ກຽມຄວາມພ້ອມສຳລັບການຫັນໂຮງໝໍກຸ້ມຕົນເອງ

    ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ໄດ້ຈັດເຝິກອົບຮົມການກຽມຄວາມພ້ອມສຳລັບການຫັນໂຮງໝໍກຸ້ມຕົນເອງ ຂຶ້ນວັນທີ 12 ຕຸລາ 2022 ທີ່ກົມດັ່ງກ່າວ ເປັນປະທານຂອງທ່ານ ດຣ ສົມຈັນ ມູນສະຫວັດ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ມີອຳນວຍການ 5 ໂຮງໝໍສູນກາງ ແລະ ຕາງໜ້າຈາກ 3 ແຂວງ: ວຽງຈັນ ຊຽງຂວາງ ອຸດົມໄຊ ແລະ ພະນັກງານທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມ.

    ການເຝິກອົບຮົມດັ່ງກ່າວ ແມ່ນໄດ້ຮັບການບັນຍາຍຂອງທ່ານ Dr. Alphons Schyder ຊ່ຽວຊານດ້ານຄຸ້ມຄອງບໍລິຫານຈາກປະເທດສະວິດ ໃນຫົວຂໍ້ກ່ຽວກັບວຽກຈັດຕັ້ງບຸຄະລາກອນ ແລະ ແຜນການການເງິນ.

    ສຳລັບຈຸດປະສົງຂອງການເຝິກອົບຮົມການກະກຽມທົດລອງຫັນໂຮງໝໍກຸ້ມຕົນເອງເທື່ອລະກ້າວ ແມ່ນ ເພື່ອຍົກສູງຄຸນນະພາບການບໍລິການໃຫ້ແກ່ຄົນເຈັບ ແລະ ເພື່ອຄວາມຍືນຍົງໃນການນຳໃຊ້ບຸຄະລາກອນ ແບບມີປະສິດທິຜົນ ເຮັດໃຫ້ຄົນເຈັບກັບຄືນມາໃຊ້ບໍລິການຢູ່ໂຮງໝໍລັດ ແລະ ຫຼຸດຜ່ອນຄົນເຈັບທີ່ໄປບໍລິການປິ່ນປົວຢູ່ຕ່າງປະເທດ.

error: Content is protected !!