ໂດຍປະຕິບັດຕາມແນວທາງຂອງພັກ ນະໂຍບາຍຂອງລັດ ທີ່ວ່າກຸ້ມຕົນເອງ ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອເຮັດໃຫ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກ ທັງເປັນການປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມລາວ ໃນດ້ານສ້າງວິຊາຊີບວຽກເຮັດງານທຳ ເພື່ອເປັນຕົວແບບໃນການສ້າງລາຍຮັບໃຫ້ຄອບຄົວນັບມື້ດີຂຶ້ນ ສາມາດຫຼຸດພົ້ນຈາກຄວາມທຸກຍາກ.

ນາງ ມາລາວົງ ມະນີແສງ ຄອບຄົວຕົວແບບທາງດ້ານຫັດຖະກຳ ເຈ້ຍລິໄຊໂຄອາດ-ລາວ ສະມາຊິກຊາວໜຸ່ມຮາກຖານບ້ານໜອງດ້ວງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ສຳພາດບໍ່ດົນມານີ້ວ່າ: ຂ້າພະເຈົ້າເກີດໃນຄອບຄົວທຸກຍາກ ມີເອື້ອຍນ້ອງນຳກັນ 5 ຄົນ ພໍ່ອາຊີບພະນັກງານ-ລັດຖະກອນ ແມ່ອາຊີບແມ່ເຮືອນ ໃນຕອນຍັງນ້ອຍ ພໍ່ແມ່ບໍ່ມີເງິນຊື້ເຄື່ອງຫຼິ້ນໃຫ້ນ້ອງຊາຍ ແລະ ໄດ້ມີຜູ້ໃຫຍ່ບອກວ່າ ຖ້າຢາກໄດ້ຂອງຫຼິ້ນໃຫ້ນ້ອງແບບບໍ່ຕ້ອງຊື້ ໃຫ້ເອົາດິນມາປັ້ນເປັນຮູບເອົາ ເມື່ອໄດ້ຍິນຄຳແນະນຳແນວນັ້ນ ຕົນເອງກໍໄດ້ນຳເອົາດິນດາກມາປັ້ນເປັນຮູບງົວ ຄວາຍ ແລະ ອື່ນໆ ແລ້ວເອົາໄປໃຫ້ນ້ອງຫຼີ້ນ ເຊິ່ງຕອນນັ້ນເຫັນວ່າພວກນ້ອງໆຮັກ ມັກ ແລະ ມີຄວາມສຸກກັບເຄື່ອງຫຼີ້ນເຫຼົ່ານັ້ນ ຈຶ່ງເຮັດໃຫ້ຕົນເອງມີຄວາມຄິດຜະລິດສິ່ງໃໝ່ຂຶ້ນມາ ໂດຍຫັນປ່ຽນຈາກການຜະລິດດ້ວຍດິນ ມາເປັນຜະລິດດ້ວຍເຈ້ຍທີ່ນຳໃຊ້ແລ້ວ ໂດຍໄດ້ຜະລິດເປັນຮູບນູນສາມມິຕິຫຼາຍຊະນິດ.
ມາຮອດປີ 2012 ໄດ້ເລີ່ມຜະລິດເປັນຮູບຫຼາຍຊະນິດເພື່ອຂາຍເຊັ່ນຂອງທີ່ລະນຶກ ໃຊ້ເປັນຂອງຂວັນຂອງຕ້ອນແຂກ ເປັນເຄື່ອງເອ້ຢ້ອງຕົບແຕ່ງເຮືອນ ທີ່ຮັກສາສິ່ງແວດລ້ອມ ທີ່ມີເອກະລັກຄວາມເປັນລາວ ແຕ່ໃນໄລຍະນັ້ນ ຜະລິດຕະພັນດັ່ງກ່າວບໍ່ຄ່ອຍໄດ້ຮັບຄວາມນິຍົມພໍປານໃດ ເນື່ອງຈາກຄົນລາວບໍ່ໃຫ້ຄວາມນິຍົມ ແລະ ຍັງແນມບໍ່ເຫັນຄຸນຄ່າຂອງການລີໄຊໂຄ ແຕ່ຕົນເອງກໍບໍ່ໄດ້ຫຍໍ້ທໍ້ແຕ່ຢ່າງໃດ ຍິ່ງເຮັດໃຫ້ຕົນເອງມີຄວາມຄິດໃໝ່ໆຂຶ້ນມາຕື່ມອີກ ເພື່ອພັດທະນາຜະລິດຕະພັນຂອງຕົນໃຫ້ດີຂຶ້ນເປັນກ້າວໆ ຫຼັງຈາກນັ້ນ ໄດ້ມີໂຄງການແຂ່ງຂັນຂອງທະນາຄານໂລກ ແລະ ຕົນເອງໄດ້ນຳເອົາຜະລິດຕະພັນເຂົ້າແຂ່ງຂັນ ສາມາດຍາດໄດ້ລາງວັນຊະນະເລີດໄດ້ເງິນ 5.000 ໂດລາສະຫະລັດ ຫຼື ປະມານ 45 ລ້ານກີບ ຫຼັງຈາກໄດ້ເງິນລາງວັນມາ ກໍເປັນທຶນກ້ອນໜຶ່ງເພື່ອສືບຕໍ່ພັດທະນາຜະລິດຕະພັນໃຫ້ມີຄວາມຈົບງາມ ແລະ ຫຼາຍຮູບແບບຂຶ້ນມາຕື່ມ.
ປັດຈຸບັນ ໄດ້ຮັບຄວາມນິຍົມຈາກລູກຄ້ານັບມື້ຫຼາຍຂຶ້ນ ສາມາດສ້າງລາຍຮັບສະເລ່ຍ 350 ລ້ານກີບຕໍ່ປີ ຜະລິດຕະພັນຮູບປັ້ນນູນສາມມິຕິມີ 90 ແບບລາຍ ມີຂະໜາດແຕ່ 20 ຊັງຕີແມັດຫາ 3 ແມັດ ລາຄາເລີ່ມຕົ້ນ 25.000-6.500.000 ກີບ ໂດຍວາງຂາຍຕາມແຫຼ່ງທ່ອງທ່ຽວຕ່າງໆ ເຊັ່ນ: ປະຕູໄຊ ກຳແພງເມືອງວຽງຈັນບູຮານ ຕະຫຼາດເຊົ້າ ຕະຫຼາດກາງຄືນແຂວງຫຼວງພະບາງ ແລະ ຮ້ານຢູ່ບ້ານໜອງດ້ວງເໜືອ ຮ່ອມ 5 ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.