ຖ້າຫາກທ່ານ ໄດ້ຕິດຕາມຂ່າວກ່ຽວກັບການເຄື່ອນໄຫວຂອງວຽກງານການສຶກສາ ກໍຄື ການເຄື່ອນໄຫວວຽກງານ ທາງດ້ານສັງຄົມ ຂອງບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ກໍຄົງ ຈະຮູ້ກ່ຽວກັບໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ”…
Category: ຫົວຂໍ້ຂ່າວອື່ນໆ
ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໃຊ້ເວລາພຽງ 6 ວັນ ສາມາດຕິດຕາມຈັບຕົວຜູ້ຖືກຫາ ໃນຄະດີລັກລົດຈັກໄດ້ສຳເລັດ
ພາຍຫຼັງໄດ້ຮັບແຈ້ງຄວາມຈາກ ລປພ (ຄົນຮັກສາຄວາມປອດໄພຢູ່ຕະຫຼາດຊັ່ງຈ່ຽງ) ໃນວັນທີ 28 ພຶດສະພາ 2020 ໃນເວລາປະມານ 4:00 ໂມງ ຂອງວັນທີ 26 ພຶດສະພາ 2020 ໄດ້ມີຄົນຮ້າຍ ຈຳນວນ…
ບັນຫາທີ່ພົວພັນກັບການແຕ່ງດອງແອບແຝງ
ທີ່ ແອັດສະປາຍ: ໃນທ້າຍເດືອນກໍລະກົດ ປີ 2015 ລັດຖະບານປະເທດແອັດສະປາຍ ຫຼື ສະເປນ ໄດ້ມີມະຕິໃຫ້ປັບປຸງກົດໝາຍວ່າດ້ວຍອາຍຸຂັ້ນຕ່ຳ ສຳລັບການແຕ່ງດອງຈາກ 14 ປີ ໃນເມື່ອກ່ອນ ມາເປັນ 16 ປີ…
ນັກວິໄຈປະສົບຄວາມສຳເລັດ ກັບເຕັກໂນໂລຊີຄວບຄຸມເຄື່ອງມືດ້ວຍຄື້ນສະໝອງ
ໃນຍຸກທີ່ການກ້າວກະໂດດທາງວິທະຍາສາດເກີດຂຶ້ນໄດ້ວ່ອງໄວນີ້ ນັກວິໄຈທີມໜຶ່ງປະສົບຄວາມສຳເລັດໃນການພັດທະນາເຕັກໂນໂລຊີ ພ້ອມອຸປະກອນທີ່ສາມາດອ່ານຄື້ນສະໝອງ ເພື່ອສັ່ງເຄື່ອງມືຕ່າງໆໃຫ້ເຮັດວຽກໄດ້. ນັກວິໄຈຈາກບໍລິສັດທີ່ໄດ້ຮັບການສະໜັບສະໜູນຈາກສະຖາບັນ Harvard Innovation Lab ຄືທີມທີ່ສາມາດຄິດຄົ້ນ ແລະ ປະດິດອຸປະກອນທີ່ເຊື່ອມຕໍ່ຄື້ນສະໝອງຂອງມະນຸດ ເຂົ້າກັບເຄື່ອງມືເອເລັກໂຕຣນິກໄດ້ກ່ອນໃຜ. ຕົວຢ່າງສິ່ງປະດິດທີ່ທີມນຳສະເໜີອອກມາມີ ເຊັ່ນຂອງຫຼິ້ນລົດແຂ່ງທີ່ຜູ້ຫຼິ້ນບໍ່ຕ້ອງໃຊ້ມືຈັບຄັນບັງຄັບ ຫຼືອຸປະກອນອື່ນໃດ ນອກຈາກສວມທີ່ຮັດຫົວ…
ນຳໃຊ້ຄວາມຮູ້ທີ່ຮຽນມາ ພັດທະນາຄຸນນະພາບຊີວິດ
ປະໂຫຍກຄຳເວົ້າທີ່ວ່າ: ຮຽນ-ຮູ້-ເຮັດ ຖືເປັນຄຳເວົ້າທີ່ສັດຈະທຳທີ່ສຸດ ເມື່ອໃດການຮຽນຮູ້ ເຂົ້າໃຈ ແລະ ຖືກນຳໃຊ້ເຂົ້າໃນການປະຕິບັດຕົວຈິງ ຈຶ່ງເຮັດໃຫ້ການສຶກສາຫາຄວາມຮູ້ນັ້ນສົມບູນແບບ ເພາະຄວາມຮູ້ທີ່ຮຽນມານັ້ນ ສາມາດຜັນຂະຫຍາຍນຳໃຊ້ສູ່ໜ້າທີ່ວຽກງານຕົວຈິງ ສ້າງຄຸນປະໂຫຍດໃຫ້ກັບຕົວເອງ ຄອບຄົວ ແລະ ສັງຄົມ ເຊິ່ງກໍແມ່ນຄວາມມຸ່ງຫວັງຂອງທຸກຄົນ ທີ່ຕ້ອງການມີຄວາມຮູ້…
ຈະລາຈອນໄຊທານີ ເອົາໃຈໃສ່ສ້າງຄວາມເປັນລະບຽບຮຽບຮ້ອຍ ໃນການສັນຈອນ
ໄຊທານີ ເຖິງແມ່ນວ່າບໍ່ໄດ້ຢູ່ໃນຈຳນວນ 4 ເມືອງໃນ ແຕ່ການສັນຈອນກໍຂ້ອນຂ້າງຫຍຸ້ງຍາກສັບສົນ ໂດຍສະເພາະ ໃນໂມງຮີບດ່ວນ ທີ່ສັງເກດເຫັນໄດ້ວ່າມີຫຼາຍຈຸດເກີດການສັນຈອນຕິດຂັດ ສ້າງຄວາມຫຍຸ້ງຍາກໃຫ້ກັບຜູ້ໃຊ້ລົດໃຊ້ຖະໜົນ ຈາກສະພາບການທີ່ເກີດຂຶ້ນ ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນເມືອງ ໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາດັ່ງກ່າວ ໂດຍໄດ້ວາງກຳລັງປະຈຳຈຸດຕ່າງໆ ເພື່ອໃຫ້ການສັນຈອນມີຄວາມເປັນລະບຽບຮຽບຮ້ອຍ ກໍຄື ສ້າງຄວາມສະດວກສະບາຍໃຫ້ຜູ້ໃຊ້ລົດໃຊ້ຖະໜົນ.…
ຢ້ານວ່າງວຽກ
ສາວເຕີ່ງ ເປັນແພດປະຈຳບ້ານ ທີ່ເຮັດໜ້າທີ່ໂຄສະນາປຸກລະດົມກ່ຽວກັບໂຄງການລູກຫ່າງ ນາງເປັນພະນັກງານຫ້າວຫັນ ເລາະຂຶ້ນເຮືອນໃຕ້ ລົງເຮືອນເໜືອໃຫ້ຄຳປຶກສາຫາລື ສຳລັບຜູ້ຕ້ອງການມີລູກຫ່າງໆ ກໍຄື ຜູ້ທີ່ຍັງບໍ່ທັນເຂົ້າໃຈກ່ຽວກັບຄວາມສຳຄັນຂອງໂຄງການ ແຕ່ໃນສາມ-ສີ່ເດືອນຜ່ານມານີ້ ສາວເຕີ່ງ ຜັດຢູ່ແຕ່ເຮືອນບໍ່ໄປໃສມາໃສຄືເກົ່າ ເມື່ອມີຜູ້ຖາມຫາສາເຫດນາງກໍເວົ້າສີໜ້າເສົ້າໆວ່າ: “ເຮົາອາດຕົກງານ ເພາະພະຍາດໂຄວິດ-19 ເຮັດໃຫ້ພວກຜົວ-ເມຍ…
ຈະສ້າງນະຄອນຫຼວງໃຫ້ເປັນຕົວເມືອງສີຂຽວ ທຸກຄົນຕ້ອງມີສ່ວນຮ່ວມໃນການປູກຕົ້ນໄມ້
ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ) ເປັນອົງການຈັດຕັ້ງໜຶ່ງທີ່ມີພາລະບົດບາດ ໃນການຮັກສາຄວາມສະອາດ ແລະ ປະດັບປະດານະຄອນຫຼວງວຽງຈັນ ໃຫ້ມີຄວາມສະອາດ ສວຍງາມ ມີສະພາບແວດລ້ອມທີ່ດີ ພ້ອມນັ້ນຍັງໄດ້ປູກຕົ້ນໄມ້ຕາມພື້ນທີ່ຕ່າງໆທີ່ມີເງື່ອນໄຂ ເພື່ອສ້າງນະຄອນຫຼວງວຽງຈັນ ໃຫ້ເປັນນະຄອນຫຼວງສີຂຽວ ເຊິ່ງໄລຍະຜ່ານມາ ກໍຄືວັນທີ…
ຢ່າໄລ່ແຂກລົງເຮືອນ ດ້ວຍມາລະຍາດຕ່ຳໆ
ເວລາເຮົາເປັນເຈົ້າພາບຮັບແຂກຮັບຄົນນັ້ນ ຂໍໃຫ້ມີສະຕິລະວັງຕົວ ຢ່າສະແດງອາການ ຫຼືຄວາມຮູ້ສຶກທີ່ບອກວ່າຕົນເບື່ອແຂກ ຕ້ອງການໃຫ້ແຂກໜີ ຫຼືເມືອໄວໆ ເຊັ່ນ ການສະແດງດ້ວຍການຫາວ ການເອົາມືສີຕາ ການລຸກໆນັ່ງໆ ຫຼືການຍົກໂມງຂຶ້ນມາເບິ່ງເລື້ອຍໆ ຖ້າສະແດງແນວນີ້ອອກມາ ແຂກກໍຈະຮູ້ສຶກບໍ່ສະບາຍໃຈ ເພາະຮູ້ວ່າເຈົ້າພາບບໍ່ເຕັມໃຈຕ້ອນຮັບຕົນ ນີ້ຄືມາລະຍາດທີ່ເຈົ້າພາບຄວນເອົາໃຈໃສ່ເປັນພິເສດ.