ໃຜຄວນລະວັງ ?

ຍິງ​ໄວ​ກາງ­ຄົນ ຢືນ​ກວັກ​ມື​ເອີ້ນ​ລົດ​ແທັກ​ຊີ​ຢູ່​ແຄມ​ທາງ ນາງ​ຕ້ອງ­ການ​ໄປ​ສະ­ໜາມ​ບິນ​ໃຫ້​ທັນ​ເວ­ລາ ພໍ​ປ້າຍ​ເຂົ້າ​ໄປ​ໃນ​ລົດ ໂຊ​ເຟີ​ຕີນ​ຜີ​ກໍ​ອອກ​ລົດ​ໄວ​ປານ​ຊິ​ບິນ ເຮັດ​ໃຫ້​ຜູ້­ໂດຍ­ສານ​ອົກ​ສັ່ນ​ຂວັນ​ເສຍ ແຕ່​ໂຊ​ເຟີ​ກໍ​ໄດ້​ແຕ່​ເລັ່ງ​ກັບ​ເລັ່ງ ສຸດ​ທ້າຍ​ຍິງ​ຜູ້­ໂດຍ­ສານ​ກໍ​ອອກ­ປາກ​ຮ້ອງ​ຂໍ​ວ່າ:

“ລະ­ວັງ ລະ­ວັງ ຊ້າໆ​ແດ່ ຂ້ອຍ​ມີ​ລູກ​ຢູ່​ເຮືອນ 3 ຄົນ​ພຸ້ນ​ໃດ ຖ້າ​ເປັນ​ຫຍັງ​ໄປ​ລູກ​ຂ້ອຍ​ຊິ​ຢູ່​ກັບ​ໃຜ ?” ໄດ້​ຍິນ​ແນວ​ນັ້ນ ໂຊ​ເຟີ​ຕີນ​ຜີ​ເລີຍ​ຕອບ​ສວນ​ມາ​ວ່າ:

“ຖ້າ​ແນວ​ນັ້ນ ເຈົ້າ​ຫັ້ນ​ລະ​ຄວນ​ລະ­ວັງ ສ່ວນ​ຂ້ອຍ​ສະ­ບາຍ ຍັງ​ເປັນ​ໂສດ​ຢູ່ ບໍ່​ມີ​ແນວ​ເປັນ​ຫວງ​ຄື​ເຈົ້າ!”.

error: Content is protected !!