ເສີມຂະຫຍາຍມູນເຊື້ອສາມັກຄີ ແລະ ເຕົ້າໂຮມກໍາລັງແຮງສັງລວມທົ່ວປວງຊົນລາວທັງຊາດ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ຮຸ່ງເຮືອງສີວິໄລ

(ເນື່ອງໃນໂອກາດ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ)

    ເມື່ອຫວນຄືນກ່ອນນີ້ 76 ປີ ຄືວັນທີ 13 ສິງຫາ 1950 ໃນກອງປະຊຸມໃຫຍ່ຜູ້ແທນແນວລາວຕໍ່ຕ້ານທົ່ວປະເທດທີ່ມີຜູ້ແທນເຂົ້າຮວ່ມທັງໝົດ 105 ທ່ານ ທີ່ເປັນຕົວແທນຂອງກຳລັງປະກອບອາວຸດທຸກພາກ, ຕົວແທນບັນດາເຜົ່າ ຊັ້ນຄົນ ບັນດາອົງການຈັດຕັ້ງສັງຄົມ ສາສະໜາ ເພດ-ໄວ ຈາກເຂດຕໍ່ຕ້ານ ແລະ ເຂດກວດກາຂອງຂອງສັດຕູໃນທົ່ວປະເທດໄດ້ເຫັນດີເປັນເອກະສັນປະກາດສ້າງຕັ້ງແນວໂຮມແຫ່ງຊາດ ໂດຍໃຫ້ຊື່ວ່າ: ແນວລາວອິດສະຫຼະເຊິ່ງປະກອບມີຄະນະກຳມະການແນວລາວອິດສະຫຼະ ຈຳນວນ 15 ທ່ານ ໂດຍແມ່ນສະເດັດເຈົ້າສຸພານຸວົງເປັນປະທານແນວລາວອິດສະຫຼະ.

    ຈາກຜົນງານການເຄື່ອນໄຫວຂອງແນວລາວອິດສະຫຼະ ໃນການເປີດກວ້າງແນວໂຮມເອກະພາບແຫ່ງຊາດ ໃນກອງປະຊຸມໃຫຍ່ແນວລາວອິດສະຫລະ ສະໄໝທີ II (6-9/01/1956) ໄດ້ປ່ຽນຊື່ແນວລາວອິດສະຫຼະມາເປັນແນວລາວຮັກຊາດ ແລະ ໃນກອງປະຊຸມໃຫຍ່ແນວລາວຮັກຊາດສະໄໝທີ່ IV (16-20/2/1979) ແນວລາວຮັກຊາດກໍໄດ້ປ່ຽນຊື່ເປັນແນວລາວສ້າງຊາດຮອດປັດຈຸບັນ ຕະຫຼອດ 76 ປີ ຜ່ານມາພາຍໃຕ້ການຊີ້ນຳ ແລະ ນຳພາຢ່າງໃກ້ຊິດຂອງພັກປະຊາຊົນ ປະຕິວັດລາວ ວຽກງານແນວໂຮມໄດ້ຮັບການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ກາຍເປັນກ້ອນກຳລັງມະຫາສາມັກຄີທົ່ວປວງຊົນລາວທັງຊາດຢ່າງແໜ້ນແຟ້ນ ໂດຍສະເພາະພາຍໃຕ້ແນວທາງປ່ຽນແປງໃໝ່ຂອງພັກ ແນວລາວສ້າງຊາດແຕ່ລະຂັ້ນໄດ້ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງຕົນຢ່າງສະເໝີຕົ້ນສະເໝີປາຍ ເປັນຜູ້ຖືຄັນທຸງນໍາໜ້າໃນການເຕົ້າໂຮມກ້ອນກໍາລັງສາມັກຄີ ໃນວົງຄະນະຍາດແຫ່ງຊາດລາວ ປະກອບສວ່ນອັນໃຫຍ່ຫຼວງເຂົ້າໃນການບູລະນະລະບອບປະຊາ ທິປະໄຕ ປະຊາຊົນ ເປັນຜູ້ປຸກລະດົມ ສຶກສາອົບຮົມ ທຸກຊັ້ນຄົນ ບົນພື້ນຖານຄວາມເປັນເອກະພາບ ໃນອຸດົມການແຫ່ງການສ້າງປະເທດໃຫ້ມັ່ງຄັ່ງເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກສັງຄົມມີປະຊາທິປະໄຕ ສີວິໄລ ແລະ ຍຸຕິທຳ.

    ເວົ້າສະເພາະໃນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII (28-29/4/2026) ພາຍໃຕ້ຄຳຂວັນ “ຍົກສູງບົດບາດຂອງແນວລາວສ້າງຊາດ ສູ່ຄຸນນະພາບໃໝ່ ເສີມສ້າງມະຫາສາມັກຄີ ແລະ ເຕົ້າໂຮມກໍາລັງແຮງສັງລວມຂອງທົ່ວປວງຊົນລາວທັງຊາດ ເຂົ້າໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ” ຍິ່ງໄດ້ຍົກສູງບົດບາດຂອງແນວລາວສ້າງຊາດ ກ້າວສູ່ຄຸນນະພາບໃໝ່ ດວ້ຍການເສີມສ້າງມະຫາສາມັກຄີ ແລະ ເຕົ້າໂຮມກໍາລັງແຮງສັງລວມຂອງທົ່ວປວງຊົນລາວທັງຊາດ ເຂົ້າໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ສືບຕໍ່ເສີມຂະຫຍາຍບົດບາດເປັນໃຈກາງການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນ ປະຊາຊົນລາວບັນດາເຜົ່າ ສາສະໜາ ຊັ້ນຄົນ ທຸກເພດ-ໄວ ລວມທັງຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ ພ້ອມນັ້ນ ກໍໄດ້ປຸກລະດົມປະຊາຊົນໃນການສ້າງບ້ານສາມັກຄີປອງດອງ ຈັດຕັ້ງການຜະລິດປົວແປງຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ ທັງເປັນຫຼັກແຫຼ່ງໃນການປົກປ້ອງແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ທັງປະຕິບັດບົດບາດຕິດຕາມກວດກາສຽງສະທ້ອນຂອງສັງຄົມ ເພື່ອສະເໜີຕໍ່ພັກ-ລັດຖະບານພິຈາລະນາ ແລະ ອື່ນໆ ພິເສດ ໃນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ໄດ້ຮັບຮອງເອົາແຜນພັດທະນາອົງການແນວລາວສ້າງຊາດ ໃນ 5 ປີ ຕໍ່ໜ້າ (2026-2030) ໂດຍມີ 63 ໂຄງການ ແລະ 6 ແຜນງານໃຫຍ່ຄື: ໜຶ່ງ ແຜນງານການເຕົ້າໂຮມ ແລະ ເສີມສ້າງຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ ສອງ ແຜນງານການເຕົ້າໂຮມ ແລະ ເສີມສ້າງຄຸນງາມ ຄວາມດີ ສາມ ແຜນງານການເຕົ້າໂຮມ ແລະ ເສີມສ້າງຄຸນວຸດທິ ສີ່ ແຜນງານການເຕົ້າໂຮມ ແລະ ເສີມສ້າງຄຸນນະທໍາ ຫ້າ ແຜນງານການສ້າງຄວາມເຂັ້ມແຂງໃຫ້ອົງການແນວລາວສ້າງຊາດແຕ່ລະຂັ້ນ ແລະ ຫົກ ແຜນງານການຮວ່ມມືກັບອົງການພາຄີ ແລະ ການຮວ່ມມືກັບສາກົນ.

    ເພື່ອບັນລຸຜົນສໍາເລັດຕາມແຜນການທີ່ວາງໄວ້ ກ່ອນອື່ນອົງການແນວລາວສ້າງຊາດແຕ່ລະຂັ້ນຕ້ອງຈັດຕັ້ງຜັນຂະ ຫຍາຍທິດຊີ້ນຳຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດທີ່ກ່າວໃນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ໃນ 6 ວຽກໃຫຍ່ຄື: (ໜຶ່ງ) ສືບຕໍ່ເສີມຂະຫຍາທີ່ຕັ້ງ ບົດບາດຂອງແນວລາວສ້າງຊາດໃນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນຂອງຊາດ (ສອງ) ຍົກສູງຄວາມຮັບຜິດຊອບໃນການເສີມຂະຫຍາຍບົດບາດຕິດຕາມ ກວດກາຫາງສຽງສະທ້ອນສັງຄົມ (ສາມ) ຕ້ອງປ່ຽນແປງຢ່າງແຂງແຮງວິທີການຂົນຂວາຍມະຫາຊົນດວ້ຍການໃກ້ຊິດກັບມະຫາຊົນດວ້ຍຫຼາຍຮູບແບບ ຫຼາຍຮູບການ (ສີ່) ສືບຕໍ່ຈັດຕັ້ງປະຕິບັດໂຄງການສ້າງກອງທຶນບ້ານສາມັກຄີ ແລະ ພັດທະນາດວ້ຍຮູບແບບການຮວ່ມມືລະຫວ່າງແນວລາວສ້າງຊາດ ນັກທຸລະກິດ ແລະ ປະຊາຊົນ ສ້າງກອງທຶນພັດທະນາຕາມທ້ອງຖິ່ນ ສ້າງເປັນໜວ່ຍຜະລິດລວມໝູ່ກ້າວຂື້ນເປັນສະຫະກອນເທື່ອລະກ້າວ (ຫ້າ) ເພີ່ມຄວາມສາມັກຄີສາກົນ ແລະ ເປີດກວ້າງສາຍພົວພັນການທູດປະຊາຊົນ ຕາມແນວທາງການຕ່າງປະເທດຂອງພັກ-ລັດ (ຫົກ) ສືບຕໍ່ເຕົ້າໂຮມຂົນຂວາຍ ແລະ ສ້າງເງື່ອນໄຂໃຫ້ຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດທີ່ມີຈິດໃຈຮັກເຊື້ອແພງຊາດ ອວ່າຍໜ້າມາຫາປະເທດຊາດ ພ້ອມນັ້ນ ກໍປຸກລະດົມໃຫ້ຊາວຕ່າງດ້າວ ຊາວຕ່າງປະເທດທີ່ດໍາລົງຊີວິດທຳມາຫາກິນ ແລະ ປະຕິບັດໜ້າທີ່ ຢູ່ ສປປ ລາວ ໃຫ້ຮັບຮູ້ ເຂົ້າໃຈ ແລະ ເຄົາລົບລະບຽບ ກົດໝາຍ ວັດທະນະທຳ ຮີດຄອງປະເພນີອັນດີງາມຂອງລາວ ແລະ ມີຄວາມສາມັກຄີກັບປະຊາຊົນລາວບັນດາເຜົ່າ.

    ທົ່ວພັກ ລັດ ປວງຊົນລາວທັງຊາດ ລວມທັງຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ ແລະ ຊາວຕ່າງດ້າວທີ່ດໍາລົງຊີວິດ ແລະ ທຳມາຫາກິນຢູ່ ສປປ ລາວ ຈົ່ງພ້ອມກັນເຊີດຊູນໍ້າໃຈຮັກຊາດ ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ ເສີມຂະຫຍາຍມູນເຊື້ອແຫ່ງຄວາມດຸໝັ່ນຂະຫຍັນພຽນ ແລະ ຫົວຄິດປະດິດສ້າງ ສຸມທຸກສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ກ້າວຂຶ້ນນຕາມຈຸດ ໝາຍທີ່ວາງໄວ້ຢ່າງໜັກແໜ້ນ ແລະ ຮຸ່ງເຮືອງສີວິໄລ.

ຂໍ່ານັບຊົມເຊີຍ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ ຢ່າງສຸດໃຈ !

ບົດໂດຍ: ດວງຈິດ ສະຫວັດບຸນມີ

error: Content is protected !!