ປາກງື່ມໄດ້ຮັບການຊ່ວຍເຫຼືອ

       ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ຮັບການຊ່ວຍເຫືອໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ປະກອບມີຜ້າອັດປາກອັດດັງ 200 ກັບ ເຈວລ້າງມື 200 ກ່ອງ ຢາປົວພະຍາດ 200 ຊຸດ ເຄື່ອງວັດແທກອຸນຫະພູມ 20 ເຄື່ອງ ໝີ່ສຳເລັດຮູບ 200 ແກັດ ເຂົ້າສານ 200 ກິໂລກຣາມ ແລະໄຂ່ 200 ແຕະ ລວມມູນຄ່າທັງໝົດ 62 ລ້ານກີບ ຈາກມູນນິທິເຊມາອຸນ ສ ເກົາຫຼີປະຈຳລາວ.

       ພິທີມອບ ຈັດຂຶ້ນວັນທີ 9 ກັນຍາ 2020 ທີ່ປົກຄອງເມືອງປາກງື່ມ ກ່າວມອບໂດຍທ່ານ ໂຈ ຈູນຮີຢອງ ຜູ້ບໍລິຫານມູນນິທິເຊມາອຸນປະຈຳລາວ ແລະ ກ່າວຮັບໂດຍທ່ານ ກອງມີ ສີສະໝຸດຮອງເຈົ້າເມືອງປາກງື່ມ.

error: Content is protected !!