ວິທີເລືອກ-ໃຊ້-ມ້ຽນ ຂຽງ ໃຫ້ຖືກສຸຂະລັກສະນະ ຫຼຸດສ່ຽງທ້ອງຜູກຖອກທ້ອງ

ຂຽງ​ສົກ­ກະ­ປົກ ອາດ​ເປັນ​ແຫຼ່ງ​ສະ​ສົມ​ຂອງ​ເຊື້ອ​ພະ­ຍາດ ແນະ​ໃຫ້​ຄວາມ​ສຳ­ຄັນ​ຕັ້ງ­ແຕ່​ການ​ເລືອກ ການ​ໃຊ້ ແລະ ການ​ເກັບ​ມ້ຽນ​ຢ່າງ​ຖືກ​ສຸ​ຂະ​ລັກ­ສະ­ນະ ໝັ່ນ​ເຮັດ​ຄວາມ​ສະ­ອາດ​ເປັນ​ປະ­ຈຳ ຊ່ວຍ​ປ້ອງ​ກັນ​ພະ­ຍາດ​ລະ­ບົບ​ທາງ​ເດີນ​ອາ­ຫານ. ຂຽງ ສາ­ເຫດ​ອາ­ການ​ທ້ອງ­ຜູກ-ຖອກ­ທ້ອງ​ໄດ້ ແພດ​ໝໍ ໄດ້​ເປິດ​ເຜີຍ​ເຖິງ​ອັນ­ຕະ­ລາຍ​ຈາກ​ຂຽງ​ສົກ­ກະ­ປົກ​ວ່າ ຂຽງ​ຖື​ວ່າ​ເປັນ​ພາ­ຊະ­ນະ​ທີ່​ສຳ­ຄັນ​ໃນ​ການ​ປະ­ກອບ​ອາ­ຫານ ໂດຍ​ເປັນ​ທີ່​ຮອງ​ຮັບ​ອາ­ຫານ​ທີ່​ຕ້ອງ­ການ​ຫັ່ນ ສັບ ຊອຍ…

ໄໝຊີວະພາບຈາກເຊລຜິວໜັງ ເປິດໂອກາດໃໝ່ໃນການປິ່ນປົວບາດແຜ ແລະ ສ້ອມແຊມອະໄວຍະວະ

ນັກ​ວິ­ໄຈ​ຈາກ​ຝຣັ່ງ ໂກ​ລົມ​ບີ ແລະ ສະ­ຫະ­ລັດ​ອາ​ເມ​ຣິ​ກາ ໄດ້​ພັດ­ທະ­ນາ​ເສັ້ນ​ໄຍ​ທີ່​ເຮັດ​ຈາກ​ເຊລ​ຜິວ­ໜັງ​ຂອງ​ມະ­ນຸດ​ຂຶ້ນ ຊຶ່ງ​ເສັ້ນ​ໄຍ​ດັ່ງ­ກ່າວ ອາດ​ຈະ​ຖືກ​ນຳ​ມາ​ຖັກ​ໃຫ້​ມີ​ລັກ­ສະ­ນະ​ຄ້າຍ­ຄື​ກັບ​ເຄື່ອງ​ຖັກ​ຊີ­ວະ​ພາບ ຊຶ່ງ​ຈະ​ນຳ­ໄປ​ໃຊ້​ໃນ​ວົງ​ການ​ແພດ​ໃນ​ຮູບ​ຮ່າງ​ຂອງ​ໄໝ ເພື່ອ​ຫຍິບ​ບາດ­ແຜ​ໄດ້. ໂດຍ​ຂໍ້​ດີ ຫຼື​ປະ­ໂຫຍດ​ຂອງ​ເສັ້ນ​ໄຍ​ທຳ​ມະ​ຊາດ ທີ່​ເຮັດ​ຈາກ​ເຊລ​ຜິວ­ໜັງ​ມະ­ນຸດ​ທີ່​ວ່າ​ນີ້ ກໍ​ຄື​ເມື່ອ​ແພດ​ນຳ­ໄປ​ໃຊ້​ຫຍິບ​ບາດ­ແຜ​ແລ້ວ ໄໝ​ດັ່ງ­ກ່າວ​ຈະ​ສາ­ມາດ​ລະ­ລາຍ​ຕົວ ແລະ ປະ­ສົມ​ປະ­ສານ​ເຂົ້າ​ເປັນ​ເນື້ອ​ດຽວ​ກັນ​ກັບ​ອະ​ໄວ​ຍະ​ວະ​ຂອງ​ມະ­ນຸດ​ໄດ້…

ຕັ້ງໜ້າປະຕິບັດຕາມພາລະບົດບາດ ໃນການສົ່ງຂໍ້ມູນຂ່າວສານໃຫ້ຊັດເຈນ ແລະ ທັນເຫດການ

ສື່​ມວນ​ຊົນ ມີ​ພາ­ລະ​ບົດ­ບາດ​ເປັນ​ກະ­ບອກ​ສຽງ​ຂອງ​ອົງ​ການ­ຈັດ­ຕັ້ງ​ຂອງ​ພັກ-ລັດ ແລະ ສັງ­ຄົມ​ໃນ​ການ​ໂຄ­ສະ­ນາ ສຶກ​ສາ​ອົບ­ຮົມ​ຕາມ​ແນວ­ທາງ​ຂອງ​ພັກ ລະ­ບຽບ​ການ​ຂອງ​ລັດ ປຸກ­ລະ­ດົມ​ນ້ຳ­ໃຈ​ຮັກ​ຊາດ ສະ­ໜອງ​ຂໍ້​ມູນ​ຂ່າວ­ສານ​ທາງ​ດ້ານ​ການ­ເມືອງ ເສດ­ຖະ­ກິດ-ສັງ­ຄົມ ວິ­ທະ­ຍາ­ສາດ ເຕັກ​ໂນ​ໂລ​ຊີ ສາ­ລະ​ຄວາມ​ຮູ້ ສາ­ລະ​ບັນ​ເທິງ​ໃຫ້​ແກ່​ສັງ­ຄົມ ປະ­ກອບ­ສ່ວນ​ຕ້ານ​ປະ­ກົດ​ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ ຕີ​ຖອຍ​ຖ້ອຍ​ທຳ­ນອງ​ທີ່​ບິດ​ເບືອນ​ຄວາມ​ເປັນ​ຈິງ. ທ່ານ…

ນວ ວາງຄາດໝາຍພັດທະນາການສຶກສາ 2020-2025

ເພື່ອ​ເສີມ​ຂະ­ຫຍາຍ​ໝາກ­ຜົນ​ທີ່​ຍາດ​ມາ​ໄດ້​ໃນ​ຊຸມ​ປີ­ຜ່ານ­ມາ ແກ້​ໄຂ​ຈຸດ​ອ່ອນ ຂໍ້­ຄົງ­ຄ້າງ ຮັບ​ມື​ກັບ​ການ​ທ້າ​ທາຍ​ທົດ​ສອບ​ໃໝ່ ເພື່ອ​ຜັນ​ຂະ­ຫຍາຍ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ 5-6 ຂອງ​ພັກ ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ 6-7 ຂອງ​ອົງ­ຄະ​ນະ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ 5 ປີ ຄັ້ງ​ທີ…

ການນັບອາຍຸຄວາມ

ຈາກ​ອາ­ຍຸ​ຄວາມ​ໃນ​ການ​ທວງ ຫຼື ການ​ຮ້ອງ​ຟ້ອງ ຊຶ່ງ​ກົດ­ໝາຍ​ໄດ້​ກຳ­ນົດ​ໃຫ້​ຜູ້​ເສຍ ຫຼື ຜົນ​ປະ­ໂຫຍດ​ສາ­ມາດ​ນຳ​ໃຊ້​ໄດ້ ເພື່ອ​ທວງ​ເອົາ ຫຼື ຮ້ອງ​ຟ້ອງ​ເອົາ​ຕາມ​ໄລ­ຍະ​ເວ­ລາ​ທີ່​ກົດ­ໝາຍ​ອະ­ນຸ­ຍາດ​ໃຫ້ ແຕ່​ອາ­ຍຸ​ໃນ​ພາກ​ປະ­ຕິ­ບັດ​ຕົວ​ຈິງ​ນັ້ນ ອາ­ຍຸ​ຄວາມ​ຈະ​ເລີ່ມ​ນັບ​ເອົາ​ແຕ່​ເວ­ລາ​ໃດ ມື້​ໃດ ເດືອນ​ໃດ ແລະ ປີ​ໃດ ເພື່ອ​ບໍ່​ໃຫ້​ສິດ​ດັ່ງ­ກ່າວ​ສິ້ນ​ສຸດ…

ນະຄອນປາກເຊ ກຳນົດເອົາ 4 ຂົງເຂດການຈັດຕັ້ງປະຕິບັດໂຄງການທົດລອງ ການຄຸ້ມຄອງ ແລະ ບຳບັດນ້ຳເປື້ອນແບບບໍ່ລວມສູນ

ນະ­ຄອນ​ປາກ​ເຊ ໄດ້​ຮັບ​ເອົາ​ວິ­ທີ​ການ​ໃນ​ການ​ຄຸ້ມ​ຄອງ ແລະ ບຳ­ບັດ​ນ້ຳ​ເປື້ອນ ແລະ ກຳ­ນົດ​ເອົາ 4 ຂົງ­ເຂດ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ທົດ​ລອງ​ການ​ຄຸ້ມ​ຄອງ ແລະ ບຳ­ບັດ​ນ້ຳ​ເປື້ອນ​ແບບ​ບໍ່​ລວມ​ສູນ (DEWATS) ພາຍ​ໃຕ້​ໂຄງ­ການ​ປັບ­ປຸງ​ສິ່ງ­ແວ­ດລ້ອມ​ໃນ​ຕົວ​ເມືອງ​ໃນ​ຂອງ​ອົງ­ການ KOICA-GGGI ຜ່ານ​ທຶນ​ຊ່ວຍ­ເຫຼືອ​ຈາກ​ອົງ­ການ KOICA ອົງ­ການ…

ໃຜຄວນລະວັງ ?

ຍິງ​ໄວ​ກາງ­ຄົນ ຢືນ​ກວັກ​ມື​ເອີ້ນ​ລົດ​ແທັກ​ຊີ​ຢູ່​ແຄມ​ທາງ ນາງ​ຕ້ອງ­ການ​ໄປ​ສະ­ໜາມ​ບິນ​ໃຫ້​ທັນ​ເວ­ລາ ພໍ​ປ້າຍ​ເຂົ້າ​ໄປ​ໃນ​ລົດ ໂຊ​ເຟີ​ຕີນ​ຜີ​ກໍ​ອອກ​ລົດ​ໄວ​ປານ​ຊິ​ບິນ ເຮັດ​ໃຫ້​ຜູ້­ໂດຍ­ສານ​ອົກ​ສັ່ນ​ຂວັນ​ເສຍ ແຕ່​ໂຊ​ເຟີ​ກໍ​ໄດ້​ແຕ່​ເລັ່ງ​ກັບ​ເລັ່ງ ສຸດ​ທ້າຍ​ຍິງ​ຜູ້­ໂດຍ­ສານ​ກໍ​ອອກ­ປາກ​ຮ້ອງ​ຂໍ​ວ່າ: “ລະ­ວັງ ລະ­ວັງ ຊ້າໆ​ແດ່ ຂ້ອຍ​ມີ​ລູກ​ຢູ່​ເຮືອນ 3 ຄົນ​ພຸ້ນ​ໃດ ຖ້າ​ເປັນ​ຫຍັງ​ໄປ​ລູກ​ຂ້ອຍ​ຊິ​ຢູ່​ກັບ​ໃຜ ?”…

ເຮັດໂລເລກັບໄຟຟ້າ ຟ້າຊິລົງໂທດ

ບົດ​ນີ້​ບໍ່​ຈຳ­ເປັນ​ເວົ້າ​ຍາວ​ສາວ​ຍືດ ເພາະ​ໃຜໆ​ກໍ​ຮູ້​ດີ​ວ່າ ການ​ສຸມ​ໄຟ​ຢູ່​ກ້ອງ​ສາຍ​ໄຟ­ຟ້າ​ນັ້ນ ອັນ­ຕະ­ລາຍ​ກວ່າ​ທີ່​ຄິດ ມັນ​ອາດ​ປິດ​ຊີ­ວິດ​ຂອງ​ທ່ານ​ໄດ້​ໃນ​ຊົ່ວ​ພິບ​ຕາ ຖ້າ​ສາຍ​ໄຟ​ມີ​ເຄືອ­ໄມ້​ແຫ້ງ ເກາະ ຫຼື ກ້ຽວ​ພັນ​ຢູ່ ກໍ​ແຮງ​ຍິ່ງ​ເປັນ​ອັນ­ຕະ­ລາຍ ເພາະ​ໄຟ​ອາດ​ໄໝ້​ສາຍ​ໄຟ ສ້າງ​ຄວາມ​ເດືອດ­ຮ້ອນ​ໃຫ້​ຜູ້​ອື່ນ​ທີ່​ໃຊ້​ໄຟ­ຟ້າ​ຮ່ວມ​ສາຍ ທັງ​ເປັນ​ການ​ທຳ­ລາຍ​ຊັບ​ສິນ​ຂອງ​ລັດ​ອີກ​ດ້ວຍ. ໂດຍ: ສາວ​ສິ້ນ​ແຕ້ມ

ລາວ ຊະນະ ເຄວສ ບານເຕະອຸ່ນເຄື່ອງກຽມຮ່ວມຊີງແຊັມອາຊີ

ການ​ແຂ່ງ­ຂັນ​ນັດ​ອຸ່ນ​ເຄື່ອງ​ຄັ້ງ​ນີ້ ຈັດ​ຂຶ້ນ​ວັນ​ທີ 29 ກໍ­ລະ­ກົດ 2020 ຢູ່​ສະ­ຫນາມ​ກີ­ລາ​ແຫ່ງ​ຊາດ (ຫຼັກ 16) ສະ­ໜາມ​ນອກ ເພື່ອ​ກຽມ​ຄວາມ​ພ້ອມ​ໃຫ້​ແກ່​ທັງ​ສອງ​ທີມ​ດັ່ງ­ກ່າວ ເຂົ້າ​ຮ່ວມ​ແຂ່ງ­ຂັນ ຄອມ​ມານ​ໂດ​ລາວ​ລີກ 2 ແລະ ບານ­ເຕະ​ຊາຍ​ຮຸ່ນ​ອາ­ຍຸ​ບໍ່​ເກີນ 19…

error: Content is protected !!