ຊາດລາວເປັນຊາດໜ່ຶງ ທີ່ມີປະຫວັດສາດແຫ່ງການກໍ່ຕັ້ງອັນສະຫງ່າ ງາມ ແລະ ໄດ້ຖືກປົກປັກຮັກສາເປັນເວລາຫລາຍພັນປີມາແລ້ວ. ໃນຕົ້ນສະຕະວັດທີ 20 ບັນດາປະເທດຈັກກະພັດໄດ້ດຳເນີນການຮຸກຮານ ແລະ ຢືດຄອງບັນດາປະເທດເປັນຫົວເມືອງຂຶ້ນ ແລະ ປະເທດລາວ ໄດ້ຕົກ ເປັນຫົວເມືອງຂຶ້ນຂອງຝຣັ່ງໃນປີ 1893. ປະຊາຊົນລາວບັນດາເຜົ່າ ໄດ້ຈົມຢູ່ ໃນຄວາມເປັນຂ້ອຍຂ້າຂອງພວກລ່າເມືອງຂຶ້ນຕ່າງດ້າວ ແລະ ຖືກຂູດຮີດ ຢ່າງແສນສາຫັດ.

ດ້ວຍນໍ້າໃຈຮັກຊາດ, ຄຽດແຄ້ນຕໍ່ການຮຸກຮານ ແລະ ການ ກົດຂີ່ຂູດ ຮີດຂອງພວກລ່າເມືອງຂຶ້ນ ປະຊາຊົນບັນດາເຜົ່າ ໄດ້ລຸກຮື້ຂຶ້ນຕໍ່ສູ້ ເພື່ອ ຄວາມເປັນເອກະລາດ, ເສລີພາບ ແລະ ຄວາມຢູ່ດີກິນດີຂອງຕົນ. ຂະບວນ ການທຳອິດແມ່ນເລີ່ມຈາກການລຸກຮື້ຂຶ້ນຕ້ານກັບພວກລ່າເມືອງຂຶ້ນຝຣັ່ງ ຂອງປະຊາຊົນແຂວງສະຫວັນນະເຂດ ພາຍໃຕ້ການນຳພາ ຂອງພໍ່ກະດວດ ຜູ້ຮັກຊາດໃນປີ 1901, ປີ 1916 ໃຕ້ການນຳພາຂອງ ເຈົ້າຟ້າເມືອງສິງ, ປີ 1920 ຂະບວກການຕໍ່ສູ້ຂອງນາຍຄູຄຳຢູ່ວຽງຈັນ, ຂະບວນການ ຕໍ່ສູ້ໃຕ້ ການນຳພາຂອງເຈົ້າຟ້າປັດໃຈ ປີ 1918-1922; ຂະບວນການຕໍ່ສູ້ ຂອງປະ ຊາຊົນ ເຜົ່າລື້ເມືອງສິງ ແຕ່ປີ 1914-1918 ແລະ ຂະບວນການຕໍ່ສູ້ອື່ນໆ.

ປິ 1930 ພັກກອມມູນິດ ອິນດູຈິນໄດ້ກໍາເນີດຂຶ້ນ, ພາຍໃຕ້ການນຳພາຂອງ ພັກປະຕິວັດດັ່ງກ່າວ, ການຕໍ່ສູ້ປະຕິວັດຂອງປະຊາຊົນລາວ ຈຶ່ງໄດ້ກ້າວຂຶ້ນ ສູ່ໄລຍະໃໝ່ດ້ວຍຄຸນນະພາບໃໝ່. ພັກໄດ້ວາງຍຸດທະສາດຍຸດໂທບາຍຂອງ ການປະຕິວັດອິນດູຈີນ ອອກຢ່າງລະອຽດ, ເຮັດໃຫ້ການປະຕິວັດຢູ່ປະເທດ ເຮົາເຕີບໃຫຍ່ເຂັ້ມແຂງ ຊຶ່ງເປັນບາດກ້າວທໍາອິດໃນການປັບປຸງ ແລະ ຂະຫຍາຍການຈັດຕັ້ງພັກ ແລະ ອົງການຈັດຕັ້ງມະຫາຊົນ, ພັກໄດ້ຍູ້ແຮງ ວຽກງານປຸກລະດົມຂົນຂວາຍມະຫາຊົນຢູ່ເຂດຊົນນະບົດ ແລະ ບໍລິເວນຊົນ ເຜົ່າ ຖືຊາວໄຮ່ ຊາວນາເປັນກໍາລັງພື້ນຖານຂອງການປະຕິວັດ. ສະນັ້ນ, ຈິ່ງເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະສາມາດຍາດຢຶດອໍານາດ ການປົກຄອງໃນທົ່ວປະເທດ ໃນວັນທີ 23 ສິງຫາ ປີ 1945. ໄລຍະບໍ່ເຖິງ 1 ເດືອນ ປະຊາຊົນລາວທີ່ໄດ້ຮັບການຮ່ວມມືປະສານງານອັນຕັ້ງໜ້າຂອງຊາວຫວຽດນາມຕ່າງດ້າວໄດ້ລຸກຮື້ຂຶ້ນໂຄ່ນລົ້ມອໍານາດການປົກຄອງເກົ່າ ແລະ ສ້າງຕັ້ງອໍານາດການປົກຄອງປະຕິວັດຂອງຕົນຂຶ້ນຢູ່ຫລາຍທ້ອງຖິ່ນ ແລະ ໄດ້ຈັດຕັ້ງບັນດາກອງກໍາລັງປະກອບອາວຸດປ້ອງກັນ ຕົວຢູ່ໃນຕົວ ເມືອງໃຫຍ່ຕ່າງໆເຊັ່ນ: ຢູ່ເມືອງວຽງຈັນ, ທ່າແຂກ, ເມືອງສະຫວັນນະເຂດ, ຊຽງຂວາງ, ຊໍາເໜືອ ແລະ ຫລວງພະບາງ.

ຈາກນັ້ນລັດຖະບານລາວອິດສະຫລະ ກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ປະກາດຄວາມເປັນເອກະລາດຂອງ ຊາດຕໍ່ໜ້າມວນຊົນໃນວັນທີ 12 ຕຸລາ 1945. ນັ້ນຄືໄຊຊະນະຄັ້ງປະຫວັດສາດຂອງຊາດລາວ ເຊິ່ງມີຄວາມ ໝາຍສໍາຄັນທີ່ສຸດສໍາລັບປະຊາຊົນລາວເພາະວ່າ: ມັນເປັນຂີດໝາຍສໍາຄັນ ໃນປະຫວັດສາດແຫ່ງການຕໍ່ສູ້ຍາດເອົາ ເອກະລາດ ແລະ ອິດສະຫລະ ພາບຂອງປະຊາຊົນລາວ, ມັນເປັນເທື່ອທໍາອິດ ທີ່ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນລຸກຮື້ຂຶ້ນທັບມ້າງແອກຄອບຄອງຂອງລັດທິລາເມືອງຂຶ້ນຝຣັ່ງ, ໄດ້ໂມ່ງບາດຄ້ອນໃສ່ລະບອບສັກດີນາທີ່ຄອບງໍາປະເທດລາວມາເປັນຫລາຍສະຕະວັດ ແລະ ເປັນການເປີດສາກໃຫ້ແກ່ການເຄື່ອນໄຫວປະຕິວັດ ລາວກ້າວສູ່ໄລຍະໃໝ່. ການປະກາດເອກະລາດ ເປັນການເຕົ້າໂຮມແຜ່ນ ດິນລາວເປັນເອກະພາບ, ທັງໄດ້ປ່ຽນແປງລະບອບການປົກຄອງ, ລົບລ້າງ ທຸກສັນຍາທີ່ລາວໄດ້ເຊັ່ນກັບຝຣັ່ງກ່ອນໜ້ານີ້, ປະກາດໃຊ້ ລັດຖະທໍາມະນູນ ສະບັບຊົ່ວຄາວ, ປະກາດໃຊ້ເພງຊາດ, ທຸງຊາດສາມສີ ແລະ ປະກາດແຕ່ງຕັ້ງ ຄະນະລັດຖະບານຊົ່ວຄາວ (ລັດຖະບານລາວອິດສະຫລະ).
ການຢຶດອໍານາດໃນວັນທີ 23 ສິງຫາ ປີ 1975 ພາຍຫລັງພວກລ່າເມືອງ ຂຶ້ນຝຣັ່ງປະລາໄຊ, ຈັກກະພັດອາເມລິກາ ກໍໄດ້ກະໂດດເຂົ້າມາແທນພວກລ່າ ເມືອງຂຶ້ນຝຣັ່ງ ດໍາເນີນການແຊກແຊງ ແລະ ຮຸກຮານປະເທດລາວໂດຍ ທັນທີດ້ວຍກົນອຸບາຍ ຫວັງເຮັດໃຫ້ປະເທດເຮົາກາຍເປັນຫົວເມືອງຂຶ້ນ ແບບໃໝ່ ແລະ ເປັນຖານທັບຂອງເຂົາແນໃສ່ປິດ ລ້ອມຫວຽດນາມ ແລະ ສປ ຈີນ, ສະກັດກັ້ນ ກະແສຟອງປະຕິວັດບໍ່ໃຫ້ແຜ່ລາມໄປໃນອາຊີອາຄະເນ. ຕໍ່ສະພາບການແລະ ຄວາມຮຽກຮ້ອງຕ້ອງການຕໍ່ສູ້ ເພື່ອຕີເອົາຊະນະສັດ ຕູຜູ້ຮຸກຮານ, ວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດລາວໄດ້ຮັບການ ສ້າງຕັ້ງຂຶ້ນ ພັກໄດ້ນໍາພາປະຊາຊົນບັນດາເຜົ່າດໍາເນີນການຕໍ່ສູ້ກູ້ຊາດຕ້ານອາເມລິກາ ຊຶ່ງເປັນໄລຍະການຕໍ່ສູ້ອັນດຸເດືອດຂ້ຽວຂາດສັບສົນ, ຫຍຸ້ງຍາກລໍາບາກກວ່າໝູ່ຂອງການປະຕິວັດໃນປະເທດເຮົາ ແລະ ເປັນໄລຍະຕໍ່ສູ້ທີ່ສະຫງ່າອົງອາດກວ່າໝູ່ ແລະ ມີໄຊຍິ່ງໃຫຍ່ກວ່າໝູ່ໃນປະ ຫວັດສາດຂອງຊາດເຮົາ.

ພາຍໃຕ້ການນໍາພາຂອງພັກ ມະຫາຊົນ ຊັ້ນຄົນຕ່າງໆຢູ່ໃນເຂດ ປົກຄອງ ຂອງສັດຕູ ແລະ ໃນເຂດເປັນກາງເປັນ ຕົ້ນແມ່ນກໍາມະກອນ, ຊາວນາ, ນັກຮຽນນັກສຶກສາໄດ້ລຸກຮື້ຂຶ້ນ ແລະ ເຂົ້າຮ່ວມການຕໍ່ສູ້ນັບ ມື້ນັບຫລາຍ, ຂະບວນການຕໍ່ສູ້ຂອງມະຫາຊົນໄດ້ແຜ່ລາມກວ້າງ ອອກໄປ ຢ່າງໄວວາ ດ້ວຍຖ່ວງທ່າອັນແຂງແຮງຟົດຟື້ນ, ດູດດຶງ ເຕົ້າໂຮມ ເອົາກໍາລັງ ໄດ້ຢ່າງຫລວງຫລາຍ ໃນໝູ່ຂ້າລາຊະການ, ຊາວຄ້າຂາຍ, ພະສົງສໍາມະເນນ, ນັບທັງນາຍ ແລະ ພົນທະຫານ, ຕໍາຫລວດ ໄດ້ເຂົ້າ ຮ່ວມຂະບວນການຕໍ່ສູ້ ເຊິ່ງຂະຫຍາຍຕົວເປັນກະແສຟອງສູງສຸດເຊັ່ນ: ການລຸກຮື້ຂຶ້ນຂອງກໍາມະ ກອນໄຟຟ້າວຽງຈັນ; ການລຸກຮື້ຂຶ້ນຕໍ່ສູ້ຢ່າງໝັ້ນໜຽວທົນທານຕະຫລອດ 42 ວັນ ແລະ ຄືນ ຂອງປະຊາຊົນຊາວເມືອງໜອງບົກ ແຂວງຄໍາມ່ວນສາ ມາດຍາດໄດ້ສິດເປັນເຈົ້າ, ສ້າງຕັ້ງອໍານາດການປົກຄອງປະຕິວັດຂຶ້ນ; ການ ລຸກຮື້ຂຶ້ນປະກາດແຍກຕົວອອກຈາກຝ່າຍວຽງຈັນຂອງກອງພັນ 102 ມາຂຶ້ນກັບລັດຖະບານປະສົມໂດຍກົງ.
ການລຸກຮື້ຂຶ້ນຂອງມະຫາຊົນຕັ້ງແຕ່ຕົວເມືອງຮອດຊົນນະບົດ ໃນເຂດ ກວດກາຂອງຝ່າຍວຽງຈັນ ໄດ້ລະເບີດຂຶ້ນຢ່າງຟົດຟື້ນ, ຕໍ່ເນື່ອງດ້ວຍຫລາຍ ຮູບການ ເຊິ່ງມີຜູ້ເຂົ້າຮ່ວມຫລາຍແສນຄົນ ເຮັດໃຫ້ຫົວ ປ້ປະຕິການໃນກົງ ຈັກທະຫານ ແລະ ການປົກຄອງຫຸ່ນຕົກສະທ້ານຍ້ານກົວ. ໂດຍໄດ້ ຮັບການ ສະໜັບສະໜູນ ຂອງບັນດາກໍາລັງປະກອບອາວຸດປະຕິວັດ, ໃນເດືອນ 5/1975 ຂະບວນການຕໍ່ສູ້ໄດ້ມີບາດກ້າວຂະຫຍາຍຕົວໃໝ່. ຄໍາຂວັນຕໍ່ ສູ້ຂອງຂະບວນການແມ່ນສຸມໃສ່ທວງໃຫ້ຂັບໄລ່ພວກເຈົ້າໜ້າທີ່ທະຫານ ແລະ ພວກນັກສືບຂອງອາເມລິກາ ອອກຈາກລາວ, ທວງໃຫ້ຍຸບອົງ ການຢູ ເສດ (ສໍານັກງານອົງການຊ່ວຍເຫລືອ ທາງດ້ານການທະຫານ, ເສດຖະກິດ ການເງິນ ແລະ ເຕັກນິກຂອງອາເມລິກາ) ຢູ່ວຽງຈັນ ແລະ ແຫ່ງອື່ນໆ, ກໍາ ນົດ ເວລາໃຫ້ອົງການຈັດຕັ້ງທັງໝົດຂອງອາເມລິກາຖອນອອກຈາກລາວ. ວັນທີ 23/5/1975, ກໍາມະກອນ, ຂ້າລາຊະການ, ນັກຮຽນ, ນັກສຶກສາ, ຢູ່ວຽງຈັນໄດ້ຢຶດເອົາອົງການຢູເສດ. ວັນທີ 27/5/1975 ສະຖານທູດອາເມ ລິກາຕ້ອງຍອມຮັບການຍຸບອົງການ ດັ່ງກ່າວ, ກົງຈັກລ່າເມືອງຂຶ້ນແບບ ໃໝ່ ຂອງອາເມລິກາຖືກລົບລ້າງ. ມະຫາຊົນໄດ້ກ່າວປະນາມ ແລະ ທວງໃຫ້ຂັບໄລ່ພວກປະຕິການຂວາຈັດອອກຈາກ ລັດຖະບານປະສົມທະ ຫານ, ຕໍາຫລວດຈໍານວນໜຶ່ງ ໄດ້ທະຍອຍແຍ ຕົວອອກຈາກພວກນາຍ ປະຕິການທີ່ນິຍົມອາເມລິກາ, ຫລາຍກົມກອງໄດ້ລຸກຂຶ້ນແຍກຕົວອອກ ຈາກກອງທັບ ຝ່າຍລາຊະອານາຈັກ ຮ່ວມມືກັບປະຊາຊົນ.

ກະແສຟອງແຫ່ງການລຸກຮື້ຂຶ້ນໃນ ເດືອນ 5/1975 ມີມະຫາຊົນເຂົ້າ ຮ່ວມຈໍານວນຫລວງຫລາຍນັ້ນ ໄດ້ ເຮັດໃຫ້ພວກອາເມລີກາ ແລະ ພວກຫົວໂປ້ປະຕິການໃນກົງຈັກການທະຫານ ແລະ ການປົກຄອງຝ່າຍວຽງ ຈັນຕົກຢູ່ໃນສະພາບຈົນຕາແຈ ອັນໄດ້ເຮັດໃຫ້ກົງຈັກການປົກຄອງຫຸ່ນ ແລະ ທະຫານຫຸ່ນພັງທະລາຍລົງບາດດຽວຢ່າງໄວວາ, ພວກຫົວໂປ້ປະຕິ ການພາກັນໂຕນໜີອອກ ນອກປະເທດ.

ວັນທີ 23/8/1975 ຊາວນະຄອນ ຫລວງວຽງຈັນ 2 ໝື່ນກວ່າຄົນໄດ້ ໂຮມຊຸມນຸມໃຫຍ່ຢູ່ເດີ່ນທາດຫລວງ ເພື່ອປະກາດສ້າງຕັ້ງອໍານາດການປົກ ຄອງປະຕິວັດນະຄອນຫລວງວຽງຈັນ. ມາເຖິງທ້າຍເດືອນ 8/1975 ກົງຈັກົກ ຄອງ ແລະ ກອງທະຫານຝ່າຍວຽງຈັນແຕ່ຂັ້ນແຂວງລົງເຖິງ ຂັ້ນຮາກຖານ ທົ່ວປະເທດຖືກລົບລ້າງທັງໝົດ.
ອໍານາດການປົກຄອງປະຕິວັດທຸກຂັ້ນໄດ້ສ້າງຕັ້ງຂຶ້ນໃນທົ່ວປະເທດ. ວັນທີ 1 ແລະ 2/12/1975 ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນທົ່ວປະເທດ ໄດ້ໄຂຂຶ້ນ ຢ່າງຄຶກຄື້ນ ຢູ່ນະຄອນຫລວງວຽງຈັນ ຊຶ່ງມີຕົວແທນຂອງບັນດາ ຊັ້ນຄົນ, ບັນດາເຜົ່າ, ສາສະໜາ, ຜູ້ແທນຂອງບັນດາອົງການຈັດຕັ້ງມະຫາ ຊົນ, ຜູ້ຊົງຄຸນວຸດທິ, ປັນຍາຊົນ ແລະ ຜູ້ແທນຂອງກໍາລັງປະກອບອາວຸດ ລວມ 246 ຄົນເຂົ້າ ຮ່ວມ.
ກອງປະຊຸມ ໃຫຍ່ໄດ້ຕົກລົງຮັບຮອງເອົາການສະຫລະພະລາຊະບັນ ລັງຂອງເຈົ້າຊີວິດ, ຕົກລົງຍຸບລັດຖະບານຊົ່ວຄາວ ແລະ ຄະນະມົນຕີ ປະສົມການເມືອງ ແຫ່ງຊາດ; ປະກາດລົບລ້າງລະບອບລາຊາທິປະໄຕ ແລະ ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນຂຶ້ນແທນ; ກໍານົດເຄື່ອງໝາຍປະຈໍາຊາດ, ທຸງຊາດ, ເພງຊາດ ແລະ ພາສາທາງການ; ຕົກລົງສ້າງຕັ້ງ ສະພາປະຊາຊົນສູງສຸດ ແລະ ລັດຖະບານ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວ. ປະທານ ສຸພານຸວົງ ໄດ້ຮັບເລືອກຕັ້ງ ເປັນປະ ທານປະເທດ ທັງເປັນປະທານສະພາປະຊາປະຊາ ຊົນສູງສຸດ, ສ່ວນປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນນາຍົກລັດ ຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສິ່ງດັ່ງກ່າວ ເປັນປະຫວັດ ການໃນການຢຶດອໍານາດຂັ້ນສຸດທ້າຍຂອງ ການປະຕິວັດລາວເຊິ່ງ ໄດ້ຈາລຶກໃນ ປຶ້ມປະຫວັດສາດຂອງຊາດລາວ.

ວັນ ຢຶດອໍານາດ 23 ສິງຫາ ປີ 1975 ຈຶ່ງມີຄວາມໝາຍຄວາມ ສໍາຄັນ ຫລາຍສໍາ ລັບປະຊາຊົນລາວທັງຊາດ ເພາະວ່າໄຊຊະນະດັ່ງກ່າວມັນ ແມ່ນ ໝາກຜົນ ແຫ່ງການຕໍ່ສູ້ປະຕິວັດອັນຢືດເຢື້ອຍາວນານ ຂອງປະຊາຊົນລາວ ບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ; ມັນແມ່ນ ຜົນທີ່ເກີດມາຈາກຄວາມກ້າຫານປະດິດສ້າງແຫ່ງ ການນໍາໃຊ້ 3 ບາດຄ້ອນ ຍຸດທະສາດ ເພື່ອຢຶດອໍານາດການປົກຄອງໃນທົ່ວປະເທດແບບບົວບໍ່ໃຫ້ຊໍ້າ ນໍ້າບໍ່ໃຫ້ຂຸ່ນ ແມ່ນໄຊຊະນະຂອງແນວທາງການ ປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະຫລາດສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກໍາຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ; ມັນແມ່ນ ໄຊຊະນະ ກໍາລັງແຮງແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈ ດຽວກັນຂອງ ປວງຊົນທັງຊາດ, ເປັນຄວາມອັນໜຶ່ງອັນດຽວກັນຂອງກອງທັບ ແລະ ປະ ຊາຊົນບັນດາ ເຜົ່າ, ແມ່ນໄຊຊະນະຂອງຄວາມສາມັກຄີຮ່ວມສໍາພັນສູ້ຮົບ ລະຫວ່າງປະຊາຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ຄຽງບ່າຄຽງໄລ່ກັນຕ້ານສັດຕູໂຕດຽວກັນຕະຫລອດ ໄລຍະການປະຕິ ວັດປົດປ່ອຍຊາດໃນ ເມື່ອກ່ອນກໍຄືໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງ ປະເທດຊາດໃນປັດຈຸບັນ.
ຂໍ້ມູນມາຈາກ: ປະເທດລາວ pathedlao