ຕ້ອງຮ່ວມກັນແກ້ໄຂໃຫ້ສອດຄ່ອງ

ການ​ຂີ່​ລົດ​ໄວ​ເກີນ​ກຳ­ນົດ ການ​ເລັ່ງ​ສຽງ​ລົດ​ໃຫ້​ດັງ​ໜວກ​ຫົວ​ຄົນ​ອື່ນ​ນັ້ນ ຍັງ​ເປັນ​ບັນ­ຫາ​ຊຳ​ເຮື້ອ​ຢູ່​ບ້ານ​ເຮົາ ແກ້​ປານ­ໃດ​ກໍ​ບໍ່​ຕົກ ດັ່ງ­ນັ້ນ ທຸກ​ພາກ­ສ່ວນ​ເຊັ່ນ: ຄອບ­ຄົວ ໂຮງ­ຮຽນ ແລະ ສັງ­ຄົມ ຄວນ​ຮ່ວມ​ໃຈ​ກັນ​ແກ້​ໄຂ​ຕາມ​ພາ­ລະ​ບົດ­ບາດ​ຂອງ​ຕົນ ຈະ​ປ່ອຍ​ໃຫ້​ແຕ່​ເຈົ້າ​ໜ້າ­ທີ່​ຮັບ­ຜິດ­ຊອບ​ຄົງ​ເປັນ​ໄປ​ບໍ່​ໄດ້ ຜູ້​ກະ­ທຳ​ຜິດ​ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ຊາວ​ໜຸ່ມ​ນັ້ນ ໃຊ້​ເວ­ລາ​ຢູ່​ເຮືອນ ຢູ່​ໂຮງ­ຮຽນ ຢູ່​ສັງ­ຄົມ​ຫຼາຍ​ກວ່າ​ເວ­ລາ​ອອກ​ສູ່​ຖະ­ໜົນ…

ຢ່າຖືເບົາ ດື່ມສິ່ງມຶນເມົາແລ້ວຂັບຂີ່

ເມື່ອ​ເວົ້າ​ເຖິງ​ການ​ດື່ມ​ສິ່ງ​ມຶນ​ແລ້ວ​ຂັບ​ຂີ່ ແມ່ນ​ເປັນ​ສາ­ເຫດ​ໜຶ່ງ​ທີ່​ເຮັດ​ໃຫ້​ເກີດ​ອຸ­ບັດ­ເຫດ​ຕາມ​ມາ ທັງ​ທີ່​ຮູ້​ວ່າ­ການ​ກະ­ທຳ​ດັ່ງ­ກ່າວ ແມ່ນ​ຜິດ​ກັບ​ກົດ­ໝາຍ​ວ່າ​ດ້ວຍ​ຈະ­ລາ­ຈອນ​ທາງ­ບົກ ແຕ່​ນັກ​ຂັບ​ຂີ່​ບາງ​ຈຳ­ນວນ ກໍ​ຍັງ​ປະ­ພຶດ​ໃຫ້​ເຫັນ​ຢູ່​ເລື້ອຍໆ. ເມື່ອ​ເວົ້າ​ເຖິງ​ສະ­ພາບ​ຄື​ດັ່ງ­ກ່າວ​ມາ​ນັ້ນ ທາງ​ຄໍ​ລຳ​ຈະ­ລາ­ຈອນ​ພວກ​ເຮົາ ຈຶ່ງ​ຂໍ​ນຳ​ສະ­ເໜີ​ຄວາມ​ຮູ້​ກ່ຽວ​ກັບ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ ກັບ​ສຸ­ຂະ­ພາບ​ຂອງ​ຄົນ​ເຮົາ ຕາມ​ຂໍ້​ມູນ​ໃນ​ເວັບ​ໄຊ onlinelibrary.wiley.com ເຫັນ​ວ່າ: ການ​ທີ່​ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ​ໃນ​ປະ­ລິ­ມານ​ຫຼາຍ ແລະ ດື່ມ​ຢ່າງ​ເປັນ​ປົກ­ກະ­ຕິ…

ຈັນຍາບັນຄູ

ບັນ­ຫາ​ຂອງ​ຄູ​ມີ​ຫຼາຍ​ແບບ ເຊັ່ນ: ເງິນ­ເດືອນ​ຄູ​ບໍ່​ອອກ ຄູ​ອາ­ສາ​ຢູ່​ຫຼາຍ​ປີ​ບໍ່​ໄດ້​ເຂົ້າ​ເປັນ​ລັດ­ຖະ­ກອນ ຄູ​ລຳ­ອຽງ​ນັກ­ຮຽນ​ເລື່ອງ​ການ​ໃຫ້​ຄະ­ແນນ ເຊິ່ງ​ບັນ­ຫາ​ແບບ​ນີ້​ມັນ​ພົວ­ພັນ​ເຖິງ​ຈັນ​ຍາ​ບັນ​ຄູ​ໂດຍ​ກົງ ແລະ ຖ້າ­ວ່າ​ຄູ​ໄດ້​ອ່ານ­ໜັງ­ສື​ພິມ​ສຶກ​ສາ-ກີ­ລາ ເຂົາ​ພິມ​ໄວ້­ໜ້າ​ທຳ​ອິດ​ມູມ​ແຈ​ຂວາ​ມື ບອກ​ຈັນ​ຍາ​ບັນ​ຄູ​ລາວ​ໂລດ 5 ຂໍ້ ໂດຍ​ສະ­ເພາະ ຄູ​ຕ້ອງ​ຮັກ­ແພງ​ຜູ້​ຮຽນ ເຊິ່ງ​ແມ່ນ​ຈັນ​ຍາ​ບັນ​ຂໍ້​ໜຶ່ງ​ທີ່​ຄູ​ຕ້ອງ​ທ່ອງ​ຂຶ້ນ​ໃຈ ໂດຍ​ຫຼີກ­ເວັ້ນ​ອະ­ຄະ­ຕິ​ຮັກ​ບັງ​ຊັງ​ບ່ຽງ.…

ຈັນທະບູລີ ສູ້ຊົນໃຫ້ການສອບເສັງຈົບຊັ້ນ ປ5 ບັນລຸໄດ້ 100%

ປັດ­ຈຸ­ບັນ ຫຼາຍ​ໂຮງ­ຮຽນ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ກຳ­ລັງ​ດຳ­ເນີນ​ການ​ສອບ­ເສັງ​ເລື່ອນ​ຂັ້ນ ແລະ ພວມ​ຢູ່​ໃນ​ໄລ­ຍະ​ຂອງ​ການ​ຫ້າງ​ຫາ​ກະ­ກຽມ ການ​ສອບ­ເສັງ​ຈົບ​ຊັ້ນ​ມັດ­ທະ­ຍົມ​ສຶກ​ສາ ແລະ ມີ​ບາງ​ໂຮງ­ຮຽນ ໄດ້​ເປີດ​ການ​ສອບ­ເສັງ​ຈົບ​ຊັ້ນ​ປະ­ຖົມ​ສຶກ​ສາ​ສົມ­ບູນ (ປ5) ພ້ອມ​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ສອບ­ເສັງ ຄຽງ​ຄູ່​ກັບ​ການ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ມາດ​ຕະ­ການ​ເວັ້ນ​ໄລ­ຍະ​ຫ່າງ ມີ​ການ​ກວດ­ກາ​ວັດ­ແທກ​ອຸນ­ຫະ­ພູມ​ກ່ອນ​ເຂົ້າ​ສູນ​ສອບ­ເສັງ ກໍ​ຄື ຫ້ອງ​ສອບ­ເສັງ ເພື່ອ​ຮັບ­ປະ­ກັນ​ໃຫ້­ການ​ສອບ­ເສັງ​ມີ​ປະ­ສິດ­ທິ­ພາບ…

ຈັນທະບູລີ ມີນັກຮຽນສອບເສັງຈົບຊັ້ນ ປ 5 ຫຼາຍພັນຄົນ

ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຈັດ​ສອບ­ເສັງ​ຈົບ​ຊັ້ນ​ປະ­ຖົມ​ສຶກ​ສາ​ສົມ­ບູນ (ປ5) ສົກ­ຮຽນ 2019-2020 ຂຶ້ນ​ວັນ​ທີ 16-17 ກໍ­ລະ­ກົດ 2020 ທີ່​ໂຮງ­ຮຽນ​ປະ­ຖົມ ແລະ ມັດ­ທະ­ຍົມ​ສົມ­ບູນ​ສິນ​ໄຊ ມີ​ທ່ານ ບຸນ​ໜາ ຜາ​ທຸມ​ມະ​ວົງ…

ຫຼາຍບັນຫາສຳຄັນ ທີ່ຖືກຍົກຂຶ້ນມາຊີ້ແຈງໃນກອງປະຊຸມ ສປ ນວ

ການ​ດຳ­ເນີນ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ປະ­ຊາ­ຊົນ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຊຸດ​ທີ I ໃນ​ວັນ​ທີ 16 ກໍ­ລະ­ກົດ 2020 ເປັນ​ປະ­ທານ​ຂອງ​ທ່ານ ອາ­ນຸ­ພາບ ຕຸ​ນາ​ລົມ ປະ­ທານ​ສະ­ພາ​ປະ­ຊາ­ຊົນ ນວ ມີ​ທ່ານ…

ນາຊາຍທອງ ຈະສູ້ຊົນສ້າງເມືອງເຂັ້ມແຂງຮອບດ້ານ

ກອງ​ປະ­ຊຸມ​ສະ­ຫຼຸບ​ວຽກ​ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ດຳ­ລັດ​ວ່າ​ດ້ວຍ​ມາດ­ຕະ­ຖານ​ພົ້ນ​ທຸກ ແລະ ມາດ­ຕະ­ຖານ​ການ​ພັດ­ທະ­ນາ ເມືອງ​ນາ​ຊາຍ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 15 ກໍ­ລະ­ກົດ 2020 ທີ່​ເມືອງ​ດັ່ງ­ກ່າວ ເປັນ​ປະ­ທານ​ຂອງ​ທ່ານ ພູ​ວຽງ ເພຍ​ເທບ ວ່າ­ການ​ເຈົ້າ­ເມືອງ​ນາ​ຊາຍ​ທອງ…

ຍັງມີເດັກຫຼາຍຄົນ ທີ່ພັດທະນາດ້ານຮ່າງກາຍ ແລະ ມັນສະໜອງຊັກຊ້າ

ກອງ​ປະ­ຊຸມ​ຄະ­ນະ​ກຳ­ມະ­ການ​ແຫ່ງ​ຊາດ​ດ້ານ​ໂພ­ຊະ​ນາ​ການ ເພື່ອ​ທົບ​ທວນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ 6 ເດືອນ​ຕົ້ນ​ປີ ແລະ ແຜນ­ການ 6 ເດືອນ​ທ້າຍ​ປີ 2020 ຈັດ​ຂຶ້ນ​ວັນ​ທີ 15 ກໍ­ລະ­ກົດ 2020 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ…

ຈາກການປັ້ນເປັນເຄື່ອງຫຼິ້ນ ກາຍເປັນສິນຄ້າ ສ້າງລາຍຮັບໃຫ້ຕົນເອງ

ໂດຍ​ປະ­ຕິ­ບັດ​ຕາມ​ແນວ­ທາງ​ຂອງ​ພັກ ນະ­ໂຍ­ບາຍ​ຂອງ​ລັດ ທີ່​ວ່າ​ກຸ້ມ​ຕົນ​ເອງ ເພິ່ງ​ຕົນ​ເອງ ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ວຍ​ຕົນ​ເອງ ເພື່ອ​ເຮັດ​ໃຫ້​ປະ­ຊາ­ຊົນ​ຫຼຸດ​ພົ້ນ​ຈາກ​ຄວາມ­ທຸກ​ຍາກ ທັງ​ເປັນ​ການ​ປະ­ຕິ­ບັດ​ຂໍ້​ແຂ່ງ­ຂັນ 4 ບຸກ​ຂອງ​ຊາວ​ໜຸ່ມ​ລາວ ໃນ​ດ້ານ​ສ້າງ​ວິ­ຊາ​ຊີບ​ວຽກ​ເຮັດ​ງານ​ທຳ ເພື່ອ​ເປັນ​ຕົວ​ແບບ​ໃນ​ການ​ສ້າງ​ລາຍ​ຮັບ​ໃຫ້​ຄອບ­ຄົວ​ນັບ​ມື້​ດີ​ຂຶ້ນ ສາ­ມາດ​ຫຼຸດ​ພົ້ນ​ຈາກ​ຄວາມ­ທຸກ​ຍາກ. ນາງ ມາ­ລາ​ວົງ ມະ­ນີ​ແສງ ຄອບ­ຄົວ​ຕົວ​ແບບ​ທາງ​ດ້ານ​ຫັດ­ຖະ­ກຳ…

error: Content is protected !!