ລາວ ຊະນະ ເຄວສ ບານເຕະອຸ່ນເຄື່ອງກຽມຮ່ວມຊີງແຊັມອາຊີ

ການ​ແຂ່ງ­ຂັນ​ນັດ​ອຸ່ນ​ເຄື່ອງ​ຄັ້ງ​ນີ້ ຈັດ​ຂຶ້ນ​ວັນ​ທີ 29 ກໍ­ລະ­ກົດ 2020 ຢູ່​ສະ­ຫນາມ​ກີ­ລາ​ແຫ່ງ​ຊາດ (ຫຼັກ 16) ສະ­ໜາມ​ນອກ ເພື່ອ​ກຽມ​ຄວາມ​ພ້ອມ​ໃຫ້​ແກ່​ທັງ​ສອງ​ທີມ​ດັ່ງ­ກ່າວ ເຂົ້າ​ຮ່ວມ​ແຂ່ງ­ຂັນ ຄອມ​ມານ​ໂດ​ລາວ​ລີກ 2 ແລະ ບານ­ເຕະ​ຊາຍ​ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ ຊີງ​ແຊັມ​ອາ­ຊີ 2020 ທີ່​ປະ­ເທດ​ອູ​ສະ​ເບັກ​ກິດ​ສະ­ຖານ ໃນ​ນັດ​ນີ້ ທ່ານ ຊູນ​ດຣາມ ມູ​ທຣີ ຫົວ­ໜ້າ​ຄູ​ເຝິກ ຢູ-19 ລາວ ຊາວ​ສິງ­ກະ­ໂປ ໄດ້​ສົ່ງ​ຜູ້​ຫຼິ້ນ​ຕົວ​ຫຼັກ​ລົງ​ສະ­ໜາມ​ຫຼາຍ​ຄົນ ຍົກ­ເວັ້ນ 1 ຕຳ­ແໜ່ງ​ປີກ​ຊ້າຍ ສົ່ງ ສິນ​ນະ​ກອນ ກູ​ມະ­ນີ​ຄຳ ນັກ​ເຕະ​ມາ​ຈາກ​ແຂວງ​ຫຼວງ​ພະ​ບາງ ລົງ​ສະ­ຫນາມ​ເປັນ​ຕົວ​ຈິງ.

ຜ່ານ​ການ​ແຂ່ງ­ຂັນ​ຜົນ​ປາ­ກົດ​ວ່າ: ຢູ-19 ລາວ ສາ­ມາດ​ຮັກ­ສາ​ຟອມ​ເກັ່ງ​ໄລ່​ເອົາ​ຊະ­ນະ ເຄວ​ສ ຢູ​ໄນ​ເຕັດ 2-0 ໂດຍ​ໄດ້​ປະ­ຕູ​ໄຊ​ຈາກ ທ້າວ ກ້ວຍ​ເຈັງ ໜູ​ພັກ­ດີ ແລະ ທ້າວ ອາ­ຄົມ ທໍ­ລະ​ນີນ ແນວ­ໃດ​ກໍ​ຕາມ ກ່ອນ​ເກມ​ດັ່ງ­ກ່າວ ຢູ-19 ລາວ ໄດ້​ລົງ​ສະ­ໜາມ​ອຸ່ນ​ເຄື່ອງ​ໄລ່​ເອົາ​ຊະ­ນະ​ເມືອງ​ຫາດ​ຢູ​ໄນ​ເຕັດ 3-2 ປະ­ຕູ ແລະ ນັດ​ຕໍ່​ໄປ ຍັງ​ຈະ​ມີ​ການ​ລົງ​ສະ­ໜາມ​ອຸ່ນ​ເຄື່ອງ​ທຸກ​ວັນ​ພຸດ​ກັບ​ບັນ­ດາ​ສະ­ໂມ­ສອນ ໃນ​ລາຍ­ການ ຄອມ​ມານ​ໂດ​ລາວ​ລີກ 2 ອີກ 2 ນັດ ແລະ ເປບ​ຊີ ລາວ​ລີກ 1 ຈຳ­ນວນ​ໜຶ່ງ ເພື່ອ​ເປັນ​ການ​ທົດ​ສອບ​ສະ­ມັດ­ຖະ­ພາບ​ຂອງ​ນັກ­ກີ­ລາ ກ່ອນ​ເຂົ້າ​ຮ່ວມ​ຊີງ​ແຊັມ​ອາ­ຊີ 2020 ທີ່​ປະ­ເທດ​ອູ​ສະ​ເບັກ​ກິດ​ສະ­ຖານ.

ສຳ­ລັບ​ທັບ​ນັກ​ເຕະ​ທີມ​ຊາດ​ລາວ​ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ ໄດ້​ເລີ່ມ​ເຝິກ­ຊ້ອມ​ນັບ​ແຕ່​ຕົ້ນ​ເດືອນ​ມິ­ຖຸ­ນາ​ເປັນ­ຕົ້ນ​ມາ ແລະ ຕົ້ນ​ເດືອນ​ກໍ­ລະ­ກົດ ມີ​ນັກ­ກີ­ລາ​ຕ່າງ​ແຂວງ​ທີ່​ມາ​ຈາກ​ຫຼາຍ​ແຂວງ​ທີ່​ຖືກ​ຄັດ​ເລືອກ ເຊັ່ນ: ແຂວງ​ຈຳ­ປາ​ສັກ ອັດ​ຕະ​ປື ເຊ​ກອງ ສະ­ຫວັນ​ນະ​ເຂດ ບໍ​ລິ​ຄຳ​ໄຊ ວຽງ​ຈັນ ຫຼວງ​ພະ​ບາງ ແລະ ແຂວງ​ບໍ່​ແກ້ວ ໄດ້​ມາ​ເຂົ້າ​ສູນ​ເກັບ​ຕົວ​ເຝິກ­ຊ້ອມ​ຢູ່​ທີ່​ສູນ​ເຝິກ​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ (ຫຼັກ 16) ປັດ­ຈຸ­ບັນ ມີ​ນັກ­ກີ­ລາ​ທັງ​ໝົດ 45 ຄົນ ໂດຍ​ທາງ​ດ້ານ​ຄູ​ເຝິກ​ຈະ​ໄດ້​ຕັດ​ຕົວ​ນັກ­ກີ­ລາ​ອອກ​ເປັນ​ແຕ່​ໄລ­ຍະ ເພື່ອ​ເລືອກ​ເອົາ​ແຕ່​ລະ​ຕຳ­ແໜ່ງ​ທີ່​ດີ​ທີ່​ສຸດ 23 ຄົນ ເພື່ອ​ເຂົ້າ​ຮ່ວມ​ລາຍ­ການ​ນີ້​ຈັດ​ຂຶ້ນ​ວັນ​ທີ 14-31 ຕຸ­ລາ 2020.

ລາຍ­ການ​ນີ້​ມີ​ທັງ​ໝົດ 16 ທີມ​ເຂົ້າ​ຮ່ວມ ແບ່ງ​ອອກ​ເປັນ 4 ກຸ່ມ​ຄື: ກຸ່ມ A ມີ ອູ​ສະ​ເບັກ​ກິດ​ສະ­ຖານ ເຈົ້າ­ພາບ ອິນ​ໂດ​ເນ​ເຊຍ ກຳ­ປູ­ເຈຍ ແລະ ອີ​ຣານ ກຸ່ມ B ມີ ສ ເກົາ­ຫຼີ ຍີ່­ປຸ່ນ ອີ​ຣັກ ແລະ ບາ​ເຣນ ກຸ່ມ C ມີ ຊາ​ອຸ​ດິ ອາ​ຣັບ​ເບຍ ອົດ​ສະ​ຕຣາ​ລີ ຫວຽດ­ນາມ ແລະ ລາວ ກຸ່ມ D ມີ ກາ​ຕາ ທາ​ຈິ​ກິດ​ສະ­ຖານ ມາ​ເລ​ເຊຍ ແລະ ເຢ​ເມນ ຢ່າງ­ໃດ​ກໍ​ຕາມ​ທີມ​ທີ່​ໄດ້​ອັນ​ດັບ 1-4 ແມ່ນ​ຈະ​ໄດ້​ສິດ​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ບານ­ເຕະ​ຊາຍ ຮຸ່ນ​ອາ­ຍຸ​ບໍ່​ເກີນ 20 ປີ ຊີງ​ແຊັມ​ໂລກ 2021 ຫຼື “FIFA U-20 World Cup Indonesia 2021” ທີ່​ປະ­ເທດ​ອິນ​ໂດ​ເນ​ເຊຍ​ເປັນ​ເຈົ້າ­ພາບ​ປີ 2021.

error: Content is protected !!