ກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການ ເພື່ອທົບທວນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2020 ຈັດຂຶ້ນວັນທີ 15 ກໍລະກົດ 2020 ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະກຳມະການແຫ່ງຊາດດ້ານໂພຊະນາການ ຮອງລັດຖະມົນຕີກະຊວງສາທາລະສຸກ ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີວ່າ: ສປປ ລາວ ເຖິງແມ່ນວ່າຈະແກ້ໄຂບັນຫາໂພຊະນາການໄດ້ໃນລະດັບໜຶ່ງກໍຕາມ ແຕ່ປັດຈຸບັນຍັງມີເດັກ 1 ໃນ 3 ຄົນ ຫຼືຈຳນວນປະມານເກືອບ 3 ແສນຄົນ ມີພັດທະນາການດ້ານຮ່າງກາຍ ແລະ ມັນສະໝອງຊັກຊ້າບໍ່ໄດ້ມາດຕະຖານ ມີຄວມສະຫຼຽວສະຫຼາດຈຳກັດ ຍ້ອນຜົນສະທ້ອນຈາກການຂາດສານອາຫານຊຳເຮື້ອ ແບບລວງສູງຫຼຸດມາດຕະຖານ ການຂາດສານອາຫານກະທັນຫັນ ແລະ ການຂາດວິຕາມິນເກືອແຮ່ ເຊິ່ງມາຈາກຫຼາຍສາເຫດ ລວມທັງບໍ່ມີຄວາມໝັ້ນຄົງໃນການຜະລິດສະບຽງອາຫານ ເນື່ອງຈາກສະພາບດິນຟ້າອາກາດປ່ຽນແປງ ໄພທຳມະຊາດນ້ຳຖ້ວມ ໄພແລ້ງ ແລະ ການລະບາດຂອງແມງໄມ້ສັດຕູພືດ (ຕັກແຕນ) ປະຊາຊົນມີພຶດຕິກຳ ການບໍລິໂພກອາຫານທີ່ບໍ່ຫຼາກຫຼາຍພຽງພໍ ເຮັດໃຫ້ມີການເກີດພະຍາດຫຼາຍຊະນິດແຊກຊ້ອນ ທັງໃນເດັກ ຜູ້ໃຫຍ່ເພີ່ມຂຶ້ນ ແລະ ອື່ນໆ.

ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໃຫ້ເພີ່ມທະວີຄວາມພະຍາຍາມ ໃນການປັບປຸງໂພຊະນາການໃນໄລຍະ 1.000 ວັນ ຂອງຊີວິດເດັກຕັ້ງແຕ່ມື້ແມ່ຖືພາ ຈົນຮອດເດັກເກີດອາຍຸ 2 ປີ ແມ່ນຊ່ວຍປ້ອງກັນການຂາດອາຫານໃນທຸກຮູບແບບ ຫັນປ່ຽນການບໍລິໂພກອາຫານ ໂດຍນຳໃຊ້ອາຫານທີ່ມີໃນທ້ອງຖິ່ນ ມີໂພຊະນາການດີ ປອດໄພ ລາຄາຖືກ ແລະ ຍືນຍົງ ຈັດຕັ້ງປະຕິບັດວຽກງານໂພຊະນາການ ໂດຍນຳໃຊ້ວິທີການປະສານງານທີ່ມີສ່ວນຮ່ວມຂອງຫຼາຍຂະແໜງການໃນທຸກລະດັບ ຂົງເຂດ ແລະ ໃນໂລກ ແຕ່ປີ 2021-2025 ປັດຈຸບັນ ການຈັດຕັ້ງປະຕິບັດວຽກໂພຊະນາການໃນລາວຂອງພວກເຮົາ ແມ່ນໄດ້ປະຕິບັດສອດຄ່ອງກັບຖະແຫຼງການກັດມັນດຸຂອງກອງປະຊຸມສາກົນ ເຄືອຂ່າຍສ້າງຄວາມເຂັ້ມແຂງທາງດ້ານໂພຊະນາການສາກົນ ແລະ ຂອບວຽກງານດ້ານໂພຊະນາການຂອງປະຊາຄົມອາຊຽນ ເຊິ່ງການລົງທຶນໃສ່ວຽກງານໂພຊະນາການຂອງລັດຖະບານ ຍັງຄົງເປັນບຸລິມະສິດແຕ່ອັນສຳຄັນແມ່ນໃຫ້ທັງຂັ້ນສູນກາງ ແລະ ທ້ອງຖິ່ນນຳໃຊ້ເມັດເງິນ ທີ່ມີທັງຈາກງົບປະມານລັດຖະບານຈາກການຊ່ວຍເຫຼືອລ້າ ແລະ ຈາກການກູ້ຢືມມາໃຫ້ມີປະສິດທິຜົນທີ່ສຸດ ຢ່າງກຸ້ມຄ່າຕໍ່ການລົງທຶນ ແລະ ເກີດປະໂຫຍດສູງສຸດຕໍ່ປະຊາຊົນ.
