ໃນເວລາ 7:00 ໂມງ ວັນທີ 8 ກັນຍາ 2022 ເກີດອຸບັດ ເຫດລົດຂົນສົ່ງນໍ້າກ້ອນປິ້ນທັບລົດຈັກນັກຮຽນຢູ່ເສັ້ນທາງເລກ 10 ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ອຸບັດເຫດຄັ້ງນີ້ ລົດສົ່ງນໍ້າກ້ອນໄດ້ທັບລົດຈັກທີ່ມີນັກຮຽນຂັບຂີ່ຊ້ອນກັນໄປໂຮງຮຽນ…
Category: ຂ່າວໜ້າໜຶ່ງ
ແຕ່ງຕັ້ງຄະນະປະຕິຮູບລັດວິສາຫະກິດ ພັດທະນາກະສິກໍາ-ອຸດສາກະກໍາ ແລະ ບໍລິການ ຂາອອກ-ຂາເຂົ້າ
ພິທີປະກາດການຈັດຕັ້ງຄະນະປະຕິຮູບ ລັດວິສາຫະກິດ ພັດທະນາກະສິກໍາ-ອຸດສາກະກໍາ ແລະ ບໍລິການຂາອອກ-ຂາເຂົ້າ ວັນທີ 6 ກັນຍາ 2022 ທີ່ ລັດວິສາຫະກິດພັດທະນາກະສິກໍາ-ອຸດສາກະກໍາ ແລະ ບໍລິການ ຂາອອກ-ຂາເຂົ້າ (ພກອ)…
ຫາລືແລກປ່ຽນການຮ່ວມມືເຊິ່ງກັນ ແລະ ກັນ.
ວັນທີ 6 ກັນຍາ ປີ 2022 ທ່ານນາງ ດຣ ເພຍ ເຣເບລໂລ ບີຣໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ…
ວິທະຍາຄານ ກົມມະດຳ ປະກາດການເລື່ອນທຽບຊັ້ນໃຫ້ນາຍທະຫານ
ວິທະຍາຄານ ກົມມະດຳ ຈັດຕັ້ງພິທີ ປະກາດການເລື່ອນທຽບຊັ້ນໃຫ້ແກ່ນາຍທະຫານ ຂຶ້ນວັນທີ 7 ກັນຍາ 2022 ຢູ່ວິທະຍາຄານດັ່ງກ່າວ ໂດຍມີທ່ານ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ຫົວຫນ້າການເມືອງວິທະຍາຄານ ກົມມະດຳ…
ຍີປຸ່ນຊ່ວຍເຫຼືອປາກະປ໋ອງ 402 ໂຕນເພື່ອສະໜັບສະໜູນແຜນງານອາຫານທ່ຽງໃນໂຮງຮຽນຢູ່ລາວ
ພິທີມອບ-ຮັບປາກະປ໋ອງ ການຊ່ວຍເຫຼືອລ້າຈາກລັດຖະບານຍີປຸ່ນເພື່ອສະໜັບສະໜູນແຜນງານອາຫານທ່ຽງໃນໂຮງຮຽນຢູ່ ສປປ ລາວ ຈັດຂຶ້ນວັນທີ 8 ກັນຍາ 2022 ທີ່ສາງອາຫານຂອງອົງການອາຫານໂລກ ຕາງໜ້າມອບໂດຍທ່ານ ເຄນິຊິໂກບາຍາຊິ ເອກອັກຄະລັດຖະທູດຍີປຸ່ນປະຈຳລາວ ຮັບໂດຍທ່ານ ເດວບາເຮີ ຜູ້ອຳນວຍການ ແລະ…
ເຈົ້າໜ້າທີ່ ປກສ ຫຼວງພະບາງ ຢຶດຢາເສບຕິດໄດ້ຫຼາຍກວ່າ 2 ໂຕ່ນ
ວັນທີ 18 ສິງຫາ 2022 ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຕົກລົງໃຫ້ກອງບັນຊາການ ປກສ ເມືອງນານ ຕັ້ງຈຸດກວດກາຕິດຕາມສະພາບຮອບດ້ານຂອງວຽກງານວິຊາສະເພາະຢູ່ສົ້ນຂົວຂ້າມແມ່ນ້ຳຂອງ ລະຫວ່າງບ້ານປາກຄອນ ເມືອງນານ ຫາບ້ານທ່າເດື່ອ ເມືອງໄຊຍະບູລີ…
ຜົນກອງປະຊຸມລັດຖະບານສະໄໝວິສາມັນ ປະຈໍາເດືອນກັນຍາ
ກອງປະຊຸມລັດຖະບານ ສະໄໝວິສາມັນ ປະຈໍາເດືອນກັນຍາ ໄດ້ຮັບຮອງທາງດ້ານຫຼັກການ ເອົາແຜນການສ້າງ ແລະ ປັບປຸງກົດໝາຍແຕ່ປີ 2023-2025 ຂອງລັດຖະບານຈໍານວນ 10 ສະບັບ. ໃນນັ້ນ ຮ່າງກົດໝາຍສ້າງໃໝ່ 3 ສະບັບ…
ສືບຕໍ່ລົງກວດປະລິມານສານພິດຕົກຄ້າງ ຢູ່ພືດຜັກຕະຫຼາດບຶງທາດຫຼວງ
ສູນປ້ອງກັນພືດ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊເສດຖາ ໄດ້ຈັດຂະບວນເປີດກວດສອບວິໄຈປະລິມານສານພິດຕົກຄ້າງຈາກຢາປາບສັດຕູພືດໃນພືດຜັກ ແລະ…
ການນຳກະຊວງ ຖວທ ເຂົ້າຮ່ວມກອງປະຊຸມສາກົນແບບທາງໄກ
ຄະນະນຳກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນຳໂດຍທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໄດ້ເຂົ້າຮ່ວມກອງປະຊຸມສາກົນ ການປົກປັກຮັກສາຊັບສິນທາງວັດທະນະທໍາ ການປ້ອງກັນການລັກລອບຄ້າຂາຍຊັບສິນທາງວັດທະນະທໍາແບບຜິດກົດໝາຍໃນອາຊຽນ ໃນວັນທີ 7…