ຢູ່ໃນສະພາບການທີ່ມີຄວາມຫຍຸ້ງຍາກສັບສົນ ຍ້ອນການແບ່ງພັກແບ່ງພວກ ແບ່ງກຳລັງວັງຊາ ການແກ້ງແຍ່ງແຂ່ງຂັນລະຫວ່າງຂົ້ວບວກຂົ້ວລົບ ການລະແວງສົງໄສ ຈຶ່ງນຳໄປສູ່ການສອດການແນມ ຊອກເລື່ອງຊອກບັນຫາໃສ່ກັນ ແລະ ກັນ ເພື່ອຫວັງທຳລາຍມ້າງເພຜູ້ອື່ນ ໝາຍຄວາມວ່າ ກິນເຂົ້າໂຕໂສຄວາມຜູ້ອື່ນຂອງກຸ່ມຄົນບໍ່ດີ ຍ່ອມມີຄວາມຜິດຕາມປະມວນກົດໝາຍອາຍາ. ສະນັ້ນເພື່ອເປັນການເດັດນິໄສ ແລະ ການເຄື່ອນໄຫວທີ່ບໍ່ເປັນມິດນັ້ນ…
Author: Vientiane Mai
ຢ່າຫຼົງເຊື່ອການໂຄສະນາເກີນເຫດ
ໃນສັງຄົມປັດຈຸບັນນີ້ ມີການແກ່ງແຍ່ງແຂ່ງຂັນກັນເພື່ອເຮັດຢູ່ຫາກິນນັ້ນ ທຸກຄົນຕ້ອງມີສະຕິລະວັງ ຢ່າໃຫ້ຖືກຕົ້ມຕົວະຫຼອກລວງຈາກພວກຫົວໃສໃຈຄົດ ຕົວຢ່າງ: ກໍຄື ພວກທີ່ຈ່າວຂາຍສິນຄ້າເພື່ອສຸຂະພາບ ເພື່ອຄວາມຈົບຄວາມງາມ ເຊິ່ງໃຜໆກໍຕ້ອງການ ການໂຄສະນາຂີ້ຕົວະເຫຼົ່ານີ້ ມັກຈະເກີນຄວາມຈິງ ເຊັ່ນ: ເລື່ອງຢາຊູກຳລັງທາງເພດ ຄຼີມເສີມຄວາມງາມໃຫ້ງາມປານພະເອກ-ນາງເອກ ທີ່ແທ້ແມ່ນການຕົວະກັນແບບຕາໃສໆທັງນັ້ນ.
ລົດໄຟລາວ-ຈີນ ສາຍທຳອິດ ທີ່ສຳເລັດການກໍ່ສ້າງເຄືອຂ່າຍສາຍຊັກນຳດ້ານເທິງ
ວັນທີ 19 ພະຈິກ 2020 ໃນໄລຍະລະຫວ່າງເຂດວຽງຈັນເໜືອຫາເຂດວຽງຈັນ ລະບົບສາຍໄຟຟ້າຊັກນຳດ້ານເທິງ (overhead lines) ສາຍທຳອິດ ຂອງເສັ້ນທາງລົດໄຟລາວ-ຈີນ ໄດ້ມີການຕິດຕັ້ງຂຶ້ນ ໝາຍຄວາມວ່າ ວິສະວະກຳຕົວຢ່າງມາດຖານຂອງເສັ້ນທາງລົດໄຟ-ຈີນ ທີ່ກໍ່ສ້າງໂດຍກົມໄຟຟ້າເສັ້ນທາງລົດໄຟຈີນວູຮັ້ນ ໄດ້ກ້າວເຂົ້າສູ່ໄລຍະທີ່ຂຸ້ນຂ້ຽວ. ສາຍຊັກນຳດັ່ງກ່າວຂອງເສັ້ນທາງລົດໄຟ…
ສົ່ງເສີມວັດທະນະທຳ ຮີດຄອງປະເພນີການແຕ່ງດອງ
ບໍລິສັດຄົມປັນຍາ ເອັນເຕີເທັນເມັນ ແອນ ອໍແກໄນເຊີ ຈຳກັດ ຮ່ວມກັບພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໂດຍໄດ້ຮັບການສະໜັບສະໜູນຈາກບໍລິສັດເບຍລາວ ຈຳກັດ ຈັດມະຫະກຳວາງສະແດງງານແຕ່ງດອງ ເພື່ອຊຸກຍູ້ສົ່ງເສີມວັດທະນະທຳ…
ໂຄວິດ-19 ໃຫ້ເຮົາຮູ້ຫຍັງແດ່ ?
ການລະບາດຂອງພະຍາດໂຄວິດ-19 ໄດ້ໃຫ້ພວກເຮົາຮຽນຮູ້ຫຼາຍຢ່າງຈາກການພັດທະນາຂອງໂລກພວກເຮົາ ທີ່ແລ່ນນຳຕົວເລກ GDP ແລ້ວພາກັນໄປທຳລາຍສິ່ງແວດລ້ອມ ການໃຊ້ຊັບພະຍາກອນທຳມະຊາດ ມາສະໜອງຄວາມຕ້ອງການເກີນຂອບເຂດ. ຜ່ານການຕິດຕາມຂໍ້ມູນ-ຂ່າວສານກ່ຽວກັບບັນຫານີ້ ຫຼາຍຝ່າຍໃນໂລກບໍ່ວ່ານັກວິທະຍາສາດ ກໍຄື ນັກສັງຄົມສົງເຄາະຕ່າງກໍຕັ້ງບັນຫາວ່າ: ເຮົາໄດ້ຮຽນຮູ້ຫຍັງແດ່ຈາກການລະບາດຂອງພະຍາດໂຄວິດ-19 ທັງເຊື່ອວ່າການລະບາດຂອງພະຍາດນີ້ ເປັນບັນຫາເຊື່ອມໂຍງຂອງການພັດທະນາທີ່ທຳລາຍສິ່ງແວດລ້ອມ ແລະ ວິກິດຂອງລະບົບເສດຖະກິດທຶນນິຍົມ…
ຕ້ອງມີຈັນຍາບັນ ແລະ ມາລະຍາດໃນອາຊີບ
ໃນສັງຄົມປັດຈຸບັນ ຄົນໃນທຸກໆອາຊີບຕ້ອງມີຈັນຍາບັນ ມີມາລະຍາດສະເພາະ ຈຶ່ງຈະມີຄວາມຍືນຍົງໃນວິຊາຫາກິນ ຕົວຢ່າງ: ຖ້າເປັນໂຊເຟີລົດແທັກຊີ ຫຼື ລົດຕຸກໆ ທີ່ໃຫ້ບໍລິການຄົນໂດຍສານນັ້ນ ກໍຕ້ອງປະຕິບັດຕົນໃຫ້ເໝາະສົມ ເຊັ່ນ ເວລາຢຸດລົດຮັບຜູ້ໂດຍສານ ໂຊເຟີກໍຕ້ອງລົງລົດມາຕ້ອນຮັບແຂກ ຫຼື ຍົກເຄື່ອງຂອງຊ່ວຍ ກ່ອນຈະຂັບລົດອອກໄປກໍຕ້ອງແນ່ໃຈວ່າ…
ອາຫານ 4 ຊະນິດ ຊ່ວຍກຳຈັດ “ໄຂມັນຮ້າຍ” ເພີ່ມ “ໄຂມັນດີ” ໃຫ້ຮ່າງກາຍ
ເຖິງວ່າ “ໄຂມັນ” ເປັນໂທດຕໍ່ຮ່າງກາຍ ແຕ່ຍັງມີໄຂມັນອີກແບບທີ່ຈຳເປັນຕໍ່ຮ່າງກາຍຢູ່ ຄື ຖ້າຈະຈຳແນກຢ່າງງ່າຍໆ ຄື ມີ “ໄຂມັນດີ” ຫຼື ເອຊດີແອລ (HDL: High Density Lipoprotein) ແລະ…
ໂທດຂອງການເປີດເຜີຍຄວາມລັບ
ບູຮານກ່າວໄວ້ວ່າ ລາຍຄົນລາຍໃນ ລາຍເສືອລາຍນອກ ແຕ່ທັງສອງລາຍກໍມີຄວາມໂຫດຮ້າຍເຊັ່ນດຽວກັນ ເພາະຫຍັງ ເພາະວ່າ ລາຍຄົນນັ້ນເບິ່ງຍາກເຫັນຍາກ ແຕ່ຫາກຢາກເບິ່ງຄັກໆແມ່ນຕ້ອງເຫຼົ້າຖອກໃສ່ປາກ ແມ່ນສາມາດຮູ້ໂລດວ່າຄົນຜູ້ນັ້ນມີລາຍແນວໃດ ໂດຍສະເພາະ ການສະແດງປະຕິກິລິຍາໃນເວລາມຶນເມົານັ້ນ ສະແດງວ່າເຮົາຮູ້ກັນໄດ້ແຕ່ໜ້າ ບໍ່ຮູ້ວ່າຈິດໃຈຄິດຢ່າງໃດ ພວກເຮົາເຫັນນຳກັນທຸກມື້ ຢູ່ນຳກັນທຸກມື້ ສຸດທ້າຍຜັດໄປກໍ່ເຫດ…
ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກກະຊວງປ້ອງກັນປະເທດ ອັດລົງດ້ວຍຜົນສຳເລັດອັນຈົບງາມ
ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກກະຊວງປ້ອງກັນປະເທດ ພາຍໃຕ້ຄຳຂວັນ “ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ແລະ ປອດໄພ ຕັ້ງໜ້າປັບປຸງ ກໍ່ສ້າງກອງທັບປະຊາຊົນລາວທັງ 3 ປະເພດກຳລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ຈົງຮັກພັກດີຕໍ່ພັກຕໍ່ລະບອບໃໝ່ ຕໍ່ປະເທດຊາດ…