ເດີນແບບອາພອນສະບາຍຕາມແບບແມ່ຍິງລາວ ປະກອບສ່ວນອະນຸຮັກພູມປັນຍາຂອງຄົນລາວ

    ງານເດີນແບບອາພອນສະບາຍຕາມແບບແມ່ຍິງລາວ ຈັດຂຶ້ນວັນທີ 21 ຕຸລາ 2022 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ທ່ານນາງ ສິລິຄູນ ພູມມາວັນ ຮອງປະທານສະມາຄົມນັກທຸລະກິດແມ່ຍິງລາວ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ ນາງແບບ-ນາຍແບບ ນັກສຶກສາ ແລະ ມວນຊົນເຂົ້າຮ່ວມ.

    ທ່ານນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະມາຄົມຫັດຖະກໍາລາວ ກ່າວວ່າ: ງານເດີນແບບອາພອນສະບາຍຕາມແບບແມ່ຍິງລາວ ຈັດຂຶ້ນໂດຍການສະໜັບສະໜູນຈາກສະມາຄົມນັກທຸລະກິດແມ່ຍິງລາວ ເຊິ່ງເປັນກິດຈະກໍາໜຶ່ງຂອງງານມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 21 ປີ 2022 ເພື່ອສ້າງໃຫ້ງານດັ່ງກ່າວມີຫຼາຍສີສັນ ພ້ອມນັ້ນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມຫັດຖະກໍາລາວຄົບຮອບ 25 ປີທີ່ຈະມາເຖິງນີ້ ແນໃສ່ເປັນການເຜີຍແຜ່ວັດທະນະທໍາອັນດີງາມຂອງຊາດລາວ ພ້ອມທັງຊຸກຍູ້ສົ່ງເສີມ ແລະ ອະນຸຮັກພູມປັນຍາຂອງຄົນລາວ ໃນການຄົ້ນຄິດປະດິດແຕ່ງລວດລາຍຕ່າງໆມາຕໍ່າເປັນແຜ່ນແພທີ່ມີຄວາມໂດດເດັ່ນສວຍງາມ ເປັນເອກະລັກສະເພາະ ແລະ ມີການອອກແບບໃຫ້ເຂົ້າກັບຍຸກສະໄໝປັດຈຸບັນ.

    ງານເດີນແບບຄັ້ງນີ້ ປະກອບການເດີນແບບຂອງບັນດານັກທຸລະກິດແມ່ຍິງ ເຊິ່ງຊຸດທີ່ສວມໃສ່ ມີຊຸດຜ້າຝ້າຍລາວ ແລະ ຜ້າໄໝທີ່ເປັນຊຸດດັ່ງເດີມ ຊຸດປະຈໍາຊົນເຜົ່າ ແລະ ຊຸດຮ່ວມສະໄໝ ນອກນັ້ນ ຍັງມີການເດີນແບບຂອງນາຍແບບ-ນາງແບບຊຸບເປີໂມເດວລາວ ທີ່ສວມໃສ່ຊຸດຈາກຫ້ອງເສື້ອເອື້ອຍເຂັມບູຕິກ ແລະ ໂຮງແຮມຜາສຸກວຽງຈັນທາ ແລະ ການເຕັ້ນລີລາລີລາດບາສະຫຼົບ ຈາກນ້ອງນັກຮຽນຂອງໂຮງຮຽນປາກປາສັກຕື່ມອີກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!