ອົງການສະວິດລາວ ຮ໋ອສປີໂຕ ໂປຣເຈັກ ໃຫ້ຄວາມຮູ້ສຸຂະພາບຈິດແກ່ແພດໝໍລາວ

    ກອງປະຊຸມໃຫຍ່ຄັ້ງທີ II ໂຄງການເຝິກອົບຮົມກ່ຽວກັບສຸຂະພາບຈິດ ຂອງອົງການສະວິດລາວ ຮ໋ອສປີໂຕ ໂປຣເຈັກ (SWISS LAOS HOSPITAL PROJECT) ຈັດຂຶ້ນໃນວັນທີ 17-21 ຕຸລາ 2022 ທີ່ ໂຮງໝໍມະໂຫສົດ ພາຍໃຕ້ການສະໜັບສະໜູນຂອງອົງການດັ່ງກ່າວ ເປັນປະທານຮ່ວມຂອງທ່ານ ປອ ດຣ ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ແລະ ທ່ານ ດຣ ອີມີລິໂອ ໂບລ່າ ຕາງໜ້າອົງການອົງການສະວິດຮ໋ອສປີໂຕ ໂປຣເຈັກ ມີວິທະຍາກອນ ແລະ ນັກສຳມະນາກອນຈາກໂຮງໝໍຂັ້ນສູນກາງ ເຊັ່ນໂຮງໝໍມະໂຫສົດ ເສດຖາທິຣາດ ມິດຕະພາບ ໂຮງໝໍເດັກ ໂຮງໝໍແມ່ ແລະ ເດັກເກີດໃໝ່ ໂຮງໝໍສູນກາງ 103ກອງທັບ ແລະ ໂຮງໝໍ 5 ເມສາ ພ້ອມນັກສຶກສາແພດຊ່ຽວຊານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ປອ ດຣ ຊູຊາດ ວົງພະຈັນກ່າວວ່າ: ວຽກງານການກວດກາ ບົ່ງມະຕິ ແລະ ປິ່ນປົວສຸຂະພາບຈິດໃນປະເທດເຮົາ ປັດຈຸບັນແມ່ນຍັງບໍ່ທັນໄດ້ຮັບການເສີມຂະຫຍາຍໃຫ້ດີເທົ່າທີ່ຄວນ ສະແດງໃຫ້ເຫັນ ແພດຊ່ຽວຊານສະເພາະທາງຂອງຂະແໜງການດັ່ງກ່າວໃນແຕ່ລະໂຮງໝໍແມ່ນຍັງມີຈຳນວນຈຳກັດ ສະນັ້ນ ມື້ນີ້ເປັນໂອກາດທີ່ດີໄດ້ມີທີມງານອາຈານຊ່ຽວຊານປິ່ນປົວສຸຂະພາບຈິດຂອງອົງການ SWISS LAOS HOSPITAL PROJECT ໄດ້ມາຈັດຕັ້ງປະຕິບັດການເຝິກອົບຮົມໃຫ້ພະນັກງານແພດໝໍ ແລະ ນັກສຶກສາແພດຊ່ຽວຊານໃຫ້ໄດ້ມີຄວາມຮູ້ກ່ຽວກັບພະຍາດນີ້ຢ່າງເລິກເຊິ່ງເພີ່ມຂຶ້ນ ເພື່ອນຳເອົາຄວາມຮູ້ໃໝ່ຈາກການເຝິກອົບຮົມໃນຄັ້ງນີ້ໄປໜູນໃຊ້ເຂົ້າໃນການປິ່ນປົວຄົນເຈັບຈາກພະຍາດດັ່ງກ່າວໃຫ້ມີປະສິດທິຜົນຂຶ້ນ ເຊິ່ງພະຍາດສຸຂະພາບຈິດແມ່ນຍັງເປັນບັນຫາໃນທົ່ວໂລກ ແລະ ລວມທັງປະເທດລາວເຮົາ ເຊິ່ງມັນເກີດມາຈາກຫຼາຍສາເຫດເຊັ່ນ: ການໃຊ້ສານເສບຕິດ ສະພາບເສດຖະກິດສັງຄົມ ແລະ ຄອບຄົວທີ່ມີຄວາມກົດດັນ ແລະ ອື່ນໆ ເຊິ່ງເຮັດໃຫ້ເປັນຜົນກະທົບຕໍ່ເສດຖະກິດສັງຄົມໃນປັດຈຸບັນ ແລະ ຮຽກຮ້ອງໃຫ້ໄດ້ຮັບການແກ້ໄຂ ເພື່ອຊ່ວຍໃຫ້ຄົນເຈັບທີ່ເປັນພະຍາດດັ່ງກ່າວສາມາດດຳລົງຊີວິດຢູ່ໃນສັງຄົມ ແລະ ຫຼຸດຜ່ອນການສ້າງບັນຫາຕ່າງໆໃຫ້ສັງຄົມ.

error: Content is protected !!