ນະຄອນປາກເຊ ກຳນົດເອົາ 4 ຂົງເຂດການຈັດຕັ້ງປະຕິບັດໂຄງການທົດລອງ ການຄຸ້ມຄອງ ແລະ ບຳບັດນ້ຳເປື້ອນແບບບໍ່ລວມສູນ

ນະ­ຄອນ​ປາກ​ເຊ ໄດ້​ຮັບ​ເອົາ​ວິ­ທີ​ການ​ໃນ​ການ​ຄຸ້ມ​ຄອງ ແລະ ບຳ­ບັດ​ນ້ຳ​ເປື້ອນ ແລະ ກຳ­ນົດ​ເອົາ 4 ຂົງ­ເຂດ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ທົດ​ລອງ​ການ​ຄຸ້ມ​ຄອງ ແລະ ບຳ­ບັດ​ນ້ຳ​ເປື້ອນ​ແບບ​ບໍ່​ລວມ​ສູນ (DEWATS) ພາຍ​ໃຕ້​ໂຄງ­ການ​ປັບ­ປຸງ​ສິ່ງ­ແວ­ດລ້ອມ​ໃນ​ຕົວ​ເມືອງ​ໃນ​ຂອງ​ອົງ­ການ KOICA-GGGI ຜ່ານ​ທຶນ​ຊ່ວຍ­ເຫຼືອ​ຈາກ​ອົງ­ການ KOICA ອົງ­ການ GGGI ກຳ­ລັງ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ປັບ­ປຸງ​ສິ່ງ­ແວ­ດລ້ອມ​ໃນ​ຕົວ​ເມືອງ​ໃນ ສປປ ລາວ.

ໂຄງ­ການ​ນີ້​ແມ່ນ​ມີ​ເປົ້າ​ໝາຍ​ໃນ​ການ​ພັດ­ທະ­ນາ ຂະ­ແໜງ­ການ​ສຸ­ຂາ­ພິ­ບານ​ພາຍ​ໃນ​ປະ­ເທດ ແລະ ສະ­ໜັບ­ສະ­ໜູນ​ລັດ­ຖະ­ບານ ສປປ ລາວ ໃນ​ການ​ປັບ­ປຸງ​ລະ­ບົບ​ການ​ຄຸ້ມ​ຄອງ​ບໍ­ລິ­ການ​ສຸ­ຂາ­ພິ­ບານ ແລະ ນ້ຳ​ເປື້ອນ​ໃນ​ຫຼາຍ​ຕົວ​ເມືອງ​ໃນ ສປປ ລາວ.

ໃນ​ຕົ້ນ​ເດືອນ​ກໍ­ລະ­ກົດ 2020 ຜ່ານ​ມາ ກົມ​ນ້ຳ​ປະ­ປາ ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ສົມ­ທົບ​ກັບ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ແຂວງ​ຈຳ­ປາ​ສັກ ແລະ ນະ­ຄອນ​ປາກ​ເຊ ອົງ­ການ KOICA ແລະ ສະ​ຖາ​ບັນ​ເຕີບ​ໂຕ​ສີ­ຂຽວ​ສາ­ກົນ (Global Green Growth Institute – GGGI) ໄດ້​ຈັດ​ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ­ລຶກ ຂອງ​ຄະ­ນະ​ຊີ້​ນຳ​ໂຄງ­ການ​ຂັ້ນ​ແຂວງ (PPSC) ແລະ ຄົ້ນ­ຄວ້າ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ທົດ​ລອງ​ການ​ຄຸ້ມ​ຄອງ ແລະ ບຳ­ບັດ​ນ້ຳ​ເປື້ອນ​ແບບ​ບໍ່​ລວມ​ສູນ (DEWATS) ຢູ່​ນະ­ຄອນ​ປາກ​ເຊ ແຂວງ​ຈຳ­ປາ​ສັກ ໃນ​ກອງ​ປະ­ຊຸມ​ໄດ້​ຮັບ​ເອົາ​ວິ­ທີ​ການ​ດັ່ງ­ກ່າວ​ໃນ​ການ​ຄຸ້ມ​ຄອງ ແລະ ບຳ­ບັດ​ນ້ຳ​ເປື້ອນ​ໃນ​ນະ­ຄອນ​ປາກ​ເຊ ແລະ ກຳ­ນົດ​ເອົາ 4 ແຫ່ງ​ເພື່ອ​ພັດ­ທະ­ນາ​ລະ­ບົບ​ການ​ຄຸ້ມ​ຄອງ ແລະ ບຳ­ບັດ​ນ້ຳ​ເປື້ອນ​ແບບ​ບໍ່​ລວມ​ສູນ (DEWATS).

ໂຄງ­ການ​ດັ່ງ­ກ່າວ ຈະ​ສ້າງ​ລະ­ບົບ​ການ​ຄຸ້ມ​ຄອງ ແລະ ບຳ­ບັດ​ນ້ຳ​ເປື້ອນ​ແບບ​ບໍ່​ລວມ​ສູນ​ໃນ 4 ແຫ່ງ ເຊິ່ງ​ໂຄງ­ການ​ນີ້ ຈະ​ເກີດ​ຜົນ​ປະ­ໂຫຍດ​ໃຫ້​ແກ່​ປະ­ຊາ­ຊົນ​ຈຳ­ນວນ ປະ­ມານ 9.500 ຄົນ ຜ່ານ​ການ​ເຂົ້າ​ເຖິງ​ລະ­ບົບ​ທໍ່​ນ້ຳ​ເສຍ ນອກ­ຈາກ​ນີ້ ໂຄງ­ການ​ຍັງ​ມີ​ເປົ້າ​ໝາຍ​ໃນ​ການ​ສ້າງ​ສະ­ໜາມ​ບຳ­ບັດ​ນ້ຳ​ເປື້ອນ​ຈາກ​ຂຸມ​ອາ­ຈົມ ເພື່ອ​ຮອງ​ຮັບ​ນະ­ຄອນ​ປາກ​ເຊ ຈະ​ເຮັດ​ໃຫ້​ນະ­ຄອນ​ປາກ​ເຊ​ເປັນ​ຕົວ​ເມືອງ​ທຳ​ອິດ​ໃນ ສປປ ລາວ ທີ່​ຈັດ​ຕັ້ງ​ປະ­ຕິ­ບັດ​ລະ­ບົບ​ການ​ຄຸ້ມ​ຄອງ ແລະ ບຳ­ບັດ​ນ້ຳ​ເປື້ອນ​ແບບ​ບໍ່​ລວມ​ສູນ (DEWATS) ໃນ​ລະ­ດັບ​ໃຫຍ່ ແລະ ມີ​ຍຸດ​ທະ​ສາດ​ດ້ານ​ສຸ​ຂະ​ອາ​ນະ​ໄມ​ໃນ​ລະ­ດັບ​ຕົວ​ເມືອງ​ທີ່​ຄົບ​ຖ້ວນ ທີ່​ຈະ​ເຮັດ​ໃຫ້​ນະ­ຄອນ​ປາກ​ເຊ ເປັນ​ນະ­ຄອນ​ທີ່​ມີ​ສຸ​ຂະ​ອະ​ນະ​ໄມ​ສະ­ອາດ ແລະ ເປັນ​ມິດ​ຕໍ່​ສິ່ງ­ແວ­ດລ້ອມ.

error: Content is protected !!