5G ນໍາພາຄວາມກ້າວໜ້າ

    Huawei ເປີດການດໍາເນີນກອງປະຊຸມ Global Mobile Broadband Forum (MBBF) ຄັ້ງທີ 13 ຂຶ້ນ ວັນທີ 25 ຕຸລາ 2022 ຢູ່ບາງກອກ ປະເທດໄທ ເຊິ່ງທ່ານ ເຄນ ຫູ ປະທານໝູນວຽນບໍລິສັດ Huawei ກ່າວວ່າ: 5G ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ໂດຍໃຊ້ເວລາພຽງ 3 ປີ ເມື່ອທຽບກັບເຕັກໂນໂລຊີເຄືອຂ່າຍມືຖືຮຸ່ນກ່ອນ ພວກເຮົາໄດ້ເຫັນຄວາມຄືບໜ້າຢ່າງເດັ່ນຊັດໃນການສ້າງເຄືອຂ່າຍ ການໃຫ້ບໍລິການແກ່ຜູ້ໃຊ້ງານ ແລະ ການນໍາໃຊ້ເຄືອຂ່າຍ 5G ເຂົ້າໃນພາກອຸດສາຫະກໍາຕ່າງໆ.

    ເມື່ອ 5G ມຸ່ງໜ້າພັດທະນາຢ່າງວ່ອງໄວ ພວກເຮົາທຸກຄົນຄວນພູມໃຈໃນຄວາມສໍາເລັດທີ່ຜ່ານມາ ເຊິ່ງສິ່ງທ້າທາຍຕໍ່ໄປ ພວກເຮົາຈະຕ້ອງໄດ້ມີການຮ່ວມມືກັນຢ່າງສະໜິດແໜ້ນ ເພື່ອໃຫ້ສາມາດນໍາໃຊ້ປະສິດທິຜົນຂອງ 5G ໄດ້ຢ່າງເຕັມທີ່ໃນບໍລິການຕ່າງໆເຊັ່ນ: ຄລາວ ແລະ ການເຊື່ອມຕໍ່ລະບົບເພື່ອຮ່ວມຂັບເຄື່ອນ ພັດທະນາ 5G ແລະ ອຸດສາຫະກໍາດ້ານ ICT ໄປພ້ອມກັນ.

    ຂໍ້ມູນຂອງເດືອນຕຸລາ ປີ 2022 ຜູ້ໃຫ້ບໍລິການເຄືອຂ່າຍຫຼາຍກວ່າ 230 ບໍລິສັດ ໄດ້ເປີດໃຫ້ບໍລິການ 5G ທາງດ້ານການຄ້າ ແລະ ໄດ້ຕິດຕັ້ງຫຼາຍກວ່າສາມລ້ານສະຖານີຖານ 5G ທີ່ໃຫ້ບໍລິການຫຼາຍກ່ວາ 700 ລ້ານຜູ້ໃຊ້ງານໃນທົ່ວໂລກ.

    ໃນທຸລະກິດການບໍລິການໂທລະຄົມມະນາຄົມ ການໃຫ້ບໍລິການແກ່ຜູ້ໃຊ້ງານ ໄດ້ສ້າງລາຍຮັບຫຼັກຂອງຜູ້ໃຫ້ບໍລິການ ແຕ່ເມື່ອ 5G ມີການໃຊ້ງານທີ່ຫຼາກຫຼາຍຂຶ້ນ ການສ້າງປະສົບການໃໝ່ໆໃຫ້ກັບຜູ້ໃຊ້ງານດ້ວຍພະລັງຂອງເທັກໂນໂລຊີ 5G ສົ່ງຜົນໃຫ້ຜູ້ໃຊ້ງານມີພຶດຕິກໍາທີ່ປ່ຽນໄປ ປະລິມານການຮັບສົ່ງຂໍ້ມູນທີ່ສູງຂຶ້ນ ແອັບພລີເຄຊັນຂອງໂທລະສັບມືຖືທີ່ຮອງຮັບຫຼາກຫຼາຍຮູບແບບ ທີ່ມາພ້ອມກັບເຕັກໂນໂລຊີ 5G ຄວາມໄວສູງ, ອັດຕາການຫນ່ວງທີ່່ຕໍ່າ ສົ່ງຜົນໃຫ້ປະລິການການຮັບສົ່ງຂໍ້ມູນໂດຍສະເລ່ຍຕໍ່ຜູ້ໃຊ້ງານ (DOU) ເພີ່ມຂຶ້ນເຖິງສອງເທົ່າ ແລະ ອັດຕາສະເລ່ຍຂອງຄ່າບໍລິການຕໍ່ຜູ້ໃຊ້ງານ (ARPU) ເພີ່ມ 20%-40% ສົ່ງຜົນໃຫ້ລາຍຮັບດ້ານການບໍລິການເຊື່ອມຕໍ່ ຂອງຜູ້ໃຫ້ບໍລິການເຄືອຂ່າຍເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ໃນຂະນະດຽວກັນ ການນໍາເອົາເຕັກໂນໂລຊີ 5G ມາປະຍຸກໃຊ້ສໍາລັບພາກທຸລະກິດ B2B ກາຍເປັນແຫຼ່ງລາຍຮັບໃໝ່ໃຫ້ຜູ້ໃຫ້ບໍລິການເຄືອຂ່າຍ ໃນການສ້າງມູນຄ່າມະຫາສານໃນອຸດສາຫະກໍາຕ່າງໆ ເຊັ່ນ: ອຸດສາຫະກໍານໍ້າມັນ ແລະ ແກັສ ການຜະລິດ ແລະ ການຂົນສົ່ງ ການປະຍຸກໃຊ້ເຕັກໂນໂລຊີ 5G ໃນອຸດສາຫະກໍາດັ່ງກ່າວ ໄດ້ນໍາໄປສູ່ນະວັດຕະກໍາໃໝ່ໆທີ່ສ້າງມູນຄ່າມະຫາສານໃຫ້ກັບຜູ້ໃຫ້ບໍລິການ ປີ 2021 ຢູ່ທີ່ປະເທດຈີນ ຜູ້ໃຫ້ບໍລິການເຄືອຂ່າຍໄດ້ສ້າງລາຍຮັບມະຫາສານຈາກທຸລະກິດໃໝ່ 3,4 ຕື້ຢວນ ຈາກໂຄງການ 5G ສໍາລັບພາກອຸດສາຫະກໍາຫຼາຍກວ່າ 3.000 ໂຄງການ ຍິ່ງໄປກວ່ານັ້ນ ໂຄງການເຫຼົ່ານີ້ຍັງສ້າງລາຍໄດ້ເພີ່ມຂຶ້ນ 10 ເທົ່າ ຈາກການປະຍຸກໃຊ້ຊັບພະຍາກອນຂໍ້ມູນ ແລະ ການບໍລິການດ້ານ ICT ທີ່ເຕັມຮູບແບບ.

    ການໃຊ້ 5G ສໍາລັບພາກທຸລະກິດ B2B ໄດ້ກາຍເປັນກະແສທີ່ໄດ້ຮັບການກ່າວເຖິງ ແລະ ເພີ່ມລາຍຮັບທີ່ວ່ອງໄວໃຫ້ຜູ້ໃຫ້ບໍລິການ 5G ສົ່ງຜົນໃຫ້ເກີດມິຕິໃໝ່ໃນວົງການອຸດສາຫະກໍາ ການປະຍຸກໃຊ້ເຕັກໂນໂລຊີ ແລະ ຮູບແບບທຸລະກິດໃໝ່ ໄດ້ເປັນແບບແຜນໃຫ້ການເຕີບໃຫຍ່ທີ່ບໍ່ເຄີຍມາກ່ອນ ເພື່ອສ້າງໂອກາດໃນການເຕີບໃຫຍ່ ເຊິ່ງເຮົາຕ້ອງລົງມືເຮັດສິ່ງເຫຼົ່ານີ້ໃຫ້ປະສົບຜົນສໍາເລັດ.

    ນອກຈາກຂະຫຍາຍເຄືອຂ່າຍໃຫ້ມີການຄວບຄຸມແລ້ວ ພວກເຮົາຄວນປັບການພັດທະນາເຄືອຂ່າຍໃຫ້ເຂົ້າກັບປະສົບການຜູ້ໃຊ້ງານໃນຮູບແບບຕ່າໆ ເຊັ່ນ: ກໍລະນີຂອງຜູ້ໃຫ້ບໍລິການເຄືອຂ່າຍຢູ່ທີ່ປະເທດຈີນ ການປັບເຄືອຂ່າຍໃຫ້ສອດຄ່ອງກັບການໃຊ້ແພລດຟອມ TikTok ແລະ ແພລດຟອມຍອດນິຍົມອື່ນໆ ໂດຍຫຼຸດຄວາມ ໜ່ວງຂອງໄລຍະເວລາການຕອບສະໜອງລົງ 50% ແລະ ຫຼຸດການສະແດງພາບຄ້າງລົງ 90% ເພື່ອເພີ່ມປະ ສົບການການເບິ່ງພາບວີດີໂອໄດ້ຢ່າງຄ່ອງໂຕ ສົ່ງຜົນໃຫ້ມີປະລິມານການຮັບສົ່ງຂໍ້ມູນສູງຂຶ້ນເປັນສອງເທົ່າ ແລະ ດຶງດູດຜູ້ໃຊ້ບໍລິການ 5G ໃໝ່ຫຼາຍຂຶ້ນ ເພື່ອຊຸກຍູ້ໃຫ້ 5G ກ້າວໄປສູ່ລະດັບຕໍ່ໄປ Huawei ໄດ້ເຮັດວຽກກັບຜູ້ໃຫ້ບໍລິການ ແລະ ຄູ່ຮ່ວມອຸດສາຫະກໍາເພື່ອສະເໜີ 4 ລັກສະນະສໍາລັບ 5.5G ທີ່ຈະເປັນວິວັດທະນາການຕໍ່ໄປຂອງເຕັກໂນໂລຍີ 5G ຄື: ອັດຕາການດາວໂຫຼດ 10 Gbps ອັດຕາການອັບໂຫຼດ 1 Gbps ຮອງຮັບການເຊື່ອມຕໍ່ 100 ຕື້ລາຍການ ແລະ ລະບົບຄລາວ Native intelligence.

    ທ່ານ ເຄນ ຫູ ກ່າວຕື່ມອີກວ່າ: ຜູ້ທີ່ມີສ່ວນໄດ້ສ່ວນເສຍໃນອຸດສາຫະກໍາ ຕ້ອງຮ່ວມມືກັນເພື່ອກໍານົດມາດ ຕະຖານ ກຽມຄວາມພ້ອມດ້ານຄື້ນຄວາມຖີ່ ແລະ ສ້າງລະບົບນິເວດຂອງເຄືອຂ່າຍໄປພ້ອມກັນ ດ້ວຍປະລິມານແບຣນວິດຂະໜາດໃຫຍ່ ແລະ ການອັດຕາຄວາມໜ່ວງທີ່ຕໍ່າ 5G ສາມາດຖືກລວມເຂົ້າກັບຄລາວ ແລະ AI ເພື່ອສະໜອງການບໍລິການໃໝ່ໃຫ້ຜູ້ໃຊ້ງານ ແລະ ພາກທຸລະກິດ ຜູ້ໃຫ້ບໍລິການສາມາດສະໜອງປະສົບການ  ໃໝ່ໆ ເຊັ່ນ: Extended Reality (XR) ການຫຼິ້ນເກມໃນຄລາວ ແລະ ການບໍລິການການໂທໃຫ້ຜູ້ໃຊ້ງານ ແລະ ສົ່ງມອບໂຊລູຊັນໃຫ້ພາກວິສາຫະກິດ ໃນການຫັນເປັນດີຈີຕອນທີ່ສົມບູນແບບ ສິ່ງເຫຼົ່ານີ້ ເປີດຊ່ອງທາງລາຍຮັບໃໝ່ ແລະ ນໍາສະເໜີໂອກາດສໍາລັບຜູ້ໃຫ້ບໍລິການທີ່ນອກຈາກການໃຫ້ບໍລິການເຊື່ອມຕໍ່ ແລະ ກ້າວໄປສູ່ການບໍລິການຄລາວ ແລະ ການເຊື່ອມໂຍງກັບລະບົບສາທາລະນະນຸປະໂພກຢ່າງເຕັມຮູບແບບ ອຸດສາຫະກໍາດີຕີຕອນ ແມ່ນທ່າອ່ຽງທີ່ສໍາຄັນຕໍ່ໄປຂອງການພັດທະນາເສດຖະກິດໂລກ 5G ເປັນກົນໄກຫຼັກໃນການຂັບເຄື່ອນ ແລະ ການປ່ຽນຜ່ານສູ່ຍຸກດີຈີຕອນ ແລະ ຊ່ວຍເປີດໂອກາດໃຫ້ທົ່ວໂລກ ທຸກຝ່າຍ ທີ່ຢູ່ໃນລະບົບນິເວດດຽວກັນ ຕ້ອງໄດ້ຮ່ວມກັນຜັກດັນໂອກາດດັ່ງກ່າວໃຫ້ໄດ້ຮັບປະສິດທິຜົນສູງສຸດ ການຮ່ວມມືືທີ່ແໜ້ນແຟ້ນ ຈະຊ່ວຍຂັບເຂື່ອນການພັດທະນາເຄືອຂ່າຍ 5G ລວມເຖິງການປະຍຸກໃຊ້ເຕັກໂນໂລຊີ ICT ແລະ ອຸດສາຫະກໍາໂດຍລວມໃຫ້ມີການຂະຫຍາຍຕົວແບບກ້າວກະໂດດ.

error: Content is protected !!