ຍົກລະດັບຄວາມຮູ້ທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດໃຫ້ແກ່ເລຂາພັກເມືອງ

    ພິທີເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ແກ່ເລຂາພັກເມືອງ ຄະນະປະຈຳພັກເມືອງຊຸດທີ V ໄດ້ຈັດຂຶ້ນວັນທີ 17 ຕຸລາ 2022 ທີ່ ສມປຊ ເປັນປະທານຮ່ວມຂອງທ່ານນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະພັກ ປະທານກວດກາພັກ ຮອງຫົວໜ້າ ສມປຊ ແລະທ່ານ ນິສິດ ແກ້ວປັນຍາ ຮອງເລຂາອົງຄະນະພັກ ຮອງລັດຖະມົນຕີກະຊວງພາຍໃນ ມີຄະນະນໍາ ສມປຊ ຕາງໜ້າຄະນະຫ້ອງການ ກົມ ແລະ ສູນຕ່າງໆເຂົ້າຮ່ວມ.

    ໃນພິທີ ທ່ານນາງ ໄກສອນ ຈັນສີນາ ຄະນະພັກ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ ໄດ້ຜ່ານແຜນການເຝິກອົບຮົມວ່າ: ຊຸດເຝິກອົບຮົມ ມີສຳມະນາກອນເຂົ້າຮ່ວມ 50 ທ່ານ ຍິງ 2 ທ່ານ ເຊິ່ງໄດ້ເລີ່ມການຮຽນ-ການສອນແຕ່ວັນທີ 17 ຕຸລາ ຫາ 4 ພະຈິກ 2022 ໃນນັັ້ນ ຈະແບ່ງອອກເປັນສອງໄລຍະຄື: ໄລຍະທີ 1 ເລີ່ມແຕ່ວັນທີ 17-30 ຕຸລາ 2022 ໃຊ້ເວລາ 10 ວັນ ຫຼື 70 ຊົ່ວໂມງ ຈັດຕັັ້ງການເຝິກຫົວຂໍ້ ທິດສະດີການເມືອງ ແລະ ການປົກຄອງ 16 ຫົວຂໍ້ ແລະ ໄລຍະທີ 2 ເລີ່ມແຕ່ວັນທີ 31 ຕຸລາ ຫາ 4 ພະຈິກ 2022 ໃຊ້ເວລາ 35 ຊົ່ວໂມງ ຈັດຕັັ້ງການເຝິກຫົວຂໍ້ ການບໍລິຫານຄຸ້ມຄອງລັດ 8 ຫົວຂ້ໍ. ການຈັດເຝິກອົບຮົມທັງໝົດ 2 ໄລຍະນັ້ນ ນັກສໍາມະນາກອນຈະໄດ້ຮັບຮູ້ຢ່າງເປັນລະບົບ ກ່ຽວກັບການໝູນໃຊ້ທິດສະດີມາກ-ເລນິນ ທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ການຈັດຕັັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກຄັັ້ງທີ XI ແຜນຍຸດທະສາດ ແລະ ວຽກງານຈຸດສຸມທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັັ້ງທີ IX ແລະ ແນໃສ່ໃຫ້ເລຂາພັກເມືອງ ປະຕິບັດແບບແຜນນໍາພາ-ຄຸ້ມຄອງໃຫ້ເປັນເອກະພາບກັນທາງດ້ານແນວຄິດການເມືອງ ປະຕິບັດຢ່າງເຂັ້ມງວດ ບັນດາຫຼັກການພື້ນຖານຂອງພັກ ເພີ່ມທະວີການຕິດຕາມ ກວດກາ ການປະເມີນຜົນ ແລະ ການສະຫຼຸບລາຍງານການຈັດຕັັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບ ພ້ອມທັງປັບປຸງແບບແຜນການເຄືື່ອນໄຫວໃນແຕ່ລະໄລຍະໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຍົກສູງຄວາມສາມາດນໍາພາ-ຊີ້ນໍາ ເຮັດວຽກງານແນວຄິດການເມືອງໃຫ້ແກ່ປະຊາຊົນພາຍໃນເມືອງຂອງຕົນໃຫ້ມີຄວາມສາມັກຄີເປັນເອກະພາບກັນຢ່າງໜັກແໜ້ນ ພັດທະນາຊີວິດການເປັນທີ່ຢູ່ດີຂຶ້ນ ຕາມຄາດໝາຍສູ້ຊົນ ທີ່ໄດ້ກໍານົດໄວ້ໃນແຕ່ລະໄລຍະ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!