ຈະສ້າງນະຄອນຫຼວງໃຫ້ເປັນຕົວເມືອງສີຂຽວ ທຸກຄົນຕ້ອງມີສ່ວນຮ່ວມໃນການປູກຕົ້ນໄມ້

ຫ້ອງ­ການ​ຄຸ້ມ​ຄອງ ແລະ ບໍ­ລິ­ຫານ​ຕົວ​ເມືອງ​ວຽງ​ຈັນ (ຄບຕ) ເປັນ​ອົງ​ການ­ຈັດ­ຕັ້ງ​ໜຶ່ງ​ທີ່​ມີ​ພາ­ລະ​ບົດ­ບາດ ໃນ​ການ​ຮັກ­ສາ​ຄວາມ​ສະ­ອາດ ແລະ ປະ­ດັບ​ປະ­ດາ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ມີ​ຄວາມ​ສະ­ອາດ ສວຍ​ງາມ ມີ​ສະ­ພາບ​ແວດ​ລ້ອມ​ທີ່​ດີ ພ້ອມ​ນັ້ນ​ຍັງ​ໄດ້​ປູກ​ຕົ້ນ­ໄມ້​ຕາມ​ພື້ນ​ທີ່​ຕ່າງໆ​ທີ່​ມີ​ເງື່ອນ­ໄຂ ເພື່ອ​ສ້າງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ເປັນ​ນະ­ຄອນ­ຫຼວງ​ສີ­ຂຽວ ເຊິ່ງ​ໄລ­ຍະ​ຜ່ານ​ມາ ກໍ​ຄື​ວັນ​ທີ 1 ມິ­ຖຸ­ນາ ເປັນ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ ແລະ ວັນ­ເດັກ­ນ້ອຍ​ສາ­ກົນ ຫ້ອງ­ການ ຄບຕ ໄດ້​ສົມ­ທົບ​ກັບ​ເມືອງ​ສີ​ໂຄດ​ຕະ­ບອງ ປູກ​ຕົ້ນ­ໄມ້​ຢູ່​ຮົ້ວ​ດ້ານ​ນອກ​ຂອງ​ໂຮງ­ຮຽນ​ມັດ­ທະ­ຍົມ​ຕອນ​ປາຍ​ມິດ­ຕະ­ພາບ ນະ­ຄອນ­ຫຼວງ​ວຽງ​ຈັນ-ໂຮ່​ຈີ​ມິງ ຢ່າງ​ເປັນ​ຂະ​ບວນ​ຟົດ­ຟື້ນ.

ທ່ານ ບຸນ​ຈັນ ແກ້ວ​ສີ​ທຳ​ມະ ຫົວ­ໜ້າ​ຫ້ອງ­ການ ຄບຕ ໃຫ້​ຮູ້​ວ່າ: ເນື່ອງ​ໃນ​ໂອ­ກາດ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ ແລະ ວັນ​ເດັກ​ນ້ອນ​ສາ­ກົນ 1 ມິ­ຖຸ­ນາ ຫ້ອງ­ການ ຄບຕ ໄດ້​ສົມ­ທົບ​ກັບ​ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ປູກ​ຕົ້ນ­ໄມ້ ແລະ ສວນ​ຍ່ອມ​ຢູ່​ຮົ້ວ​ດ້ານ​ນອກ​ຂອງ​ໂຮງ­ຮຽນ​ມັດ­ທະ­ຍົມ​ຕອນ​ປາຍ​ມິດ­ຕະ­ພາບ ນະ­ຄອນ­ຫຼວງ​ວຽງ​ຈັນ-ໂຮ່​ຈີ​ມິງ ເພື່ອ​ເພີ່ມ​ປ່າ​ປົກ​ຫຸ້ມ​ສີ­ຂຽວ ສ້າງ​ຄວາມ​ຊຸ່ມ​ຊື່ນ ເຮັດ​ໃຫ້​ສະ­ພາບ​ແວດ​ລ້ອມ​ດີ ທັງ​ເປັນ​ການ​ປັບ​ຄວາມ​ສົມ​ດຸນ​ລະ­ບົບ​ນິ­ເວດ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ຫຼຸດ­ຜ່ອນ​ມົນ​ລະ​ພິດ​ຝຸ່ນ​ລະ­ອອງ ແລະ ມົນ​ລະ​ພິດ​ຈາກ​ຄວັນ​ລົດ​ຕ່າງໆ ແນ­ໃສ່​ສ້າງ​ຕົວ​ເມືອງ​ວຽງ​ຈັນ ໃຫ້​ເປັນ​ຕົວ​ເມືອງ​ສີ­ຂຽວ ກາຍ­ເປັນ​ຕົວ​ເມືອງ​ອັດ​ສະ​ລິ​ຍະ ນອກ­ຈາກ​ປູກ​ຕົ້ນ­ໄມ້​ຢູ່​ຈຸດ​ດັ່ງ­ກ່າວ​ແລ້ວ ຍັງ​ຈະ​ສືບ­ຕໍ່​ປູກ​ຕາມ​ຈຸດ​ຕ່າງໆ​ທີ່​ມີ​ເງື່ອນ­ໄຂ ເພື່ອ​ເຮັດ​ໃຫ້​ເສັ້ນ­ທາງ​ເປັນ​ເສັ້ນ­ທາງ​ສີ­ຂຽວ ພ້ອມ​ນັ້ນ​ຍັງ​ໄດ້​ຊອກ​ງົບ­ປະ­ມານ ແລະ ລະ­ດົມ​ພໍ່​ແມ່​ປະ­ຊາ­ຊົນ ຜູ້​ທີ່​ມີ​ເງື່ອນ­ໄຂ​ປະ­ກອບ­ສ່ວນ​ຊື້​ຕົ້ນ­ໄມ້​ມາ​ປູກ ແນ­ໃສ່​ພ້ອມ​ກັນ​ປະ­ກອບ­ສ່ວນ​ເຮັດ​ໃຫ້​ເປັນ​ຕົວ​ເມືອງ​ສີ­ຂຽວ ໜ້າ​ຢູ່ ແລະ ຍືນ​ຍົງ ສະ­ນັ້ນ ຂໍ​ຮຽກ­ຮ້ອງ​ມາ​ຍັງ​ພໍ່​ແມ່​ປະ­ຊາ­ຊົນ ແລະ ອົງ​ການ­ຈັດ­ຕັ້ງ​ທຸກ​ພາກ­ສ່ວນ​ໃຫ້​ມີ​ສ່ວນ​ຮ່ວມ​ນຳ​ກັນ ໃນ​ການ​ປົກ​ປັກ​ຮັກ­ສາ ປູກ​ຕົ້ນ­ໄມ້ ເພື່ອ​ເພີ່ມ​ປ່າ​ປົກ​ຫຸ້ມ​ສີ­ຂຽວ​ໃຫ້​ແກ່​ນະ­ຄອນ­ຫຼວງ​ວຽງ​ຈັນ.

ທ່ານ ຄຳ​ມອນ ບົວ​ພັນ ຮອງ​ເຈົ້າ­ເມືອງ​ສີ​ໂຄດ​ຕະ­ບອງ ໃຫ້​ຮູ້​ຕື່ມ​ອີ​ກວ່າ: ເມືອງ​ສີ​ໂຄດ​ຕະ­ບອງ ເປັນ​ເທ­ສະ​ບານ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ເພີ່ມ​ປ່າ​ປົກ​ຫຸ້ມ​ໃຫ້​ກັບ​ນະ­ຄອນ­ຫຼວງ​ວຽງ​ຈັນ ເມືອງ​ກໍ​ໄດ້​ເອົາ­ໃຈ­ໃສ່​ພ້ອມ​ກັນ​ປູກ​ຕົ້ນ­ໄມ້​ໃນ​ວັນ​ສຳ­ຄັນ​ຕ່າງໆ ຢ່າງ​ເປັນ​ຂະ​ບວນ​ຟົດ­ຟື້ນ ສະ­ເພາະ​ວັນ​ທີ 1 ມິ­ຖຸ­ນາ ເປັນ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ ແລະ ວັນ­ເດັກ­ນ້ອຍ​ສາ­ກົນ ເມືອງ​ສີ​ໂຄດ​ຕະ­ບອງ ຂອງ​ພວກ​ເຮົາ ໄດ້​ພ້ອມ​ກັນ​ປູກ​ຕົ້ນ­ໄມ້​ປະ­ດັບ​ຕາມ​ເສັ້ນ­ທາງ ຢູ່​ເຂດ​ບ້ານ​ອ່າງ​ໃຫຍ່ ປະ­ມານ 500 ຕົ້ນ ໂດຍ​ໄດ້​ມີ​ຫຼາຍ​ພາກ­ສ່ວນ​ເຂົ້າ​ຮ່ວມ ນອກ​ນັ້ນ ກໍ​ຍັງ​ໄດ້​ຮ່ວມ​ກັບ​ຫ້ອງ­ການ ຄບຕ ປູກ​ດອກ​ໄມ້​ເຮັດ​ສວນ​ຍ່ອມ ແລະ ຕົ້ນ­ໄມ້​ຈຳ­ນວນ​ໜຶ່ງ ເພື່ອ​ຜັນ​ຂະ­ຫຍາຍ​ນະ­ໂຍ­ບາຍ 6ສ ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ສະ­ເພາະ ສ ສີ­ຂຽວ ພ້ອມ​ນັ້ນ​ຍັງ​ມີ​ແຜນ​ຈະ​ປູກ​ໃສ່​ຕາມ​ຈຸດ​ຕ່າງໆ ທີ່​ຍັງ​ບໍ່​ທັນ​ມີ​ຕົ້ນ­ໄມ້​ສີ­ຂຽວ ພິ­ເສດ​ແມ່ນ​ຈະ​ໄດ້​ຕິດ­ຕາມ​ບັນ­ດາ​ຕົ້ນ­ໄມ້​ທີ່​ປູກ​ໄລ­ຍະ​ຜ່ານ​ມາ ຢູ່​ເສັ້ນ­ທາງ​ຕັດ​ໃໝ່ ບ້ານ​ໜອງ​ບຶກ ຖ້າ​ມີ​ຕົ້ນ​ໃດ​ທີ່​ຕາຍ​ຈະ​ໄດ້​ປູກ​ທົດ​ແທນ ແລ້ວ​ມອບ​ໃຫ້​ບ້ານ ຫຼື ສຳ­ນັກ­ງານ​ເປັນ​ຂອບ​ເຂດ​ຂອງ​ໃຜ​ມັນ​ເປັນ​ຜູ້​ຮັບ­ຜິດ­ຊອບ​ເບິ່ງ­ແຍງ ປົກ​ປັກ​ຮັກ­ສາ​ໃຫ້​ຕົ້ນ­ໄມ້​ເຕີບ​ໃຫຍ່​ມີ​ສີ​ຂຽວ­ງາມ ແລະ ຍືນ​ຍົງ.

error: Content is protected !!