K-FISH ສະຫຼອງກິດຈະກຳສົ່ງເສີມການຂາຍທີ່ປະສົບຄວາມສຳເລັດໃນປະເທດລາວ 

   ແບນການປະມົງເກົາຫຼີ K-FISH ໂປຼໂໝດຜະລິດຕະພັນອາຫານທະເລເກົາຫຼີດ້ວຍກິດຈະກຳພິເສດໃນປະເທດລາວແລະທົ່ວໂລກເລີ່ມຕັ້ງແຕ່ເດືອນພຶດສະພາແລະໄດ້ຮັບການຕອບຮັບເປັນຢ່າງດີໃນທົ່ວໂລກ

ໃນປີນີ້ ລະຍະເວລາໃນການສົ່ງເສີມການຂາຍເປັນເວລາດົນກວ່າ 2 ອາທິດນັກທຸລະກິດໄດ້ເນັ້ນໄປທີ່ຜູ້ບໍລິໂພກ ໂດຍນຳສະເໜີຜະລິດຕະພັນຕໍ່ຜູ້ບໍລິໂພກທັງທາງສື່ອອນລາຍແລະໜ້າຮ້ານ,ແບນ K-FISH ໄດ້ໃຊ້ໂອກາດນີ້ເພື່ອເນັ້ນໃຫ້ເຫັນເຖິງສະພາບແວດລ້ອມທາງວິທະຍາສາດທີ່ສະອາດສຳລັບການຜະລິດ ຕະຫຼອດຈົນເຖິງແນວທາງໃນການເຮັດແບນທີ່ເຂັ້ມງວດແລະການຈັດການຄຸນນະພາບຢ່າງເຂັ້ມງວດປະຈຸບັນ K-FISH ມີສິນຄ້າສົ່ງອອກ 14 ລາຍການໄດ້ແກ່ : ຫອຍນາງລົມ,ຫອຍເປົ໋າຮື້,ສາລ່າຍແຫ້ງ,ກິມ(ສາລ່າຍເລເວີ),ທູນ້າກະປ໋ອງ,ເຕົິ້າຮູ້ປາ ແລະ ອື່ນໆເປັນຕົ້ນໂດຍສະເພາະ,ຢູ່ປະເທດລາວມັນບໍ່ແມ່ນເລື່ອງຍາກເລີຍທີ່ຈະຫາສາລ່າຍທະເລເກົາຫຼີທີ່ວາງຂາຍຢູ່ໃນຮ້ານຊຸບເປີ້ມາເກັດທ້ອງຖິ່ນ (ແບນ K-Fish) ເຊິ່ງໄດ້ຮັບຄວາມນິຍົມຈາກທຸກຄົນ

ແມ່ນຫຍັງທີ່ເຮັດໃຫ້ສາລ່າຍທະເລເກົາຫຼີມີຄວາມພິເສດ?

1.ສາລ່າຍທະເລເກົາຫຼີເປັນອາຫານທີດີຕໍ່ສຸຂະພາບທີ່ມີແຄຼລໍຣີຕຳ່,ມີໂປຣຕີນ ແລະ ວິຕາມິນສູງ

2.ສາລ່າບທະເລແມ່ນຜະລິດຂຶ້ນໃນພື້ນທີ່ສະອາດເທົ່ານັ້ນແລະເງື່ອນໄຂໃນການຜະລິດແມ່ນເຂັ່ງຂັດຫຼາຍ ຜະລິດສາລ່າຍທະເລຂຶ້ນໄດ້ກໍຕໍ່ເມື່ອອຸນຫະພູມຂອງນຳ້ແລະຄວາມເຄັມຕົງຕາມເງື່ອນໄຂສາມປະການແລະຕ້ອງການແສງແດດໃນປະລິມານທີ່ເໝາະສົມເທົ່ານັ້ນ.

3.ຖ້າເຮົາເວົ້າເຖິງສາລ່າຍແຫ້ງໃນໂລກແມ່ນມີຜູ້ຜະລິດລາຍໃຫຍ່ຢູ່ 3 ແຫ່ງໄດ້ແກ່: ເກົາຫຼີ,ຈີນ ແລະ ຢີ່ປຸ່ນ , ເກົາຫຼີກວມເອົາເຄິ່ງໜຶ່ງຂອງຕະຫຼາດໂລກ,ທີ່ຜະລິດໃນເກົາຫຼີໄດ້ຖືກຍອມຮັບວ່າເປັນສິນຄ້າທີ່ມີຄຸນນະພາບດີທີ່ສຸດສຳລັບສະພາບແວດລ້ອມໃນການຜະລິດທີ່ສະອາດແລະເທັກໂນໂລຊີໃນການປຸງແຕ່ງທີ່ດີເລີດ.

ສາລ່າຍທະເລທີ່ດີມີສີດຳເຫຼື້ອມເງົາແລະກອບ,ສາລ່າຍແຫ້ງ K-FISH ປູກໃນສະພາບແວດລ້ອມການເພາະລ້ຽງສັດນຳ້ທີ່ສະອາດ ລ້າງ ແລະ ຕາກໃຫ້ແຫ້ງເປັນຢ່າງດີ ແລະມີຄຸນນະພາບທີ່ດີຫຼາຍ.

ບໍ່ພຽງແຕ່ສາລ່າຍທະເລເທົ່ານັ້ນ ແຕ່ຜະລິດຕະພັນ K-FISH ອື່ນໆອີກຫຼາຍຢ່າງແມ່ນມີຄຸນນະພາບດີແລະມີລົດຊາດແຊບ ຕົງຕາມຫຼັກເກນໃນການໃຊ້ຊື່ແບນ K-FISH ທີ່ເຂັ້ມງວດ ຜະລິດຕະພັນ K-FISH ມີຂາຍໃນຮ້ານ K-mart ເກົາຫຼີ ແລະ ຕ່າງປະເທດ (ສະຖານທີ່: ຕັ້ງຢູ່ບ້ານ ໂສກປ່າຫຼວງ ແລະ ສະພານທອງ) ເບີຕິດຕໍ່ສອບຖາມ 020 5553 2857.

error: Content is protected !!