ຈະລາຈອນໄຊທານີ ເອົາໃຈໃສ່ສ້າງຄວາມເປັນລະບຽບຮຽບຮ້ອຍ ໃນການສັນຈອນ

ໄຊ​ທາ­ນີ ເຖິງ​ແມ່ນ​ວ່າ​ບໍ່​ໄດ້​ຢູ່​ໃນ​ຈຳ­ນວນ 4 ເມືອງ​ໃນ ແຕ່​ການ​ສັນ­ຈອນ​ກໍ​ຂ້ອນ​ຂ້າງ​ຫຍຸ້ງ­ຍາກ​ສັບ­ສົນ ໂດຍ​ສະ­ເພາະ ໃນ​ໂມງ​ຮີບ​ດ່ວນ ທີ່​ສັງ­ເກດ​ເຫັນ​ໄດ້​ວ່າ​ມີ​ຫຼາຍ​ຈຸດ​ເກີດ​ການ​ສັນ­ຈອນ​ຕິດ​ຂັດ ສ້າງ​ຄວາມ​ຫຍຸ້ງ­ຍາກ​ໃຫ້​ກັບ​ຜູ້​ໃຊ້​ລົດ​ໃຊ້​ຖະ­ໜົນ ຈາກ​ສະ­ພາບ​ການ​ທີ່​ເກີດ​ຂຶ້ນ ທາງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ​ເມືອງ ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ ໂດຍ​ໄດ້​ວາງ​ກຳ­ລັງ​ປະ­ຈຳ​ຈຸດ​ຕ່າງໆ ເພື່ອ​ໃຫ້­ການ​ສັນ­ຈອນ​ມີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ກໍ​ຄື ສ້າງ​ຄວາມ​ສະ­ດວກ​ສະ­ບາຍ​ໃຫ້​ຜູ້​ໃຊ້​ລົດ​ໃຊ້​ຖະ­ໜົນ.

ທ່ານ ພັນ​ຕີ ສຸ​ນີ ໄຊ​ຍະ​ວົງ ຫົວ­ໜ້າ​ກອງ­ຮ້ອຍ​ຈະ­ລາ­ຈອນ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ສຳ­ພາດ​ຕໍ່​ນັກ​ຂ່າວ ປກສ ໃນ​ອາ­ທິດ​ຜ່ານ​ມາ​ວ່າ: ເຖິງ​ແມ່ນ​ວ່າ​ສະ­ພາບ​ລົດ​ຕິດ​ອັ່ງ​ອໍ​ຕາມ​ເສັ້ນ­ທາງ​ຕ່າງໆ​ຂອງ​ເມືອງ​ໃນ​ຊົ່ວ­ໂມງ​ຮີບ​ດ່ວນ ເລີ່ມ​ແຕ່ 7:30-9:00 ໂມງ ແລະ 16:00-18:00 ໂມງ​ກໍ​ຕາມ ແຕ່​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ ກອງ­ຮ້ອຍ​ຈະ­ລາ­ຈອນ ປກສ ເມືອງ​ໄຊ​ທາ­ນີ ຍັງ​ໄດ້​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ໜ້າ­ທີ່​ຢ່າງ​ເຂັ້ມ​ງວດ ເພື່ອ​ລະ­ບາຍ​ການ​ສັນ­ຈອນ ແນ­ໃສ່​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ກັບ​ຜູ້​ໃຊ້​ລົດ-ໃຊ້​ຖະ­ໜົນ ໃຫ້​ມີ​ຄວາມ​ສະ­ດວກ ແລະ ຄ່ອງ​ຕົວ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ບັນ­ຫາ​ລົດ​ຕິດ​ຢູ່​ຈຸດ​ຕ່າງໆ​ຍັງ​ເກີດ​ມີ​ຢູ່ ເນື່ອງ​ຈາກ​ສະ­ພາບ​ເສັ້ນ­ທາງ​ຍັງ​ບໍ່​ສາ­ມາດ​ຕອບ​ສະ­ໜອງ​ກັບ​ພາ­ຫະ­ນະ ເຮັດ​ໃຫ້​ຢູ່​ຕາມ​ຈຸດ 3 ແຍກ 4 ແຍກ ເກີດ​ບັນ­ຫາ​ລົດ​ຕິດ​ອັ່ງ​ອໍ ຍ້ອນ​ລົດ​ລົ້ນ​ທາງ ແລະ ອີກ​ຢ່າງ​ກໍ​ເກີດ​ຈາກ​ການ​ລະ­ເມີດ​ລະ­ບຽບ​ການ​ສັນ­ຈອນ​ຂອງ​ນັກ​ຂັບ​ຂີ່​ເອງ ທີ່​ຈອດ​ລົດ​ຊະ­ຊາຍ​ຕາມ​ແຄມ​ທາງ ຂັບ​ຂີ່​ບໍ່​ຖືກ​ຊ່ອງ​ທາງ​ຈະ­ລາ­ຈອນ ລ່ວງ​ປ້າຍ​ຫ້າມ ໄຟ​ອຳ­ນາດ ແລະ ອື່ນໆ ເຮັດ​ໃຫ້­ການ​ສັນ­ຈອນ​ບໍ່​ເປັນ​ລະ­ບຽບ​ທີ່​ກໍ່­ໃຫ້­ເກີດ​ລົດ​ຕິດ­ຕາມ​ມາ.

ຈາກ​ສະ­ພາບ​ການ​ດັ່ງ­ກ່າວ​ນີ້ ກອງ­ຮ້ອຍ​ຈະ­ລາ­ຈອນ​ເມືອງ​ໄຊ​ທາ­ນີ ໄດ້​ສຸມ​ກຳ­ລັງ​ລົງ​ປະ­ຈຳ­ການ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ກັບ​ຜູ້​ຂັບ​ຂີ່​ເຖິງ 15 ຈຸດ ໃນ​ນີ້ ຈຸດ​ໂຮງ­ຮຽນ​ມີ 7 ຈຸດ ແລະ ຈຸດ 3-4 ແຍກ ມີ 8 ຈຸດ ສຳ­ລັບ​ຈຸດ​ທີ່​ສັບ­ສົນ ແລະ ມີ​ລົດ​ແອ​ອັດ ແມ່ນ​ຢູ່ 4 ຈຸດ ເປັນ­ຕົ້ນ ຈຸດ​ໄຟ​ອຳ­ນາດ​ດອນ​ໜູນ ສາ­ເຫດ​ຍ້ອນ​ຈຸດ​ດັ່ງ­ກ່າວ​ສາ­ມາດ​ລ້ຽວ​ຂວາ ລ້ຽວ​ຊ້າຍ ປ່ຽນ​ທິດ​ທາງ​ກັບ ຫຼື​ໄປ​ຊື່​ໄດ້ ເຮັດ​ໃຫ້​ບາງ​ຄົນ​ມັກ­ງ່າຍ​ຂັບ​ຂີ່​ບໍ່​ຖືກ​ຊ່ອງ​ທາງ​ຈະ­ລາ­ຈອນ ເຮັດ​ໃຫ້​ກີດ­ຂວາງ​ການ​ສັນ­ຈອນ ແລະ ເກີດ​ລົດ​ຕິດ​ອັ່ງ​ອໍ ນອກ​ນັ້ນ ກໍ​ຍັງ​ມີ​ຢູ່​ຈຸດ​ທາງ​ລົງ​ໂຮງ­ຮຽນ​ສາ­ທິດ ທີ່​ເປັນ​ທາງ 3 ແຍກ​ບໍ່​ສະ­ເໝີ​ກັນ ເຖິງ​ແມ່ນ​ວ່າ​ຈະ​ມີ​ເຈົ້າ​ໜ້າ­ທີ່​ປະ­ຈຳ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ກໍ​ຕາມ ແຕ່​ດ້ວຍ​ຍານ­ພາ­ຫະ­ນະ​ມີ​ຈຳ­ນວນ​ຫຼາຍ​ເສັ້ນ­ທາງ​ມີ​ຈຳ­ນວນ​ໜ້ອຍ​ກວ່າ ຈຶ່ງ​ເຮັດ​ໃຫ້​ຈຸດ​ດັ່ງ­ກ່າວ​ແອ​ອັດ.

ດັ່ງ­ນັ້ນ ເພື່ອ​ແກ້​ໄຂ​ບັນ­ຫາ​ລົດ​ຕິດ​ໃຫ້​ຫຼຸດ​ໜ້ອຍ​ຖອຍ​ລົງ ເຮັດ​ໃຫ້­ການ​ສັນ­ຈອນ​ມີ​ຄວາມ​ສະ­ດວກ​ສະ­ບາຍ ໃນ­ຕໍ່­ໜ້າ​ຈະ​ໄດ້​ສືບ­ຕໍ່​ລະ­ບາຍ​ການ​ສັນ­ຈອນ​ຢູ່​ຕາມ​ຈຸດ ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ໂມງ​ຮີບ​ດ່ວນ ໂດຍ​ສະ­ເພາະ ໃນ​ໂມງ​ເຂົ້າ-ເລີກ​ການ ເພື່ອ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ສະ­ດວກ​ຫຼາຍ​ຂຶ້ນ ໄປ​ຄຽງ​ຄູ່​ກັນ​ນັ້ນ ຍັງ​ຈະ​ໄດ້​ຈະ​ສືບ­ຕໍ່​ສຸມ​ໃສ່​ການ​ກວດ­ກາ​ຍານ­ພາ­ຫະ­ນະ ໂດຍ​ອອກ​ຕັ້ງ​ດ່ານ ເພື່ອ​ກວດ­ກາ​ເອ­ກະ­ສານ​ລົດ ລົດ​ບໍ່​ຕິດ​ປ້າຍ ປ້າຍ​ຂາດ ບໍ່​ເສຍ​ຄ່າ​ທຳ­ນຽມ​ທາງ ເຕັກ­ນິກ​ບໍ່​ໄດ້​ມາດ­ຕະ­ຖານ ຈັດ​ສັນ​ລົດ​ທີ່​ຈອດ​ຊະ­ຊາຍ ແລ່ນ​ລົດ​ບໍ່​ຖືກ​ທິດ​ທາງ​ການ​ສັນ­ຈອນ ລ່ວງ​ປ້າຍ​ຫ້າມ ພ້ອມ​ດຽວ​ກັນ​ນີ້ ຍັງ​ຈະ​ສືບ­ຕໍ່​ໂຄ­ສະ­ນາ​ລະ­ບຽບ​ຈະ­ລາ­ຈອນ​ຢູ່​ບັນ­ດາ​ໂຮງ­ຮຽນ ໂຮງ​ຈັກ ໂຮງ­ງານ ກຸ່ມ​ບ້ານ ແລະ ສະ­ຖານ­ທີ່​ຊຸມ​ຊົນ ຕິດ​ພັນ​ກັບ​ການ​ໂຄ­ສະ­ນາ​ຜ່ານ​ສື່​ຕ່າງໆ ເພື່ອ​ເຮັດ​ໃຫ້​ນັກ​ຂັບ​ຂີ່​ຮັບ​ຮູ້ ແລະ ເຂົ້າ­ໃຈ​ຕໍ່​ກົດ​ລະ­ບຽບ​ຈະ­ລາ­ຈອນ ແລ້ວ​ນຳ­ໄປ​ໝູນ​ໃຊ້​ໃນ​ເວ­ລາ​ຂັບ​ຂີ່​ຕົວ​ຈິງ.

error: Content is protected !!