ນາຍົກລັດຖະມົນຕີ ຊຸກຍູ້ການຜະລິດຂອງບໍລິສັດນະຄອນຫຼວງອຸດສາຫະກໍາເຫຼັກ ຈໍາກັດ

     ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຜະລິດຂອງບໍລິສັດ ນະຄອນຫຼວງອຸດສາຫະກໍາເຫຼັກ ຈໍາກັດ ໂດຍການນໍາພາຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ວັນທີ 11 ກັນຍາ 2020 ຖືກຕ້ອນຮັບຈາກທ່ານ ຈັນ ກົ່ວ ທວນ ປະທານບໍລິສັດ ນະຄອນຫຼວງອຸດສາຫະກໍາເຫຼັກ ຈໍາກັດ.​

       ທ່ານ ສອນສະຫວັນ ສຸກດາລາ ຮອງປະທານຜູ້ອໍານວຍການ ບໍລິສັດ ນະຄອນຫຼວງອຸດສາຫະກໍາເຫຼັກ ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດໄດ້ຮັບການອະນຸຍາດສ້າງຕັ້ງຂຶ້ນໃນປີ 1994 ແລະ ໄດ້ເລີ່ມທໍາການຜະລິດໃນປີ 1996 ມາຮອດປີ 2010 ໄດ້ເພີ່ມທຶນຈົດທະບຽນ 40 ຕື້ກີບ ປັດຈຸບັນ ບໍລິສັດໄດ້ໃຊ້ເງິນລົງທຶນທັງໝົດ 50 ລ້ານໂດລາສະຫະລັດ ປະມານ 456,2 ຕື້ກີບ ມີກໍາມະກອນທັງໝົດ 400 ກວ່າຄົນ ມີກໍາລັງການຜະລິດ 300.000-350.000 ໂຕນຕໍ່ປີ ປັດຈຸບັນ ຜະລິດໄດ້ພຽງ 60 ພັນໂຕນຕໍ່ປີ ເທົ່າກັບ 20% ຂອງກໍາລັງການຜະລິດຍ້ອນສະພາບເສດຖະກິດຢູ່ພາຍໃນ ແລະ ຕ່າງປະເທດມີຄວາມຫຍຸ້ງຍາກ ຫຼາຍໂຄງການໄດ້ໂຈະການກໍ່ສ້າງຂອງຕົນ ການກະຈາຍສິນຄ້າໄປ

ສູ່ແຂວງຕ່າງໆພົບຄວາມຫຍຸ້ງຍາກ ແລະ ມີການແຂ່ງຂັນທາງດ້ານການຕະຫຼາດຫຼາຍຂຶ້ນ ເຊິ່ງປະກອບມີເຫຼັກເສັ້ນກົມກ້ຽງ (VSI) ຊັ້ນຄຸນນະພາບ SR24 ເຫຼັກເສັ້ນຂໍ້ອ້ອຍຊັນຄຸນນະພາບ SD40 ທີ່ມີຫຼາຍຂະໜາດຕອບສະໜອງໃຫ້ແກ່ວຽກງານການກໍ່ສ້າງຕ່າງໆເຊັ່ນ: ຕຶກອາຄານ ເຂື່ອນໄຟຟ້າ ຖະໜົນຫົນທາງ ຂົວ ແລະ ອື່ນໆ ມີສາຂາຈໍາໜ່າຍໃນທຸກແຂວງທົ່ວປະເທດ ພ້ອມນັ້ນຂະບວນການຜະລິດແມ່ນໄດ້ເອົາໃຈໃສ່ຄຸ້ມຄອງຄຸນນະພາບຈົນໄດ້ຮັບອະນຸຍາດນໍາໃຊ້ກາໝາຍມາດຕະຖານລາວ ໃບຢັ້ງຢືນມາດຕະຖານແຫ່ງຊາດ ແລະ ໄດ້ຮັບການຢັ້ງຢືນ ISO 9001-2015.

     ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ກັບບໍລິສັດ ນະຄອນຫຼວງອຸດສາຫະກໍາເຫຼັກ ຈໍາກັດ ທີ່ໄດ້ຜະລິດເຫຼັກເສັ້ນທີ່ມີຄຸນນະພາບອອກມາຮັບໃຊ້ສັງຄົມ ກໍຄືຮັບໃຊ້ການພັດທະນາສ້າງສາປະເທດຊາດຢ່າງກວ້າງຂວາງ ເຮັດໃຫ້ຫຼຸດຜ່ອນການນໍາເຂົ້າຜະລິດຕະພັນດັ່ງກ່າວຈາກຕ່າງປະເທດ  ພ້ອມທັງສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນລາວ ແລະ ໄດ້ຮຽກຮ້ອງໃຫ້ບໍລິສັດສືບຕໍ່ຜະລິດເຫຼັກເສັ້ນທີ່ມີຄຸນນະພາບໃຫ້ຫຼາຍຂຶ້ນ ເພື່ອຕອບສະໜອງພຽງພໍກັບຄວາມຕ້ອງການຂອງສັງຄົມ.

error: Content is protected !!