ຕ້ອງຮ່ວມກັນແກ້ໄຂໃຫ້ສອດຄ່ອງ

ການ​ຂີ່​ລົດ​ໄວ​ເກີນ​ກຳ­ນົດ ການ​ເລັ່ງ​ສຽງ​ລົດ​ໃຫ້​ດັງ​ໜວກ​ຫົວ​ຄົນ​ອື່ນ​ນັ້ນ ຍັງ​ເປັນ​ບັນ­ຫາ​ຊຳ​ເຮື້ອ​ຢູ່​ບ້ານ​ເຮົາ ແກ້​ປານ­ໃດ​ກໍ​ບໍ່​ຕົກ ດັ່ງ­ນັ້ນ ທຸກ​ພາກ­ສ່ວນ​ເຊັ່ນ: ຄອບ­ຄົວ ໂຮງ­ຮຽນ ແລະ ສັງ­ຄົມ ຄວນ​ຮ່ວມ​ໃຈ​ກັນ​ແກ້​ໄຂ​ຕາມ​ພາ­ລະ​ບົດ­ບາດ​ຂອງ​ຕົນ ຈະ​ປ່ອຍ​ໃຫ້​ແຕ່​ເຈົ້າ​ໜ້າ­ທີ່​ຮັບ­ຜິດ­ຊອບ​ຄົງ​ເປັນ​ໄປ​ບໍ່​ໄດ້ ຜູ້​ກະ­ທຳ​ຜິດ​ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ຊາວ​ໜຸ່ມ​ນັ້ນ ໃຊ້​ເວ­ລາ​ຢູ່​ເຮືອນ ຢູ່​ໂຮງ­ຮຽນ ຢູ່​ສັງ­ຄົມ​ຫຼາຍ​ກວ່າ​ເວ­ລາ​ອອກ​ສູ່​ຖະ­ໜົນ ດັ່ງ­ນັ້ນ 3 ພາກ­ສ່ວນ​ທີ່​ກ່າວ​ມາ​ນັ້ນ ຈຶ່ງ​ຄວນ​ຮັບ​ຮູ້​ຄວາມ​ຮັບ­ຜິດ­ຊອບ​ຫຼາຍ​ກວ່າ.

ໂດຍ: ສາວ​ສິ້ນ​ແຕ້ມ

error: Content is protected !!