ລາວ​ ແລະ​ ຮົງກາຣີ ສືບຕໍ່ການຮ່ວມມືສອງຝ່າຍ

    ວັນທີ 11 ກັນຍາ 2020 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບ ແລະພົບປະກັບທ່ານ ປີເຕີ ຊີນຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຮົງກາລີເຊິ່ງການພົບປະ ສອງຝ່າຍໄດ້ຕີລາຄາສູງ ຜົນການຮ່ວມມືຜ່ານມາ ເປັນຕົ້ນ ໝາກຜົນຕົວຈິງໂດຍຜ່ານໂຄງການກູ້ຢືມມີເງື່ອນໄຂບໍ່ມີດອກເບ້ຍ ຈາກລັດຖະບານຮົງກາຣີ ເພື່ອນຳໃຊ້ເຂົ້າໃນເສດຖະກິດ-ສັງຄົມ ຂອງລາວ ໃນຂະແໜງການກະສິກຳ ການບໍລິຫານຄຸ້ມຄອງຊັບພະຍາກອນນໍ້າ ວຽກງານຍົກລະດັບການຄູ້ມຄອງພົນລະເມືອງ ລວມທັງການອອກບັດປະຈຳຕົວແບບທັນສະໄໝ ແລະ ອື່ນໆ ນອກນີ້ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບທິດທາງເສີມຂະຫຍາຍການຮ່ວມມືຫຼາຍຂະແໜງການໃນຕໍ່ໜ້າຕື່ມອີກ.

    ໂອກາດທີ່ຄະນະຜູ້ແທນຮົງກາຣີມາຢ້ຽມຢາມລາວຄັ້ງນີ້ ຄະນະຍັງໄດ້ເຂົ້າຢ້ຽມຄຳນັບແລະ ພົບປະກັບທ່ານນາຍົກລັດຖະມົນຕີລາວ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມເປີດສູນວິໄຈ ແລະຜະລິດວັກແຊງສຳລັບສັດຢູ່ບ້ານໜອງແຕ່ງ ມອບການຊ່ວຍເຫຼືອອຸປະກອນເຄື່ອງຫາຍໃຈໃຫ້ລັດຖະບານລາວເພື່ອເປັນຂອງຂວັນປະກອບສ່ວນຕ້ານພະຍາດໂຄວິດຕື່ມອີກ.

error: Content is protected !!