ຈັນທະບູລີ ມີນັກຮຽນສອບເສັງຈົບຊັ້ນ ປ 5 ຫຼາຍພັນຄົນ

ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຈັດ​ສອບ­ເສັງ​ຈົບ​ຊັ້ນ​ປະ­ຖົມ​ສຶກ​ສາ​ສົມ­ບູນ (ປ5) ສົກ­ຮຽນ 2019-2020 ຂຶ້ນ​ວັນ​ທີ 16-17 ກໍ­ລະ­ກົດ 2020 ທີ່​ໂຮງ­ຮຽນ​ປະ­ຖົມ ແລະ ມັດ­ທະ­ຍົມ​ສົມ­ບູນ​ສິນ​ໄຊ ມີ​ທ່ານ ບຸນ​ໜາ ຜາ​ທຸມ​ມະ​ວົງ ເຈົ້າ­ເມືອງ​ຈັນ­ທະ​ບູ​ລີ ທ່ານ ຈັນ­ທະ​ຄານ ລັດ­ຕະ­ນາ ຮອງ​ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ ເມືອງ​ຈັນ­ທະ​ບູ​ລີ ພ້ອມ​ດ້ວຍ​ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ ຄະ­ນະ​ກຳ­ມະ­ການ ພະ­ນັກ­ງານ​ຄູ-ອາ­ຈານ ແລະ ນັກ​ສອບ­ເສັງ​ເຂົ້າ​ຮ່ວມ.

ທ່ານ ຈັນ­ທະ​ຄານ ກ່າວ​ວ່າ: ສົກ­ຮຽນ 2019-2020 ທົ່ວ​ເມືອງ​ຈັນ­ທະ​ບູ​ລີ ມີ​ໂຮງ­ຮຽນ​ປະ­ຖົມ​ທັງ​ໝົດ 33 ແຫ່ງ ໃນ​ນັ້ນ ມີ​ໂຮງ­ຮຽນ​ລັດ 15 ແຫ່ງ  ມີ​ນັກ­ຮຽນ​ເຂົ້າ​ຮ່ວມ​ສອບ­ເສັງ​ທັງ​ໝົດ 1.436 ຄົນ ຍິງ 704 ຄົນ ແບ່ງ​ສູນ​ສອບ­ເສັງ ອອກ​ເປັນ 4 ສູນ​ຄື: ນາ​ໄຮ່​ດຽວ ຫງວ​ຽນ​ຢູ ຈອມ​ຄຳ ແລະ ສູນ​ສອບ­ເສັງ​ໂຮງ­ຮຽນ​ສິນ​ໄຊ ແບ່ງ​ເປັນ 72 ຫ້ອງ​ສອບ­ເສັງ ມີ​ວິ­ຊາ​ສອບ­ເສັງ 3 ວິ­ຊາ​ຄື: ວິ­ຊາ​ຫັດ​ແຕ່ງ (ຂຽນ​ທວາຍ+ຄຳ​ຖາມ) ຄະ­ນິດ­ສາດ ແລະ ວິ­ຊາ​ໂລກ​ອ້ອມ​ຕົວ ມີ​ຄະ­ນະ​ກຳ­ມະ­ການ 304 ທ່ານ ທັງ​ນີ້​ເພື່ອ​ເປັນ​ການ​ຕິດ­ຕາມ ກວດ­ກາ ແລະ ປະ​ເມີນ​ຜົນ​ຕໍ່​ການ​ບໍ­ລິ­ຫານ​ຄຸ້ມ​ຄອງ​ໂຮງ­ຮຽນ​ສາ­ມັນ​ສຶກ​ສາ​ໃນ​ທົ່ວ​ເມືອງ​ຈັນ­ທະ​ບູ​ລີ ໂດຍ​ສະ­ເພາະ​ການ​ຮຽນ-ການ​ສອນ ການ​ປະ­ຕິ­ບັດ​ໂຄງ­ການ​ຫຼັກ­ສູດ​ການ​ປະ­ຕິ­ບັດ 3 ຂໍ້​ແຂ່ງ­ຂັນ​ທີ່​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ​ວາງ​ອອກ​ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ ເພື່ອ​ປະ­ຕິ­ບັດ​ຕາມ​ແຜນ​ພັດ­ທະ­ນາ​ການ​ສຶກ​ສາ​ຂອງ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ​ໃຫ້​ໄດ້​ຕາມ​ລະ­ດັບ​ຄາດ­ໝາຍ.

ໂອ­ກາດ​ນີ້​ທ່ານ ບຸນ​ໜາ ຜາ​ທຸມ​ມະ​ວົງ ໄດ້​ກ່າວ​ເນັ້ນ​ຕໍ່​ຄະ­ນະ​ຜູ້​ບໍ­ລິ­ການ​ໂຮງ­ຮຽນ ໃຫ້​ລູກ​ຫຼານ​ນັກ­ຮຽນ​ທຸກ​ຄົນ​ພ້ອມ​ກັນ​ຕັ້ງ­ໃຈ ສຸມ​ໃສ່​ການ​ສອບ­ເສັງ​ໃຫ້​ສຳ­ເລັດ ພ້ອມ​ດຽວ​ກັນ​ຄູ-ອາ­ຈານ ຄະ­ນະ​ຮັບ­ຜິດ­ຊອບ​ການ​ສອບ ຈົ່ງ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ໜ້າ­ທີ່​ຂອງ​ຕົນ ໃຫ້​ຖືກ­ຕ້ອງ​ສອດ­ຄ່ອງ​ຕາມ​ລະ­ບຽບ​ຫຼັກ­ການ ຮັບ­ປະ­ກັນ​ຄວາມ​ໂປ່ງ​ໃສ ຍຸ­ຕິ​ທຳ ດ້ວຍ​ຄວາມ​ຮັບ​ຜິດ​ສອບ​ສູງ ເຮັດ​ໃຫ້­ການ​ສອບ­ເສັງ​ຄັ້ງ​ນີ້ ບັນ­ລຸ​ໄດ້​ຕາມ​ຈຸດ­ປະ­ສົງ​ໝາຍ​ທີ່​ວາງ​ໄວ້.

error: Content is protected !!