ສື່ມວນຊົນ ມີພາລະບົດບາດເປັນກະບອກສຽງຂອງອົງການຈັດຕັ້ງຂອງພັກ-ລັດ ແລະ ສັງຄົມໃນການໂຄສະນາ ສຶກສາອົບຮົມຕາມແນວທາງຂອງພັກ ລະບຽບການຂອງລັດ ປຸກລະດົມນ້ຳໃຈຮັກຊາດ ສະໜອງຂໍ້ມູນຂ່າວສານທາງດ້ານການເມືອງ ເສດຖະກິດ-ສັງຄົມ ວິທະຍາສາດ ເຕັກໂນໂລຊີ ສາລະຄວາມຮູ້ ສາລະບັນເທິງໃຫ້ແກ່ສັງຄົມ ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ຕີຖອຍຖ້ອຍທຳນອງທີ່ບິດເບືອນຄວາມເປັນຈິງ.

ທ່ານ ນາງ ຈັນທະຫວິນ ເລີດຖາວອນ ນັກຂ່າວສະຖານີວິທະຍຸໂທລະພາບນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ໃນສະພາບສັງຄົມປັດຈຸບັນ ອາດເອີ້ນໄດ້ວ່າເປັນສັງຄົມແຫ່ງການສື່ສານເຊິ່ງຄວາມຈະເລີນກ້າວໜ້າ ແລະ ຄວາມຢູ່ລອດຂອງສັງຄົມຂຶ້ນຢູ່ກັບຄົນໃນສັງຄົມ ໄດ້ຮັບຂໍ້ມູນຂ່າວສານທີ່ເປັນປະໂຫຍດຕໍ່ສັງຄົມ ແລະ ໄດ້ຮັບຮູ້ຂ່າວສານທີ່ຖືກຕ້ອງທັນເວລາ ແລະ ປັບຕົວໄດ້ຢ່າງເໝາະສົມ ສື່ມວນຊົນຕ່າງໆຈຶ່ງມີບົດບາດສຳຄັນ ໃນການສະເໜີຂ່າວທີ່ເປັນປະໂຫຍດຕໍ່ສັງຄົມ ແລະ ຊີ້ນຳແນວຄວາມຄິດໃນສັງຄົມດ້ວຍສື່ມວນຊົນ ແຕ່ລະຊະນິດທີ່ມີລັກສະນະ ແລະ ຄຸນສົມບັດທີ່ແຕກຕ່າງກັນ ເຊິ່ງໃນນາມຂ້າພະເຈົ້າເປັນສື່ມວນຊົນໃນຂົງເຂດວິທະຍຸໂທລະພາບ ນະຄອນຫຼວງວຽງຈັນ ມາໄດ້ສິບກວ່າປີແມ່ນຈະສືບຕໍ່ຕັ້ງໜ້າປະຕິບັດໜ້າທີ່ສື່ມວນຊົນຢ່າງສຸດ ຄວາມສາມາດເພີ່ມທະວີລາຍງານເຫດການ ຂໍ້ເທັດຈິງທີ່ເກີດຂຶ້ນເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ ໂດຍເລີ່ມຈາກຊອກສະແຫວງຫາເຫດການຂໍ້ເທັດຈິງ ກໍຄື ການຫາຂ່າວທີ່ມີມູນຄວາມຈິງທີ່ເຊື່ອຖື ໄດ້ຈາກພາກສ່ວນກ່ຽວຂ້ອງນຳມາເຜີຍແຜ່ສູ່ປະຊາຊົນ ໂດຍສະເພາະນຳເອົາແນວທາງນະໂຍບາຍຂອງພັກ-ລັດ ກໍຄື ການເຄື່ອນໄຫວທາງດ້ານການເມືອງຂອງການນຳ ນວ ແລະ ຂັ້ນຕ່າງໆ ຂ່າວການຜະລິດ ຂ່າວວຽກດີຄົນເດັ່ນ ແລະ ປະກົດການຫຍໍ້ທໍ້ ແລະ ຂ່າວອື່ນໆດ້ວຍຄວາມວ່ອງໄວ ຖືກຕ້ອງວ່ອງໄວ ເພື່ອໃຫ້ປະຊາຊົນລາວໄດ້ຮັບຜົນປະໂຫຍດສູງສຸດ ຈາກການນຳໃຊ້ຂໍ້ມູນຂ່າວສານມາຜັນຂະຫຍາຍ ເຂົ້າໃນການພັດທະນາສ້າງສາປະເທດຊາດ ພ້ອມກັບການຕັ້ງໜ້າປະຕິບັດໜ້າທີ່ນັ້ນ ກໍ່ຈະສືບຕໍ່ເຝິກຝົນຕົນເອງດ້ວຍການຮ່ຳສຶກສາ ຫາຄວາມຮູ້ທາງດ້ານວິຊາສະເພາະເພີ່ມຕື່ມຈາກຄະນະບັນນາທິການ ກໍຄືເພື່ອນຮ່ວມງານ ຄຽງຄູ່ກັບການຮ່ຳຮຽນຄວາມຮູ້ຮອບຕົວ ໂດຍສະເພາະກຳແໜ້ນແນວທາງນະໂຍບາຍຂອງພັກ ກໍຄື ລະບຽບກົດໝາຍຂອງລັດໃຫ້ຮູ້ຢ່າງເລີກເຊິ່ງ.

ທ່ານ ນາງ ພິດສະໄໝ ພິມມະສອນ ຮອງພະແນກຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ: ປັດຈຸບັນກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຂະຫຍາຍຊ່ອງທາງການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຂອງຂະແໜງການ ຮສສ ໃນຫຼາຍຊ່ອງທາງເຊັ່ນ: ເວບໄຊ ເຟສ ລາຍວິທະຍຸ ແລະ ວາລະສານ ຖ້າທຽບໃສ່ເມື່ອກ່ອນແມ່ນມີພຽງລາຍການວິທະຍຸເທົ່ານັ້ນ ຕໍ່ກັບການເຕີບໃຫຍ່ຂະຫຍາຍຕົວຄືດັ່ງກ່າວ ໃນຂ້າພະເຈົ້າເປັນຜູ້ໜຶ່ງທີ່ຮັບຜິດຊອບ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມມາ ຕະຫຼອດໄລຍະເວລາປະຕິບັດໜ້າທີ່ເປັນເວລາ 10 ປີ ແມ່ນໄດ້ຕັ້ງໜ້າປະຕິບັດຕາມພາລະບົດບາດສື່ມວນຊົນໃນຂົງເຂດດັ່ງກ່າວ ໂດຍສະເພາະໂຄສະນາເຜີຍແຜ່ສຶກສາອົບຮົມການເມືອງ ນຳພາແນວຄິດໃຫ້ຄວາມຮູ້ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ມະຕິຄຳສັ່ງ ແຜນການເຄື່ອນໄຫວ ຫຼື ຜົນການຈັດຕັ້ງປະຕິບັດວຽກງານຂະແໜງແຮງງານ ແລະ ສະຫວັດດີການສັງຄົມຜ່ານສື່ມວນຊົນ ເພື່ອໂຄສະນາເຜີຍແຜ່ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ພ້ອມທັງຄຸ້ມຄອງສະໜອງຂໍ້ມູນຂ່າວສານຕ່າງໆ ເປັນໃຈກາງປະສານງານກັບຂະແໜງສື່ມວນຊົນ ໃນການເກັບກຳຂ່າວການເຄື່ອນໄຫວວຽກງານແຮງງານ ແລະ ສະຫວັດດີການສັງຄົມ ເຜີຍແຜ່ບັນດາວຽກງານຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ສ້າງກຳລັງແຮງງານ ເຂົ້າສູ່ຕະຫຼາດແຮງງານ ພັດທະນາສີມືແຮງງານ ແລະ ຈັດຫາງານຄຸ້ມຄອງແຮງງານ ປົກປ້ອງສັງຄົມ ແຮງງານເດັກ ຜູ້ພິການ ຜູ້ດ້ອຍໂອກາດ ນະໂຍບາຍຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິຫວັດຊາດ ຊ່ວຍເຫຼືອສັງຄົມ ບໍລິຈາກເລືອດ ອົງການດາແດງ ເກັບກູ້ລະເບີດ ກວດກູ້ລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ ຢູ່ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມຢຸ່ພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບວຽກຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ຕາມການມອບໝາຍຂອງຄະນະຫ້ອງການ ແລະ ໄດ້ຕັ້ງໜ້າຂື້ນແຜນການເຄື່ອນໄຫວຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ ເອົາໃຈໃສ່ປະຕິບັດໜ້າໃຫ້ສຳເລັດຕາມການມອບໝາຍ.

