ວາລະສານປ້ອງກັນຊາດ ອວຍພອນໜັງສືພິມວຽງຈັນໃໝ່

ວັນ​ທີ 28 ສິງ­ຫາ 2020 ທ່ານ ພັນ​ເອກ ທິມ​ສາວ ດວງ​ຈຳ­ປາ ຫົວ­ໜ້າ​ບັນ­ນາ­ທິ­ການ​ວາ­ລະ­ສານ​ປ້ອງ​ກັນ​ຊາດ ກະ­ຊວງ​ປ້ອງ​ກັນ​ປະ­ເທດ ພ້ອມ​ຄະ­ນະ ໄດ້​ເຂົ້າ​ອວຍ­ພອນ​ທ່ານ ນາງ ແກ້ວ​ຊ້ອນ ຈັນ­ທະ​ນາມ ຫົວ­ໜ້າ​ບັນ­ນາ­ທິ­ການ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່…

5 ປີຜ່ານມາ ເມືອງຫາດຊອງຟອງມີຄະດີເກີດຂຶ້ນ 1.465 ເລື່ອງ ແກ້ໄຂໄດ້ 1.158 ເລື່ອງ

ໄລ­ຍະ​ຜ່ານ​ມາ ກອງ​ບັນ­ຊາ​ການ​ປ້ອງ​ກັນ​ຄວາມ​ສະ­ຫງົບ (ປກສ) ເມືອງ​ຫາດ​ຊາຍ​ຟອງ ໄດ້​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ບັນ­ດາ​ຄາດ­ໝາຍ​ສູ້​ຊົນ​ຂອງ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ອົງ­ຄະ​ນະ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ຄື​ເມືອງ​ວາງ​ອອກ​ເປັນ​ໃຫ້​ເປັນ​ຮູບ​ປະ​ທຳ ເປັນ­ຕົ້ນ ການ​ເພີ່ມ​ທະ­ວີ​ບົດ­ບາດ​ການ​ນຳ­ພາ​ຂອງ​ຄະ­ນະ​ພັກ ຄະ­ນະ​ບັນ­ຊາ​ການ​ຕິດ​ພັນ​ກັບ​ວຽກ​ງານ​ວິ­ຊາ​ສະ­ເພາະ​ຂອງ​ຕົນ. ສະ­ຫາຍ​ພັນ​ໂທ ແສງ​ທອງ ເກື້ອ​ບຸນ​ລ້ຳ ເລ­ຂາ​ຄະ­ນະ​ພັກ​ຮາກ​ຖານ ຫົວ­ໜ້າ​ກອງ​ບັນ­ຊາ​ການ…

ສັກຢາກັນພະຍາດ ເຮັດໃຫ້ອັດຕາການຕາຍຂອງສັດຫຼຸດລົງຫຼາຍ

    ທ່ານ ສີແສງ ຂຸນສີ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ສໍາພາດວັນທີ 27 ສິງຫາ 2020 ທີ່ກົມດັ່ງກ່າວວ່າ: ຢູ່ປະເທດລາວມີການລ້ຽງຫຼາຍພໍສົມຄວນ…

ສຸມໃສ່ສ້າງຕ່ອງໂສ້ການຜະລິດກະສິກຳສະອາດ ເປັນສິນຄ້າຕາມທິດສີຂຽວຍືນຍົງ

    ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກນະຄອນຫຼວງວຽງຈັນ (ນວ) ຂະແໜງກະສິກຳ ແລະ ປ່າໄມ້ ນວ ໄດ້ສຸມໃສ່ນຳພາສ້າງລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ໂດຍໄດ້ປະຕິບັດ 8…

ນໍາສະເໜີລົດ Fortuner ຮຸ່ນໃໝ່

    ບໍລິສັດ ໂຕໂຢຕ້າ ລາວ ຈໍາກັດ ຈັດພິທີນໍາສະເໜີລົດອະເນກປະສົງ ຟໍຈູນເນີ້ (Fortuner) ຮຸ່ນໃໝ່ຫຼ້າສຸດ ພ້ອມຄຳນິຍາມ “ໃຫ້ຊີວິດທີ່ເໜືອລະດັບ” ຂຶ້ນວັນທີ 28 ສິງຫາ 2020 ຢູ່ນະຄອນຫຼວງວຽງຈັນ…

ຕິດຕາມໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນ

     ວັນທີ 28 ສິງຫາ 2020 ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຢ້ຽມຢາມຕິດຕາມສະພາບຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນ ຂອງຄະນະກໍາມາທິການ ລາວ-ຈີນ…

14 ຄົນ ສຳເລັດການສຶກສາສາທາລະນະສຸກສາດ ການແພດເຂດຮ້ອນ

     ວັນທີ 28 ສິງຫາ 2020 ທີ່ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດຫຼັກສູດປະລິນຍາໂທການແພດເຂດຮ້ອນ ແລະ ສາທາລະນະສຸກສາດ ລະຫວ່າງຊາດຮຸ່ນທີ 19 (2018-2020) ເປັນກຽດມອບປະກາສະນີຍະບັດຂອງທ່ານ ບຸນກອງ…

ຮອງເຈົ້າຄອງຊຸກຍູ້ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ

    ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ລົງເຄື່ອນໄຫວຢ້ຽມຢາມເຂດເສດຖະກິດສະເພາະບຶງທາດຫຼວງ ວັນທີ 27 ສິງຫາ 2020 ເພື່ອລົງ​ຕິດ​ຕາມ ແລະ ຊຸກ​ຍູ້​​ການຈັດຕັ້ງປະຕິບັດວຽກງານການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດໃນ…

ສ້າງຫາດຊາຍຟອງ ໃຫ້ເປັນເມືອງເຂັ້ມແຂງຮອບດ້ານ​ ທັນສະໄໝ​ ໜ້າຢູ່ ແລະ​ ​ຍືນຍົງ

    ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງຫາດຊາຍຟອງ ຈັດຂຶ້ນທີ່ວິທະຍາຄານໄກສອນ ພົມວິຫານ ມາຮອດວັນທີ 28 ສິງຫາ 2020 ໄດ້ສຳເລັດ ໂດຍເປັນປະທານຂອງສະຫາຍ ບຸນເພັງ ສີນະວົງພອນ ຮັກສາການເລຂາພັກເມືອງ ເຈົ້າເມືອງຫາດຊາຍຟອງ…

error: Content is protected !!