ຢ່າຖືເບົາ ດື່ມສິ່ງມຶນເມົາແລ້ວຂັບຂີ່

ເມື່ອ​ເວົ້າ​ເຖິງ​ການ​ດື່ມ​ສິ່ງ​ມຶນ​ແລ້ວ​ຂັບ​ຂີ່ ແມ່ນ​ເປັນ​ສາ­ເຫດ​ໜຶ່ງ​ທີ່​ເຮັດ​ໃຫ້​ເກີດ​ອຸ­ບັດ­ເຫດ​ຕາມ​ມາ ທັງ​ທີ່​ຮູ້​ວ່າ­ການ​ກະ­ທຳ​ດັ່ງ­ກ່າວ ແມ່ນ​ຜິດ​ກັບ​ກົດ­ໝາຍ​ວ່າ​ດ້ວຍ​ຈະ­ລາ­ຈອນ​ທາງ­ບົກ ແຕ່​ນັກ​ຂັບ​ຂີ່​ບາງ​ຈຳ­ນວນ ກໍ​ຍັງ​ປະ­ພຶດ​ໃຫ້​ເຫັນ​ຢູ່​ເລື້ອຍໆ.

ເມື່ອ​ເວົ້າ​ເຖິງ​ສະ­ພາບ​ຄື​ດັ່ງ­ກ່າວ​ມາ​ນັ້ນ ທາງ​ຄໍ​ລຳ​ຈະ­ລາ­ຈອນ​ພວກ​ເຮົາ ຈຶ່ງ​ຂໍ​ນຳ​ສະ­ເໜີ​ຄວາມ​ຮູ້​ກ່ຽວ​ກັບ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ ກັບ​ສຸ­ຂະ­ພາບ​ຂອງ​ຄົນ​ເຮົາ ຕາມ​ຂໍ້​ມູນ​ໃນ​ເວັບ​ໄຊ onlinelibrary.wiley.com ເຫັນ​ວ່າ: ການ​ທີ່​ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ​ໃນ​ປະ­ລິ­ມານ​ຫຼາຍ ແລະ ດື່ມ​ຢ່າງ​ເປັນ​ປົກ­ກະ­ຕິ ຈະ​ສົ່ງ​ຜົນ​ກະ­ທົບ​ຕໍ່​ຫຼາຍໆ​ພາກ­ສ່ວນ​ຂອງ​ຮ່າງ­ກາຍ ເລີ່ມ​ຈາກ​ຈະ​ສົ່ງ​ຜົນ​ກະ­ທົບ​ຕໍ່​ສະ­ໝອງ​ໂດຍ​ກົງ… ຖ້າ​ປະ­ລິ­ມານ​ທາດ​ເຫຼົ້າ​ໃນ​ເລືອດ​ຢູ່​ໃນ​ລະ­ດັບ 0,1% ເວ­ລາ​ນີ້​ຈະ​ເຮັດ​ໃຫ້​ຜູ້​ດື່ມ​ມີ​ຄວາມ​ຄຶກ­ຄັກ ໃຈ​ກ້າ ຖ້າ​ຢູ່​ໃນ​ລະ­ດັບ 0,25-0,30% ຈະ​ເຮັດ​ໃຫ້​ຢາກ​ນອນ ຫຼົງ​ໜ້າ​ຫຼົງ​ຫຼັງ ແລະ ຖ້າ​ປະ­ລິ­ມານ​ຫຼາຍ​ກວ່າ​ນັ້ນ ກໍ​ຈະ​ເຮັດ​ໃຫ້​ຮ່າງ­ກາຍ​ຂອງ​ຄົນ​ເຮົາ ຕົກ​ຢູ່​ໃນ​ພາ­ວະ​ອັນ­ຕະ­ລາຍ ແລະ ອາດ​ເຖິງ​ຕາຍ​ໄດ້.

ໃນ​ເວັບ​ໄຊ​ດັ່ງ­ກ່າວ​ຍັງ​ລະ­ບຸ​ວ່າ ຜູ້​ທີ່​ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ​ໃນ​ປະ­ລິ­ມານ​ຫຼາຍ ແລະ ດື່ມ​ເປັນ​ປົກ­ກະ­ຕິ ຍັງ​ສ່ຽງ​ຕໍ່​ການ​ເປັນ​ພະ­ຍາດ​ສະ­ໝອງ​ເສື່ອມ ແລະ ຜູ້​ປ່ວຍ​ຍັງ​ພົບ​ພາ­ວະ​ທາງ​ດ້ານ​ໂພ­ຊະ​ນາ​ການ​ບໍ່​ຄ່ອຍ​ດີ ທີ່​ກ້າວ​ໄປ​ສູ່​ພາ­ວະ​ສະ­ໝອງ​ເສື່ອມ​ເຊັ່ນ​ກັນ ເພາະ​ການ​ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ​ຕິດ­ຕໍ່​ກັນ​ເປັນ​ເວ­ລາ​ດົນ ຈະ​ເຮັດ​ໃຫ້​ສະ­ໝອງ​ຂາດ​ວິ­ຕາ­ມິນ ສຸດ​ທ້າຍ​ກໍ​ກ້າວ​ສູ່​ພາ­ວະ​ສະ­ໝອງ​ເສື່ອມ.

ສິ່ງ​ທີ່​ນຳ​ສະ­ເໜີ​ມາ​ຂ້າງ​ເທິງ​ນັ້ນ ແມ່ນ​ກ່ຽວ​ກັບ​ການ​ດື່ມ​ສິ່ງ​ມຶນ­ເມົາ​ແລ້ວ​ຂັບ​ຂີ່ ແນ່­ນອນ ເພາະ​ຖ້າ​ທາດ​ເຫຼົ້າ​ຢູ່​ໃນ​ຮ່າງ​ການ​ໃນ​ລະ­ດັບ 1% ຂຶ້ນ​ໄປ ກໍ​ຈະ​ເກີດ​ຮູ້­ສຶກ​ໃຈ​ກ້າ ຮູ້­ສຶກ​ຄຶກ​ຄະ­ນອງ ສຸດ​ທ້າຍ​ກໍ​ບໍ່​ສາ­ມາດ​ຄວບ​ຄຸມ​ຕົນ​ເອງ​ໄດ້ ເຮັດ​ໃຫ້​ຂັບ​ຂີ່​ໄວ​ເກີນ​ກຳ­ນົດ ບໍ່​ເຄົາ­ລົບ​ກົດ​ລະ­ບຽບ​ການ​ສັນ­ຈອນ ກ້າວ​ສູ່​ການ​ເກີດ​ອຸ­ບັດ­ເຫດ.

ໃນ​ກົດ­ໝາຍ​ວ່າ​ດ້ວຍ​ຈະ­ລາ­ຈອນ​ທາງ­ບົກ ໃນ​ມາດ­ຕາ 20 ທາດ​ເຫຼົ້າ​ໃນ​ຮ່າງ­ກາຍ​ຂອງ​ຜູ້​ຂັບ​ຂີ່ ໄດ້​ກຳ­ນົດ​ຢ່າງ​ຈະ­ແຈ້ງ ກ່ຽວ​ກັບ​ຄວາມ​ເຂັ້ມ​ຂຸ້ນ​ໃນ​ທາດ​ເຫຼົ້າ​ໃນ​ຮ່າງ­ກາຍ​ຂອງ​ຜູ້​ຂັບ​ຂີ່​ພາ­ຫະ­ນະ​ທຸກ​ຊະ­ນິດ ທີ່​ອະ­ນຸ­ຍາດ​ສູງ​ສຸດ​ບໍ່​ໃຫ້​ເກີນ​ດັ່ງ­ນີ້: ສຳ­ລັບ​ຜູ້​ຂັບ​ຂີ່​ລົດ​ສ່ວນ​ຕົວ 4 ລໍ້​ທຸກ​ຊະ­ນິດ ໃນ​ລົມ​ຫາຍ­ໃຈ​ແມ່ນ​ກຳ­ນົດ​ໃຫ້ 0,24 ມິ​ລີກ​ຣາມ​ຕໍ່​ລິດ ໃນ​ເລືອດ 50 ມິ​ລີກ​ຣາມ ຕໍ່ 100 ມິ​ລີ​ລິດ ປັດ​ສະ​ວະ 66,5 ມິ​ລີກ​ຣາມ​ຕໍ່ 100 ມິ​ລີ​ລິດ ຜູ້​ຂັບ​ຂີ່​ລົດ­ຈັກ​ສອງ​ລໍ້-ສາມ​ລໍ້ ແມ່ນ​ໄດ້​ກຳ­ນົດ​ທາດ​ເຫຼົ້າ​ໃນ​ລົມ​ຫາຍ­ໃຈ​ແມ່ນ​ກຳ­ນົດ​ໃຫ້ 0,14 ມິ​ລີກ​ຣາມ​ຕໍ່​ລິດ ໃນ​ເລືອດ 30 ມິ​ລີກ​ຣາມ​ຕໍ່ 100 ມິ​ລີ​ລິດ ປັດ​ສະ​ວະ 39,9 ມິ​ລີກ​ຣາມ​ຕໍ່ 100 ມິ​ລີ​ລິດ ສຳ­ລັບ​ຜູ້​ຂັບ​ຂີ່​ລົດ​ຂົນ­ສົ່ງ​ຮັບ­ຈ້າງ​ທຸກ​ຊະ­ນິດ ຕ້ອງ​ບໍ່​ມີ​ທາດ​ເຫຼົ້າ​ໃນ​ຮ່າງ­ກາຍ.

ນອກ­ຈາກ​ກົດ­ໝາຍ​ລະ​ບັບ​ດັ່ງ­ກ່າວ ໄດ້​ກຳ­ນົດ​ປະ­ລິ­ມານ​ທາດ​ເຫຼົ້າ​ໃນ​ຮ່າງ­ກາຍ​ແລ້ວ ໃນ​ດຳ­ລັດ 188/ນຍ ໃນ​ມາດ­ຕາ 5 ການ​ຂັບ​ຂີ່​ໃນ​ເວ­ລາ​ມຶນ­ເມົາ ເຊິ່ງ​ໄດ້​ກຳ­ນົດ​ຢ່າງ​ຈະ­ແຈ້ງ ໂດຍ​ຜູ້​ຂັບ​ຂີ່​ຄົນ​ໃດ ທີ່​ມີ​ທາດ​ເຫຼົ້າ​ໃນ​ຮ່າງ­ກາຍ​ເກີນ 0,80 ມິ​ລີກ​ຣາມ​ຕໍ່​ລິດ ຫາກ​ໄດ້​ຂັບ​ຂີ່​ຈະ​ຖືກ​ປັບ​ໃໝ​ຕາມ​ປະ­ເພດ​ລົດ ເຊັ່ນ: ລົດ­ຖີບ 10.000 ກີບ ລົດ­ຈັກ ລົດ​ສາມ​ລໍ້​ຕິດ​ເຄື່ອງ ລົດ​ໄຖ​ນາ​ເດີນ​ຕາມ 50.000 ກີບ ລົດ​ເບົາ ລົດ​ເກັງ ກະ­ບະ ຈິບ ຕູ້ 100.000 ກີບ ລົດ​ໂດຍ­ສານ 4 ລໍ້ 250.000 ກີບ ລົດ​ບັນ­ທຸກ 6 ລໍ້​ຂຶ້ນ​ໄປ 500.000 ກີບ ແລະ ລົດ​ໂດຍ­ສານ (ລົດ​ບັສ) 1 ລ້ານ​ກີບ ແລະ ໃນ​ກໍ­ລະ­ນີ​ຜູ້​ຂັບ​ຂີ່​ມີ​ອາ­ການ​ມຶນ­ເມົາ​ແຮງ ຈົນ​ບໍ່​ສາ­ມາດ​ຄວບ​ຄຸມ​ສະ­ຕິ​ໄດ້ ເຈົ້າ​ໜ້າ­ທີ່​ຈະ​ກັກ​ຜູ້​ຂັບ​ຂີ່ ພ້ອມ​ລົດ​ໄວ້​ກ່ອນ ຈົນ​ກວ່າ​ຈະ​ຊ່ວງ​ເມົາ ແລ້ວ​ຈຶ່ງ​ປ່ອຍ​ໄປ.

ສ່ວນ​ໃນ​ຂໍ້​ຕົກ­ລົງ​ສະ­ບັບ​ເລກ​ທີ 1323/ຈ​ນວ ວ່າ​ດ້ວຍ​ມາດ​ຕະ­ການ​ຫຼຸດ­ຜ່ອນ​ອຸ­ບັດ­ເຫດ ແລະ ການ​ຮັກ­ສາ​ຄວາມ​ປອດ​ໄພ​ຕາມ​ຖະ­ໜົນ​ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ຂໍ້ 3 ຂອງ​ມາດ­ຕາ 13 ມາດ​ຕະ­ການ​ຕໍ່​ຜູ້​ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ ແລະ ເສບ​ສິ່ງ​ມຶນ­ເມົາ ຂັບ​ຂີ່​ພາ­ຫະ­ນະ ລະ­ບຸ​ວ່າ ເມື່ອ​ກວດ​ພົບ​ທາດ​ເຫຼົ້າ ແລະ ສິ່ງ​ມຶນ­ເມົາ​ໃນ​ຮ່າງ­ກາຍ​ຂອງ​ຜູ້​ຂັບ​ຂີ່​ຍານ­ພາ­ຫະ­ນະ ເກີນ​ປະ­ລິ­ມານ​ທີ່​ກຳ­ນົດ​ໄວ້​ໃນ​ມາດ­ຕາ 20 ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ຈະ­ລາ­ຈອນ​ທາງ­ບົກ ໂດຍ​ຈະ​ໄດ້​ປັບ­ໄໝ​ຕ່ຳ​ສຸດ ທີ່​ກຳ­ນົດ​ໄວ້​ໃນ​ມາດ­ຕາ 5 ຂອງ​ດຳ​ລັບ 188/ນຍ ຈົນ​ໄປ​ເຖິງ​ການ​ປັບ­ໄໝ​ເຖິງ 20 ເທົ່າ​ຂອງ​ອັດ­ຕາ​ປັບ​ໃໝ​ທີ່​ກຳ­ນົດ​ໄວ້​ໃນ​ດຳ­ລັດ 188 ພ້ອມ​ທັງ​ປະ­ຕິ­ບັດ​ຕາມ​ລະ­ບຽບ​ການ​ທີ່​ໄດ້​ກຳ­ນົດ​ໄວ້ ໃນ​ຂໍ້​ຕົກ­ລົງ​ສະ­ບັບ​ເລກ​ທີ 1323/ຈ​ນວ.

ຢ່າງ­ໃດ​ກໍ​ຕາມ ນັກ​ຂັບ​ຂີ່​ທຸກ​ຄົນ​ບໍ່​ຄວນ​ຖື​ເບົາ ຄວນ​ມີ​ສະ­ຕິ ອີກ​ຢ່າງ​ໜຶ່ງ ໄລ­ຍະ​ນີ້​ແມ່ນ​ຢູ່​ໃນ​ໄລ­ຍະ​ຂອງ​ການ​ເຂົ້າ​ພັນ​ສາ ຄວນ​ຫຼຸດ­ຜ່ອນ​ການ​ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ ກໍ​ເປັນ​ການ​ດີ ຖ້າ​ດື່ມ​ແລ້ວ​ບໍ່​ຄວນ​ຂັບ​ຂີ່ ເພື່ອ​ປະ­ກອບ­ສ່ວນ​ໃນ​ການ​ຫຼຸດ­ຜ່ອນ​ການ​ເກີດ​ອຸດ​ບັດ​ເຫດ.

ໂດຍ: ເມັດ​ຝົນ

error: Content is protected !!