ພາຍຫຼັງໄດ້ຮັບແຈ້ງຄວາມຈາກ ລປພ (ຄົນຮັກສາຄວາມປອດໄພຢູ່ຕະຫຼາດຊັ່ງຈ່ຽງ) ໃນວັນທີ 28 ພຶດສະພາ 2020 ໃນເວລາປະມານ 4:00 ໂມງ ຂອງວັນທີ 26 ພຶດສະພາ 2020 ໄດ້ມີຄົນຮ້າຍ ຈຳນວນ 1 ຄົນ ເຂົ້າມາລັກເອົາລົດຈັກສີດຳ ໝາຍເລກທະບຽນ ດອ 7432 ກຳແພງນະຄອນ ເປັນລົດຂອງແຂກທີ່ຈອດໄວ້ຢູ່ຕໍ່ໜ້າໂຮງແຮມ ໃກ້ກັບຕະຫຼາດຊັ່ງຈ່ຽງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຕໍ່ກັບເຫດການໃນຄັ້ງນີ້ ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ເລັ່ງຕິດຕາມນຳຈັບຕົວຜູ້ຖືກຫາໃນຄະດີ ລັກລົດຈັກດັ່ງກ່າວໄດ້ 1 ຄົນ ຄື: ທ້າວ ຊຽງຜຸຍ ອາຍຸ 27 ປີ ອາຊີບກຳມະກອນ ຢູ່ບ້ານຫ້ວຍເບືອນ ເມືອງຊຳເໜືອ ແຂວງຫົວພັນ ປັດຈຸບັນພັກເຊົາຢູ່ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍໃຊ້ເວລາພຽງ 6 ວັນ ໃນການຈັບຕົວຜູ້ຖືກຫາ ເພື່ອມາດຳເນີນຄະດີຕາມລະບຽບກົດໝາຍ ພ້ອມສືບຕໍ່ເກັບກູ້ຂອງກາງລົດຈັກຄັນດັ່ງກ່າວ ທີ່ຜູ້ກ່ຽວເອົາໄປຝາກໄວ້ນຳຄົນຮູ້ຈັກ ຢູ່ເຂດບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນຕອນບ່າຍຂອງວັນທີ 31 ພຶດສະພາ 2020.

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຕໍ່ເຫດການດັ່ງກ່າວ ດັ່ງນັ້ນ ເຈົ້າໜ້າທີ່ພວກເຮົາ ຈຶ່ງໄດ້ປະສານສົມທົບກັບ ປກສ ກຸ່ມສີຖານເໜືອ ແລະ ໜ່ວຍງານວິຊາສະເພາະທີ່ກ່ຽວຂ້ອງ ເພື່ອຕິດຕາມເປົ້າໝາຍດັ່ງກ່າວ ຕົກມາຮອດວັນທີ 31 ພຶດສະພາ 2020 ກໍສາມາດກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່: ທ້າວ ຊຽງຜຸຍ ອາຍຸ 27 ປີ ອາຊີບກຳມະກອນຢູ່ບ້ານຫ້ວຍເບືອນ ເມືອງຊຳເໜືອ ແຂວງຫົວພັນ ປັດຈຸບັນພັກເຊົາຢູ່ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງກັກຕົວໄດ້ຢູ່ເສັ້ນທາງແຖວບ້ານດົງນາທອງ ເມືອງສີໂຄດຕະບອງ ນວ ພ້ອມນຳເກັບກູ້ຂອງກາງ ລົດຈັກທີ່ຜູ້ຖືກຫາເອົາໄປຝາກໄວ້ກັບຄົນຮູ້ຈັກໄດ້ ໃນວັນທີ 31 ພຶດສະພາ 2020 ມາດຳເນີນຄະດີ.
ຜ່ານການສືບສວນ-ສອບສວນ ທ້າວ ຊຽງຜຸຍ ໄດ້ຮັບສາລະພາບວ່າ: ໃນວັນທີ 25 ພຶດສະພາ 2020 ຕົນເອງໄດ້ຍ່າງອອກໄປເຮືອນດີ ຢູ່ແຖວບ້ານວັດໄຕນ້ອຍ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນເວລາທີ່ຍ່າງໄປນັ້ນ ຈຶ່ງໄດ້ຫຼຽວເຫັນລົດຈັກ ໝາຍເລກທະບຽນ ດອ 4732 ກຳແພງນະຄອນ ຈອດຢູ່ຕໍ່ໜ້າໂຮງແຮມແຫ່ງໜຶ່ງ ໃກ້ກັບຕະຫຼາດຊັ່ງຈ່ຽງ ຈຶ່ງມີແນວຄິດຢາກໄດ້ລົດຄັນດັ່ງກ່າວ ມາຮອດຕອນເຊົ້າມືດຂອງວັນທີ 26 ພຶດສະພາ 2020 ຕົນຈຶ່ງຍ່າງກັບມາແຕ່ໄປເຮືອນດີ ຍັງເຫັນລົດຄັນດັ່ງກ່າວຈອດຢູ່ບ່ອນເກົ່າ ຈຶ່ງໄດ້ລົງມືລັກເອົາ ແລ້ວເອົາໄປຝາກໄວ້ນຳຄົນຮູ້ຈັກ ຢູ່ເຂດບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ສຳລັບຂອງກາງ (ລົດຈັກ) ແມ່ນຮັກສາໄວ້ຢູ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖ້າຫາກເຈົ້າຂອງລົດມີຄວາມຕ້ອງການນຳໃຊ້ລົດ ຂໍໃຫ້ນຳເອົາເອກະສານລົດມາຢັ້ງຢືນເອົາໄດ້ຕາມໂມງລັດຖະການ.