ປູກຈິດສຳນຶກໃຫ້ນັກສຶກສາ ໃນກິດຈະກຳ “ສະອາດທົ່ວລາວ” ພາຍໃຕ້ແຄມເປນ ສຸຂະພາບໜຶ່ງດຽວ (One Health)

   ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບການຮັກສາສິ່ງແວດລ້ອມ ສະຫະພາບເອີຣົບ ປະຈຳ ສປປ ລາວ ຮ່ວມກັບ ກະຊວງສຶກສາທິການ ແລະ ກີລາ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ຈັດກິດຈະກຳ ສຳລັບນັກສຶກສາ ແລະ ຄູ-ອາຈານ ຫຼາຍກວ່າ 900 ຄົນ ຈາກໂຮງຮຽນ ແລະ ວິທະຍາໄລເຕັກນິກວິຊາຊີບທົ່ວ 18 ແຂວງ ໄດ້ຮ່ວມມືກັນດຳເນີນກິດຈະກຳ “ສະອາດທົ່ວລາວ” ພາຍໃຕ້ແຄມເປນ ສຸຂະພາບໜຶ່ງດຽວ (One Health) ນຳພາໂດຍຄູ-ອາຈານ ນັກສຶກສາຈາກໂຮງຮຽນທີ່ເຂົ້າຮ່ວມໄດ້ມີການອະນາໄມບໍລິເວນອ້ອມແອ້ມໂຮງຮຽນ ແລະ ວິທະຍາໄລຂອງຕົນ ພ້ອມກັນ ໃນວັນທີ 13 ກັນຍາ ນີ້ ກິດຈະກຳທັງໝົດແມ່ນໄດ້ມີການຖ່າຍທອດສົດຜ່ານໜ້າເຟສບຸກ One Health Laos ສຸຂະພາບ ໜຶ່ງດຽວ ໜ້າເຟສບຸກຂອງສະຫະພາບເອີຣົບ ປະຈຳ ສປປ ລາວ (European Union in Laos) ແລະ ໜ້າເຟສບຸກຂອງ ໂຮງຮຽນ ແລະ ວິທະຍາໄລເຕັກນິກວິຊາຊີບ (TVET) ຂອງແຕ່ລະແຂວງ .

       ນັກສຶກສາທີ່ໄດ້ເຂົ້າຮ່ວມກິດຈະກຳອະນາໄມເກັບຂີ້ເຫຍື້ອໃນພື້ນທີ່ທີ່ກຳນົດໃນງານຄັ້ງນີ້ແມ່ນໄດ້ຮຽນຮູ້ກ່ຽວກັບຜົນກະທົບຂອງຂີ້ເຫຍື້ອ ແລະ ສິ່ງເສດເຫຼືອໃນນໍ້າທີ່ມີຕໍ່ກັບສິ່ງແວດລ້ອມ ໄດ້ຮຽນຮູ້ວ່າໄມໂຄພລາສຕິກສາມາດເຮັດໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມໄດ້ ແລະ ນໍ້າຕົກຄ້າງຈາກສິ່ງເສດເຫຼືອເປັນສາເຫດທີ່ເຮັດໃຫ້ເກີດພາຫະນຳເຊື້ອ ໜຶ່ງໃນສາເຫດຕົ້ນຕໍຂອງບັນຫາທາງດ້ານໂພສະນາການພາຍໃນປະເທດ.

        ທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນທີ່ສຸດທີ່ໄດ້ເຫັນກິດຈະກໍາແບບນີ້ເກີດຂຶ້ນໃນສັງຄົມ ງານຄັ້ງນີ້ເອງກໍເປັນດັ່ງການຢັ້ງຢືນເຖິງຄວາມສາມາດ ແລະ ຄວາມຊື່ສັດຂອງໄວໜຸ່ມຕໍ່ກັບປະເທດຊາດເຮົາ ແລະ ຍິ່ງໄປກວ່ານັ້ນແມ່ນໄດ້ເຫັນວ່າມີຕົວແທນຈາກທຸກແຂວງໃນທົ່ວປະເທດເຂົ້າຮ່ວມກິດຈະກຳນີ້ອີກດ້ວຍ ດ້ວຍເຫດນັ້ນຍິ່ງເຮັດໃຫ້ງານດັ່ງກ່າວນີ້ເປັນວາລະແຫ່ງຊາດຢ່າງແທ້ຈິງ”.

       ທ່ານ ນີລ ເລໂອນາດ (Niall Leonard) ຜູ້ຮັກສາການອຸປະທູດຂອງສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້ກ່າວວ່າ “ການປ່ຽນແປງຂອງດິນຟ້າອາກາດ ແລະ ການເສື່ອມໂຊມຂອງສິ່ງແວດລ້ອມແມ່ນໄພຂົ່ມຂູ່ຕໍ່ກັບເອີຣົບ ກໍຄື ຕໍ່ທົ່ວໂລກເຊັ່ນກັນ ສະຫະພາບເອີຣົບແມ່ນຜູ້ສະໜັບສະໜູນຫຼັກຂອງ ກິດຈະກໍາ ວັນທໍາຄວາມສະອາດ ໃນທົ່ວໂລກ ແລະ ທຸກຄັ້ງທີ່ມີການຈັດງານດັ່ງກ່າວຂຶ້ນ ມັນໄດ້ເປັນການເຕົ້າໂຮມຊຸມຊົນຕ່າງໆມາເພື່ອຈຸດປະສົງດຽວກັນ ນັ້ນກໍຄື ການຫຼຸດຜ່ອນຄວາມເສື່ອມໂຊມຂອງສິ່ງແວດລ້ອມ ແລະ ປູກຈິດສໍານຶກກ່ຽວກັບຄວາມສໍາຄັນຂອງຊີວະນາໆພັນໃນພື້ນທີ່ ທີ່ພວກເຮົາທຸກຄົນອາໄສຢູ່ຮ່ວມກັນ ເພາະວ່າອາກາດທີ່ສົດຊື່ນ ນໍ້າທີ່ສະອາດ ພືດ ແລະ ຊີວະນາໆພັນທີ່ແຂງແຮງ ມີຄວາມສຳຄັນຕໍ່ທຸກໆຄົນ ແລະ ມັນກໍເປັນພື້ນຖານຍຸດທະສາດ ຂໍ້ຕົກລົງສີຂຽວ EU ຂອງພວກເຮົາ (EU Green Deal strategy)” ກິດຈະກຳດັ່ງກ່າວປູກຈິດສຳນຶກຂອງປະຊາຊົນກ່ຽວກັບແນວຄວາມຄິດ “ສຸຂະພາບໜຶ່ງດຽວ” ຫຼື One Health ແນວທາງຂອງສຸຂະພາບໜຶ່ງດຽວແມ່ນເພື່ອໃຫ້ສັງຄົມຮັບຮູ້ວ່າສຸຂະພາບຂອງມະນຸດແມ່ນຕິດພັນກັບສຸຂະພາບຂອງສັດ ແລະ ສິ່ງແວດລ້ອມຢ່າງແໜ້ນແຟ້ນ ຍັງໄດ້ຊຸກຍູ້ໃຫ້ປະຊາຊົນມີສະຕິ ແລະ ຖິ້ມຂີ້ເຫຍື້ອໃຫ້ຖືກຕ້ອງຕາມສະຖານທີ່ ທີ່ກຳນົດໄວ້ ເພາະວ່າການຖິ້ມຂີ້ເຫຍື້ອທີ່ບໍ່ຖືກຕ້ອງສາມາດນໍາໄປສູ່ການເກີດນ້ຳຂັງໃນບາງພື້ນທີ່ ແລະ ມັນສາມາດກາຍມາເປັນແຫຼ່ງເພາະພັນຂອງຍຸງທີ່ພາໃຫ້ເກີດພະຍາດໄຂ້ຍຸງໄດ້.

error: Content is protected !!