ບໍລິສັດຄົມປັນຍາ ເອັນເຕີເທັນເມັນ ແອນ ອໍແກໄນເຊີ ຈຳກັດ ຮ່ວມກັບພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໂດຍໄດ້ຮັບການສະໜັບສະໜູນຈາກບໍລິສັດເບຍລາວ ຈຳກັດ ຈັດມະຫະກຳວາງສະແດງງານແຕ່ງດອງ ເພື່ອຊຸກຍູ້ສົ່ງເສີມວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ຂຶ້ນວັນທີ 19-22 ພະຈິກ 2020 ຢູ່ຫໍປະຊຸມແຫ່ງຊາດ ມີທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກ ຖວທ ນວ ທ່ານ ຄົມປັນຍາ ເພັງວິໄນຍາ ຜູ້ອຳນວຍບໍລິສັດຄົມປັນຍາ ເອັນເຕີເທັນເມັນ ແອນ ອໍແກໄນເຊີ ຈຳກັດ ທ່ານ ຈັນທະໝອນ ຜ່ອງຈັນທາ ຜູ້ຈັດການຝ່າຍການຕະຫຼາດ ບໍລິສັດເບຍລາວ ຈຳກັດ ພ້ອມດ້ວຍຄະນະຮັບຜິດຊອບຈັດງານ ແລະ ແຂກຖືກເຊີນເຂົ້າ.

ທ່ານ ພອນຈັນ ແພງພູວັນ ກ່າວວ່າ: ເພື່ອຊຸກຍູ້ສົ່ງເສີມ ແລະ ຮັກສາປະເພນີວັດທະນະທຳອັນດີງາມຂອງຊາດໃຫ້ຄົງຢູ່ກັບປະຊາຊົນຄົນລາວຕະຫຼອດໄປ ເຊິ່ງໄລຍະຜ່ານມາ ພັກ ແລະ ລັດຖະບານໄດ້ໃຫ້ຄວາມສຳຄັນ ແລະ ຖືເອົາວຽກງານວັດທະນະທຳ ເປັນວຽກງານສຳຄັນ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ພ້ອມທັງຍົກໃຫ້ເຫັນຄຸນຄ່າ ແລະ ຄວາມສຳຄັນຂອງວັດທະນະທຳລາວ ແລະ ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການຟື້ນຟູ ແລະ ເສີມຂະຫຍາຍວັດທະນະທຳແຫ່ງຊາດ ຕີຖອຍ ແລະ ລືບລ້າງຮ່ອງຮອຍວັດທະນະທຳທີ່ເສື່ອມຊາມ ຫຍໍ້ທໍ້ ແລະ ປຸກລະດົມຊຸກຍູ້ສົ່ງເສີມ ສ້າງຂະບວນການທາງດ້ານວັດທະນະທຳໃຫ້ໄປຕາມທິດ ສ້າງວັດທະນະທຳທີ່ມີລັກສະນະຊາດ ລັກສະນະມະຫາຊົນ ແລະ ກ້າວໜ້າທັນສະໄໝ ເພື່ອເສີມສ້າງໃຫ້ວັດທະນະທຳຂອງຊາດລາວນັບມື້ອຸດົມສົມບູນ ແລະ ມີຫຼາຍຮູບຫຼາຍສີ ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນສີວິໄລ.

ການຈັດງານວາງສະແດງຄັ້ງນີ້ ຍັງເປັນການໃຫ້ກຳລັງໃຈຜູ້ທີ່ກຳລັງຫ້າງຫາກະກຽມຈະສ້າງຄອບຄົວໃໝ່ ຜູ້ທີ່ມີຄວາມສົນໃຈ ໄດ້ເຂົ້າມາທ່ຽວຊົມ ສຳຜັດ ແລະ ຮຽນຮູ້ກັບຮີດຄອງປະເພນີການແຕ່ງດອງຂອງງານດັ່ງກ່າວ ເຊິ່ງທາງຄະນະຮັບຜິດຊອບຈັດງານ ໄດ້ນຳເອົາບັນດາບໍລິສັດ ຫ້າງຮ້ານ ພັດຕາຄານ ໂຮງແຮມທີ່ຮັບຈັດງານແຕ່ງດອງ ມາວາງສະແດງໃນງານກວ່າ 140 ບູດ ລວມໄປເຖິງການສາທິດພິທີກຳຕ່າງໆໃນການຈັດງານດອງໃຫ້ຜູ້ທີ່ສົນຮຽນຮູ້.

ການແຕ່ງດອງ ເປັນລຳດັບຂອງຊີວິດຂັ້ນທີ 3 ແມ່ນການສົມສູ່ຢູ່ກິນຮ່ວມກັນຂອງຊາຍກັບຍິງ ທີ່ເຮົາເອີ້ນກັນຕາມຄຳທຳມະດາວ່າ: ເອົາກັນເປັນຜົວເມຍ ເພື່ອໃຫ້ມີລູກເຕົ້າສືບໜໍ່ແທນແນວ ການແຕ່ງດອງມີຫຼາຍຂັ້ນຕອນເຊັ່ນ: ການສູ່ຂໍ ການແຫ່ເຂີຍ ການຜູກຂໍ້ຕໍ່ແຂນ ການເຂົ້າເຮືອນຫໍ ຮີດຜົວຄອງເມຍ ແລະ ອື່ນໆ.


# ຂ່າວ & ພາບ: ລັດເວລາ