ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ I ໃນວັນທີ 16 ກໍລະກົດ 2020 ເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຮອງເຈົ້າຄອງ ຫົວໜ້າພະແນກ ແລະ ສະມາຊິກສະພາເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຊີ້ແຈງຕໍ່ຄຳຊັກຖາມຂອງຜູ້ແທນປະຊາຊົນ ນວ ກ່ຽວກັບບົດລາຍງານຜົນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ແລະ ການສະເໜີດັດແກ້ແຜນງົບປະມານຂອງປີ 2020 ຂອງ ນວ ໂອກາດນີ້ ໄດ້ຮັບຟັງການຊີ້ແຈງບາງບັນຫາຕໍ່ຄຳຊັກຖາມຜູ້ແທນປະຊາຊົນ ເຊັ່ນການສ້າງວັດທະນະທຳ ການແກ້ໄຂປາກົດການຫຍໍ້ທໍ້ ເປັນຕົ້ນບັນຫາຢາເສບຕິດ ການແກ້ໄຂບັນຫາພະຍາດລະບາດ ການພະນັນປະເພດຕ່າງໆ ການຊຸກຍູ້ແຜນການລາວທ່ຽວລາວ ທີ່ເນັ້ນໃສ່ການທ່ອງທ່ຽວແບບທຳມະຊາດ ວັດທະ ນະທຳ ຕິດຕາມກວດກາການຂຶ້ນທະບຽນຮ້ານອາຫານ ຮ້ານບັນເທີງໃຫ້ເຂັ້ມງວດ ການໃຊ້ຊີວິດແບບໃໝ່ ເພື່ອປ້ອງກັນຕົນເອງຈາກພະຍາດໂຄວິດ-19 ການຈັດຕັ້ງປະຕິບັດຄຳແນະນຳຂອງຄະນະປະຈຳສະພາແຫ່ງຊາດ ໃຫ້ມີຄວາມເປັນເອກະພາບພ້ອມດຽວກັນນັ້ນ ກໍຢັ້ງຢືນຕາມ 12 ຄາດໝາຍໃຫຍ່ ແລະ 17 ຄາດໝາຍນ້ອຍ ການແກ້ໄຂຂໍ້ຂັດແຍ່ງການດ້ານທີ່ດິນ ການເຕີບໂຕທາງດ້ານເສດຖະກິດ ສ່ວນໃຫຍ່ແມ່ນການພັດທະນາເທິງໜ້າດິນຈຳນວນຫຼາຍໂຄງການ ເປັນຕົ້ນໂຄງການທາງລົດໄຟລາວ-ຈີນ ທາງດ່ວນວຽງຈັນ-ວັງວຽງ ການຫັນຊັບສິນເປັນທຶນ ການແກ້ໄຂບັນຫາຜົນກະທົບຈາກການລະບາດຂອງໂຄວິດ-19 ແລະ ອື່ນໆອີກດ້ວຍ.

ນອກນີ້ ຍັງໄດ້ຮັບຟັງຊີ້ແຈງການເຄື່ອນໄຫວວຽກງານຂອງອົງການໄອຍະການ ສານປະຊາຊົນໄລຍະ 6 ເດືອນຜ່ານມາ ສາມາດກວດກາການປະຕິບັດຄຳຕັດສິນ ຫຼື ຄຳພິພາກສາຄະດີອາດຍາໄດ້ 7.579 ເລື່ອງ ປະຕິບັດສຳເລັດ 24 ເລື່ອງ ຄະດີແພ່ງ 1.938 ເລື່ອງ ປະຕິບັດສຳເລັດ 11 ເລື່ອງ ພ້ອມດຽວກັນນັ້ນ ໄດ້ນຳເອົາຊັບສິນທີ່ສານຕັດສິນຮິບມາເປັນຂອງລັດປະເພດພາຫະນະລົດ ດິນ ເຮືອນ ເງິນ-ຄຳ ແລະ ວັດຖຸມີຄ່າຕ່າງໆ ເຊິ່ງອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານບໍ່ທັນໄດ້ຄຸ້ມຄອງ ແລະ ມອບໃຫ້ລັດ ເນື່ອງຈາກຊັບສິນທີ່ສານຮິບມານັ້ນ ເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງບໍ່ໄດ້ສົ່ງມາຍັງອົງການຈັດຕັ້ງປະຕິບັດຄຳຕັດສິນ ປັດຈຸບັນໄດ້ຂຶ້ນບັນຊີປະເພດທີ່ດິນມີ 3 ຄະດີ ມີ 21 ຕອນ ເຮືອນ 11 ຫຼັງ ພາຫະນະກົນຈັກ 16 ຄະດີ ເງິນສົດ 42 ຄະດີ ວັດຖຸມີຄ່າ 2 ຄະດີ ວັດຖຸອື່ນໆ ເຊັ່ນ ອາວຸດເສິກ ໂທລະສັບ 185 ຄະດີ ບັນດາຊັບສິນດັ່ງກ່າວຍັງຢູ່ໃນການຄຸ້ມຄອງຂອງເຈົ້າໜ້າທີ່ກ່ຽວຂ້ອງ ເຊິ່ງບັນຫາດັ່ງກ່າວເຈົ້າໜ້າທີ່ ນວ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບເພື່ອກວດກາ ແລະ ຮີບໂຮມຊັບສິນດັ່ງກາວມອບເຂົ້າເປັນຊັບສິນຂອງລັດຕາມລະບຽບກົດໝາຍ.
ຕອນທ້າຍ ສະມາຊິກສະພາປະຊາຊົນ ນວ ໄດ້ພ້ອມກັນລົງຄະແນນສຽງຮັບຮອງເອົາບົດລາຍງານ ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈຳ 6 ເດືອນທ້າຍປີ ແລະ ການສະເໜີດັດແກ້ແຜນງົບປະມານຂອງປີ 2020 ຂອງ ນວ ແລະ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈຳ 6 ເດືອນທ້ານປີຂອງຄະນະປະຈຳສະພາປະຊາຊົນ.