະຊາຊົນສ້າງຂະບວນການອານະໄມ ຈັດສັນເວນຍາມ ແລະ ອື່ນໆ.
ທ່ານ ສົມໝາຍ ສີບຸນເຮືອງ ປະທານແນວລາວສ້າງຊາດເມືອງປາກງື່ມ ໃຫ້ສໍາພາດເມື່ອບໍ່ດົນມານີ້ ວ່າ: ວັນສ້າງຕັ້ງແນວລາວສ້າງຊາດ ເປັນວັນໜຶ່ງທີ່ມີຄວາມໝາຍສໍາຄັນຂອງອົງການຈັດຕັ້ງທາງການເມືອງຂອງພັກ ເຊິ່ງໄລຍະຜ່ານມາ ກໍຄືໃນໄລຍະການຕໍ່ສູ້ກູ້ຊາດ ແນວລາວສ້າງຊາດໄດ້ເຮັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າໃຫ້ເປັນປືກແຜ່ນ ເພື່ອຕໍ່ສູ້ກັບກໍາລັງສັດຕູຜູ້ຮຸກຮານ ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າຊາດ ຄົບຮອບ 70 ປີ ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍສໍາຄັນ ເມືອງປາກງື່ມໄດ້ກຽມຈັດຫຼາຍກິດຈະກຳເພື່ອຕ້ອນຮັບວັນສໍາຄັນດັ່ງກ່າວ ເປັນຕົ້ນໄດ້ການກະກຽມປະດັບປະດາອ້ອມຂ້າງເມືອງ ແລະ ຈັດສັນເວນຍາມເພື່ອເຮັດໃຫ້ສະພາບພາຍໃນເມືອງມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ປຸກລະດົມປະຊາຊົນໃນແຕ່ລະບ້ານສ້າງຂະບວນການອານະໄມສໍານັກງານ ອົງການ ແລະ ຂອບເຂດທີ່ຢູ່ອາໃສ່ຂອງຕົນ ປູກຈິດສໍານຶກໃຫ້ມີການໄປທັດສະນະຫໍພິພິທະພັນ ຫໍມູນເຊື້ອ ສ້າງຂະບວນການຕ້ານປາກົດຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ໂດຍສະເພາະການມີສ່ວນຮ່ວມໃນແກ້ໄຂບັນຫາອຸບັດ ເຫດຕາມທ້ອງຖະໜົນ ປຸກລະດົມໃຫ້ປະຊາຊົນສຶກສາອົບຮົມລູກຫຼານ ແລະ ເປັນຫູເປັນຕາຊ່ວຍກັນລະວັງກຸ່ມຄົນບໍ່ດີ ເພື່ອປະກອບສ່ວນເຮັດໃຫ້ບັນຫາປະກົດຫຍໍ້ທໍ້ໃນສັງຄົມຫຼຸດລົງ ແລະ ຮັບປະກັນໃຫ້ການສະເຫຼີມສະຫຼອງວັນສ້າງແນວລາວສ້າງຊາດຄົບຮອບ70 ປີ ມີສະຫງົບ ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ນອກນີ້ ການດຳເນີນກອງປະຊຸມຂອງແນວລາວສ້າງຊາດເມືອງ ກໍແມ່ນໜຶ່ງໃນຂະບວນການຕ້ອນຮັບວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ ເຊິ່ງໃນກອງປະຊຸມດັ່ງກ່າວ ກໍໄດ້ມີຫຼາຍຊັ້ນຄົນ ຊົນເຜົ່າ ສາສະໜາ ແລະ ຫົວໜ່ວຍທຸລະກິດ ທີ່ເປັນຜູ້ແທນສົມບູນໃຫ້ແນວລາວສ້າງຊາດທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ.
# ຂ່າວ & ພາບ: ລັດເວລາ