ກອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 15 ກໍລະກົດ 2020 ທີ່ເມືອງດັ່ງກ່າວ ເປັນປະທານຂອງທ່ານ ພູວຽງ ເພຍເທບ ວ່າການເຈົ້າເມືອງນາຊາຍທອງ ແລະ ທ່ານ ຄຳຜອງ ແສງສະຫວ່າງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ມີບັນດາຮອງຫົວໜ້າພະແນກ ຫ້ອງການອ້ອມຂ້າງ ແລະ ນາຍບ້ານເຂົ້າຮ່ວມ.

ທ່ານ ໄກຍະສັກ ມະນີວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາຍຊາຍທອງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດເຜີຍແຜ່-ເຊື່ອມຊືມ ແລະ ເກັບກຳຂໍ້ມູນຕາມດຳລັດ ແລະ ບົດແນະນຳຂອງເມືອງນາຊາຍທອງປະຈຳປີ 2020 ວ່າ: ຜ່ານການຈັດຕັ້ງປະຕິບັດການເກັບກຳ ແລະ ສັງລວມຂໍ້ມູນຕາມດຳລັດ 348/ລບ ປະຈຳປີ 2020 ມາດຕະຖານພົ້ນທຸກຂັ້ນຄອບຄົວ ເຊິ່ງຜ່ານການເກັບກຳຂໍ້ມູນຕົວຈິງຢູ່ຂັ້ນບ້ານທົ່ວເມືອງນາຊາຍທອງ ມີຈຳນວນຄອບຄົວທັງໝົດ 15.964 ຄອບຄົວ ມີຄອບຄົວທີ່ບັນລຸ 6 ມາດຕະຖານຂອງຄອບຄົວພົ້ນທຸກ 15.179 ຄອບຄົວ ກວມ 95,08% ບໍ່ບັນລຸ 785 ຄອບຄົວ ກວມເອົາ 4,91% ມາດຕະຖານພົ້ນທຸກຂັ້ນບ້ານບັນລຸຕາມ 8 ມາດຕະຖານ ບ້ານພົ້ນທຸກ 54 ບ້ານ ເທົ່າກັບ 100% ແລະ ມາດຕະຖານພົ້ນທຸກຂັ້ນເມືອງບັນລຸ 9 ມາດຕະຖານ ເທົ່າກັບ 100% ດ້ານມາດຕະຖານພັດທະນາຂັ້ນຄອບຄົວ ມີຄອບຄົວທີ່ບັນລຸຕາມ 8 ກຸ່ມມາດຕະຖານ 11 ເນື້ອໃນ 19 ຕົວຊີ້ບອກຂອງຄອບຄົວພັດທະນາ 14.115 ຄອບຄົວ ກວມ 88,42% ມາດຕະຖານການພັດທະນາຂັ້ນບ້ານ ມີບ້ານທີ່ບັນລຸຕາມ 6 ກຸ່ມມາດຕະຖານ 19 ເນື້ອໃນ 88 ຕົວຊີ້ບອກ 4 ບ້ານ ເທົ່າກັບ 7,41% ຂອງຈຳນວນບ້ານທັງໝົດທົ່ວເມືອງ ມາດຕະຖານເມືອງເຂັ້ມແຂງຮອບດ້ານມີ 16 ມາດຕະຖານ ບັນລຸ 9 ມາດຕະຖານເທົ່າກັບ 56,25%.
ຄາດໝາຍສູ້ຊົນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກປີ 2021 ສ້າງຄອບຄົວພົ້ນທຸກໃຫ້ໄດ້ 15.179 ຄອບຄົວ ເທົ່າກັບ 96,06% ຮອດປີ 2025 ໃຫ້ໄດ້ 15.807 ຄອບຄົວ ເທົ່າກັບ 100% ສ້າງບ້ານພົ້ນທຸກໃຫ້ໄດ້ 100% ສ້າງເມືອງພົ້ນທຸກໃຫ້ໄດ້ຕາມ 9 ມາດຖານ ເທົ່າກັບ 100% ແລະ ສ້າງຄອບຄົວພັດທະນາໃຫ້ໄດ້ 14.115 ຄອບຄົວ ເພີ່ມຂຶ້ນ 369 ຄອບຄົວ ເທົ່າກັບ 90,72% ແລະ ປີ 2025 ໃຫ້ໄດ້ 15.591 ຄອບຄົວ ເພີ່ມຂຶ້ນ 373 ຄອບຄົວ ເທົ່າກັບ 100% ແລະ ບ້ານພັດທະນາໃຫ້ໄດ້ 44 ບ້ານ ເພີ່ມຂຶ້ນ 10 ບ້ານ ເທົ່າກັບ 100% ແລະ ສູ້ຊົນສ້າງເມືອງເຂັ້ມແຂງຮອບດ້ານຕາມ 16 ມາດຖານ ແລະ 60 ຕົວຊີ້ບອກໃຫ້ບັນລຸ 100%.