ເລີ່ມຈັດຕັ້ງປະຕິບັດໂຄງການເຊື່ອມສານດ້ານໂພຊະນາການ ຢູ່ 2 ເມືອງໃນແຂວງຄຳມ່ວນ

    ໂຄງການເຊື່ອມສານດ້ານໂພຊະນາການ ໄດ້ຮັບການສະໜັບສະໜູນຈາກອົງການສຸພະນິມິດສາກົນ ປະຈຳລາວ ມີເປົ້າໝາຍຈັດຕັ້ງປະຕິບັດຢູ່ 2 ເມືອງຂອງແຂວງຄຳມ່ວນຄື: ເມືອງຍົມມະລາດ ແລະ ເມືອງໄຊບົວທອງ ໃນບ້ານເປົ້າໝາຍ ເມືອງລະ 13 ບ້ານ.

    ດັ່ງນັ້ນ ໃນວັນທີ 18 ຕຸລາ 2022 ທີ່ຫ້ອງວ່າການແຂວງຄຳມ່ວນ ຈຶ່ງໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈຂອງໂຄງການເຊື່ອມສານດ້ານໂພຊະນາການ ຢູ່ 2 ເມືອງຄື: ເມືອງ ຍົມມະລາດ ແລະ ໄຊບົວທອງ ແຂວງຄຳມ່ວນ ຕາງໜ້າເຊັນບົດບັນທຶກໂດຍທ່ານ ດຣ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄຳມ່ວນ ແລະ  ທ່ານ ອາຊິດ ກູມາ (Ashit Kumar) ຮັກສາການແທນອໍານວຍການອົງການສຸພານິມິດສາກົນ ປະຈຳລາວ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ມີຕາງໜ້າຈາກກະຊວງການຕ່າງປະເທດ ກະຊວງສາທາລະນະສຸກ ມີພະແນກການຂັ້ນແຂວງ ຫ້ອງການ ແລະ ຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ.

    ຈຸດປະສົງຫຼັກຂອງໂຄງການ ເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9 (2021-2025) ໂດຍເລັ່ງໃສ່ການປັບປຸງສຸຂະພາບແມ່ ແລະ ເດັກ ແລະ ການຢຸດຕິຄວາມອຶດຫິວ ບັນລຸຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປັບປຸງໂພຊະນາການ ແລະ ສົ່ງເສີມກະສິກຳແບບຍືນຍົງ ແລະ ແຜນງານແຫ່ງຊາດດ້ານການປັບປຸງວຽກງານໂພຊະນາການໃນຂົງເຂດວຽກງານຂອງກະຊວງສາທາລະນະສຸກ ເພື່ອສ້າງເງື່ອນໄຂຄວາມສະດວກໃຫ້ແກ່ຄົວເຮືອນ ໃນການເພີ່ມທະວີດ້ານໂພຊະນາການຢູ່ໃນບັນດາບ້ານ ແລະ ເມືອງເປົ້າໝາຍຂອງໂຄງການ ໂດຍມີ 4 ກິດຈະກຳຫຼັກຄື: ປັບປຸງ ແລະ ສົ່ງເສີມວຽກງານສຸຂະພາບແມ່ ເດັກ ແລະ ໂພຊະນາການ ປັບປຸງ ແລະ ສົ່ງເສີມວຽກງານການຜະລິດກະສິກຳເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ  ປັບປຸງ ແລະ ສົ່ງເສີມວຽກງານນໍ້າສະອາດ ແລະ ສຸຂະອະນາໄມ ສ້າງຄວາມເຂັ້ມແຂງໃນດ້ານການປະສານງານຂອງຫຼາຍຂະແໜງການ ເພື່ອສະໜັບສະໜູນການເບິ່ງແຍງດູແລເດັກກ່ອນໄວຮຽນ ແລະ ການສ້າງສຳພັນສາມັກຄີໃນຄອບຄົວ ແລະ ຊຸມຊົນ ໄລຍະການຈັດຕັ້ງປະຕິບັດຂອງໂຄງການ 4 ປີ 2022-2025 (ເລີ່ມແຕ່ວັນເຊັນບົດບັນທຶກຄວາມເຂົ້າໃຈເປັນຕົ້ນໄປ) ມີມູນຄ່າລວມທັງໝົດ 983.209 ໂດລາສະຫະລັດ ໃນນີ້ ເມືອງໄຊບົວທອງ 533.008 ໂດລາ ແລະ ເມືອງຍົມມະລາດ 450.201 ໂດລາສະຫະລັດ.

# ຂ່າວ – ພາບ : ເພັດສະໝອນ

 

 

 

error: Content is protected !!