ໂຄວິດ-19 ໃຫ້ເຮົາຮູ້ຫຍັງແດ່ ?

ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໄດ້​ໃຫ້​ພວກ​ເຮົາ​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ການ​ພັດ­ທະ­ນາ​ຂອງ​ໂລກ​ພວກ​ເຮົາ ທີ່​ແລ່ນ­ນຳ​ຕົວ​ເລກ GDP ແລ້ວ​ພາ­ກັນ​ໄປ​ທຳ­ລາຍ​ສິ່ງ­ແວ­ດລ້ອມ ການ​ໃຊ້​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ມາ​ສະ­ໜອງ​ຄວາມ​ຕ້ອງ­ການ​ເກີນ​ຂອບ​ເຂດ.

ຜ່ານ​ການ​ຕິດ­ຕາມ​ຂໍ້​ມູນ-ຂ່າວ­ສານ​ກ່ຽວ​ກັບ​ບັນ­ຫາ​ນີ້ ຫຼາຍ​ຝ່າຍ​ໃນ​ໂລກ​ບໍ່​ວ່າ​ນັກ­ວິ­ທະ­ຍາ­ສາດ ກໍ​ຄື ນັກ​ສັງ­ຄົມ​ສົງ­ເຄາະ​ຕ່າງ​ກໍ​ຕັ້ງ​ບັນ­ຫາ​ວ່າ: ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ທັງ​ເຊື່ອ​ວ່າ­ການ​ລະ­ບາດ​ຂອງ​ພະ­ຍາດ​ນີ້ ເປັນ​ບັນ­ຫາ​ເຊື່ອມ​ໂຍງ​ຂອງ​ການ​ພັດ­ທະ­ນາ​ທີ່​ທຳ­ລາຍ​ສິ່ງ­ແວ­ດລ້ອມ ແລະ ວິ​ກິດ​ຂອງ​ລະ­ບົບ​ເສດ­ຖະ­ກິດ​ທຶນ​ນິ­ຍົມ ອຸດ­ສາ­ຫະ­ກຳ​ຂ້າມ​ຊາດ ເປັນ​ຕົວ​ການ​ໜັງ­ສື­ພິມ​ແນວ​ໜ້າ​ຂອງ​ປະ­ເທດ​ໄທ ລົງ​ວັນ​ທີ 3 ກັນ­ຍາ 2020 ໃນ​ຄໍ​ລຳ​ເວ­ທີ​ອິດ­ສະ­ຫຼະ​ໄດ້​ຂຽນ​ບົດ​ໃນ​ຫົວ­ຂໍ້ Social Growth ມີ​ບາງ​ຈຸດ​ຂຽນ​ວ່າ: ໃນ​ໄລ­ຍະ 30-40 ປີ­ຜ່ານ­ມາ ໂລກ​ໄດ້​ມຸ່ງ​ພັດ­ທະ­ນາ​ທາງ​ເສດ­ຖະ­ກິດ​ເປັນ​ຫຼັກ ໂດຍ​ມີ​ການ​ວັດ​ຄວາມ​ຈະ­ເລີນ​ກ້າວ­ໜ້າ​ຂອງ​ໂລກ​ໂດຍ​ລວມ ແລະ ປະ­ເທດ​ໃດ​ໜຶ່ງ​ດ້ວຍ​ຕົວ​ເລກ​ທາງ​ເສດ­ຖະ­ກິດ​ຈະ­ເລີນ​ເຕີບ​ໂຕ​ຊ່ຳ​ໃດ ? ເຊິ່ງ​ຖື​ເອົາ​ຜົນ​ຜະ­ລິດ​ມວນ​ລວມ​ປະ­ຊາ­ຊົນ​ຈັກ​ເປີ­ເຊັນ​ຕໍ່​ປີ (Gross Domestic Product=GDP) ກໍ​ຄື ລາຍ​ໄດ້​ຫົວ​ຄົນ​ຕໍ່​ປີ​ເປັນ​ຫຼັກ​ບໍ່​ມີ​ການ​ຕັ້ງ​ບັນ­ຫາ​ທາງ​ດ້ານ​ສາ­ທາ­ລະ­ນະ​ອຸ­ປະ­ໂພກ​ທົ່ວ​ເຖິງ ຫຼື ບໍ່ ? ບໍ່​ພິ­ຈາ­ລະ­ນາ​ວ່າ­ການ​ຈະ­ເລີນ​ເຕີບ​ໂຕ​ນັ້ນ​ເກີດ​ຂຶ້ນ​ໃນ​ຂະ­ແໜງ​ໃດ ເຊັ່ນ: ພາກ​ກະ­ສິ­ກຳ ຫຼື ອຸດ­ສາ­ຫະ­ກຳ ພາກ​ບໍ­ລິ­ການ ຫຼື ພາກ​ການ​ເງິນ-ຕະ­ຫຼາດ​ຮຸ້ນ-ຕະ­ຫຼາດ​ເງິນ­ຕາ ເປັນ­ຕົ້ນ ບໍ່​ມີ​ການ​ລົງ​ເລິກ​ວິ­ເຄາະ​ວ່າ ຄວາມ​ຮັ່ງ­ມີ​ທີ່​ເກີດ​ຂຶ້ນ​ມີ​ການ​ກະ­ຈາຍ ຫຼື ການ​ກະ​ຈຸກ​ຕົວ​ຢູ່​ໃສ​ແດ່ ? ຊົນ­ນະ­ບົດ ຫຼື ຕົວ​ເມືອງ ເຮັດ​ໃຫ້​ຮູ້​ວ່າ­ຄວາມ​ຮັ່ງ­ມີ​ນັ້ນ ກະ​ຈຸກ​ຢູ່​ເປັນ​ກຸ່ມ​ຄົນ​ໜ້ອຍ​ດຽວ ແຕ່​ຄົນ​ທຸກ​ກະ­ຈາຍ​ໄປ​ທົ່ວ ເຊິ່ງ​ພາ­ໃຫ້​ເກີດ​ຄວາມ​ເຫຼື່ອມ​ລ້ຳ​ໃນ​ສັງ­ຄົມ​ຂົ້ວ​ຮັ່ງ-ຂົ້ວ​ທຸກ ຜັນ​ແຍກ​ຫ່າງ​ກັນ​ນັບ​ມື້ ສະ­ຫຼຸບ​ວ່າ: ການ​ເບິ່ງ​ຕົວ​ເລກ​ພັດ­ທະ­ນາ​ທາງ​ເສດ­ຖະ­ກິດ​ນັ້ນ ເປັນ​ການ​ເບິ່ງ​ບັນ­ຫາ​ໂລກ​ບໍ່​ສົມ­ບູນ​ແບບ ຕ້ອງ​ວັດ​ກັນ​ດ້ວຍ​ຄຸນ​ນະ​ພາບ​ຊີ­ວິດ​ທີ່​ໝັ້ນ­ຄົງ ແລະ ສັກ­ສິດ​ແຫ່ງ​ຄວາມ​ເປັນ​ມະ­ນຸດ​ນຳ​ອີກ​ດ້ວຍ.

ນັ້ນ​ແມ່ນ​ບາງ​ຄຳ​ສັງ­ເກດ​ຂອງ​ຄໍ​ລຳ​ນິ​ສ ສ່ວນ​ນັກ­ວິ­ທະ­ຍາ­ສາດ​ສັງ­ຄົມ​ໃນ​ໂລກ​ຕ່າງ​ກໍ​ຕັ້ງ​ບັນ­ຫາ​ວ່າ: ການ​ພັດ­ທະ­ນາ​ທີ່​ທຳ­ລາຍ​ສິ່ງ­ແວ­ດລ້ອມ ໂດຍ​ການ​ໃຊ້​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ມາ​ສະ­ໜອງ​ຄວາມ​ຕ້ອງ­ການ​ຂອງ​ຄົນ​ຫຼາຍ​ຂຶ້ນ ເຮັດ​ໃຫ້​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ຄົນ​ຈຳ­ນວນ​ໜຶ່ງ​ດີ​ຂຶ້ນ ອາ­ຍຸ​ຍືນ​ກວ່າ​ເກົ່າ ເຄື່ອງ­ໃຊ້​ສອຍ​ທັນ​ສະ­ໄໝ​ຍິ່ງ​ຂຶ້ນ ແຕ່​ກົງ­ກັນ­ຂ້າມ​ລະ­ບົບ​ນິ­ເວດ​ເສື່ອມ​ລົງ ບໍ່​ວ່າ​ທາງ​ໜ້າ­ດິນ ທາງ­ນ້ຳ-ທາງ​ທະ­ເລ ທາງ​ອາ­ກາດ ເຮັດ​ໃຫ້​ພາ­ວະ​ໂລກ​ຮ້ອນ​ເພີ່ມ​ຂຶ້ນ​ຮຸນ​ແຮງ ພາ­ຍຸ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ທັງ​ໝົດ​ນັ້ນ​ແມ່ນ​ການ​ແກ້­ແຄ້ນ​ຂອງ​ທຳ​ມະ​ຊາດ​ຕໍ່​ມະ­ນຸດ ລວມ​ເຖິງ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19.

ພວກ​ເຂົາ​ບອກ​ວ່າ: ລະ­ບົບ​ທຶນ​ນິ­ຍົມ​ອຸດ­ສາ­ຫະ­ກຳ ໄດ້​ພັດ­ທະ­ນາ​ເປັນ​ທຶນ​ຂ້າມ​ຊາດ (ໂລ­ກາ​ພິ​ວັດ) ທີ່​ໃຫ້​ຄົນ​ເດີນ­ທາງ​ຕິດ­ຕໍ່​ກັນ​ຫຼາຍ​ຂຶ້ນ ທັງ​ເປັນ​ການ​ເອື້ອ​ອຳ­ນວຍ​ຕໍ່​ການ​ແຜ່​ລະ­ບາດ​ໄດ້​ຢ່າງ​ກວ້າງ­ຂວາງ ແລະ ວ່ອງ­ໄວ ເພາະ​ຄົນ​ເດີນ­ທາງ​ຈາກ​ປະ­ເທດ​ໜຶ່ງ​ໄປ​ອີກ​ປະ­ເທດ​ໜຶ່ງ​ຫຼວງ­ຫຼາຍ ສະ­ນັ້ນ ບັນ­ຫາ​ຄົນ​ຕິດ­ເຊື້ອ​ໂຄ​ວິດ-19 ຫຼາຍ​ທີ່​ສຸດ​ແມ່ນ​ໃນ​ເມືອງ​ໃຫຍ່​ທີ່​ມີ​ການ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ​ສູງ-ມີ​ການ​ຄ້າ-ການ​ບໍ­ລິ­ການ ປະ­ຊາ­ກອນ​ເຂົ້າ​ມາ​ສຶກ​ສາ​ຮ່ຳ­ຮຽນ ຄົນ​ເຮັດ​ວຽກ​ເຮັດ​ງານ​ຫຼວງ­ຫຼາຍ​ພາ­ໃຫ້​ທີ່­ຢູ່​ອາ­ໄສ​ແອ​ອັດ ເພາະ​ຄ່າ​ທີ່­ຢູ່​ອາ­ໄສ​ແພງ… ລັດ­ຖະ­ບານ​ທຶນ​ນິ­ຍົມ​ເນັ້ນ​ການ​ພັດ­ທະ­ນາ​ໂຄງ​ສ້າງ​ພື້ນ­ຖານ ເຊັ່ນ: ຄົມ­ມະ­ນາ­ຄົມ ພະ­ລັງ­ງານ ການ​ຂົນ­ສົ່ງ ສື່­ສານ​ເພື່ອ​ໃຫ້​ພາກ​ອຸດ­ສາ­ຫະ­ກຳ​ເຕີບ​ໂຕ ສ່ວນ​ການ​ລົງ­ທຶນ​ດ້ານ​ວັດ­ທະ­ນະ­ທຳ-ສັງ­ຄົມ ແລະ ສາ­ທາ­ລະ­ນະ​ສຸກ​ມີ​ໜ້ອຍ​ກວ່າ ຈຶ່ງ​ເຮັດ​ໃຫ້​ຮັບ​ມື​ການ​ລະ­ບາດ​ຂອງ​ໂຄ​ວິດ-19 ບໍ່​ທັນ ເປັນ­ຕົ້ນ ໃນ​ຊຸມ​ຊົນ​ແອ​ອັດ ທີ່​ພັກ​ຄົນ​ອາ­ຍຸ​ສູງ ຄົນ​ຊະ­ລາ​ພາບ.

ສະ­ນັ້ນ ຈຶ່ງ​ມີ​ການ​ສົນ­ທະ­ນາ​ກັນ​ວ່າ​ຈະ​ຕ້ອງ​ປະ­ຕິ​ຮູບ​ລະ­ບົບ​ເສດ­ຖະ­ກິດ​ໃໝ່ ຫຼຸດ­ຜ່ອນ​ການ​ເພິ່ງ​ພາ​ທຶນ​ນິ­ຍົມ​ຂ້າມ​ຊາດ​ທຸກ​ດ້ານ ຫັນ​ສູ່​ແນວ­ທາງ​ເສດ­ຖະ­ກິດ​ລະ­ບົບ​ນິ­ເວດ (Ecological Economics) ເນັ້ນ​ພາກ​ກະ­ສິ­ກຳ​ເປັນ​ຫຼັກ ຫຼຸດ­ຜ່ອນ​ການ​ແລ່ນ­ນຳ​ຕົວ​ເລກ GDP.

ມີ​ບາງ​ປະ­ເທດ ໂດຍ​ສະ­ເພາະ ປະ­ເທດ​ທີ່​ເດີນ​ຕາມ​ເສັ້ນ­ທາງ​ສັງ­ຄົມ​ນິ­ຍົມ ສາ­ມາດ​ຄວບ​ຄຸມ​ສະ­ຖາ­ນະ​ການ​ພະ­ຍາດ​ລະ­ບາດ​ໂຄ​ວິດ-19 ໄດ້​ເປັນ​ຢ່າງ​ດີ ມີ​ການ​ຜະ­ລິດ​ວັກ​ຊິນ​ອອກ​ມາ​ຢ່າງ​ມີ​ຜົນ­ສຳ­ເລັດ ເຊິ່ງ​ສະ­ແດງ​ເຖິງ​ລະ­ບອບ​ການ­ເມືອງ​ທີ່​ເຂັ້ມ­ແຂງ ການ​ຄຸ້ມ​ຄອງ​ທີ່​ດີ​ນັ້ນ ພວກ​ລັດ­ຖະ­ບານ​ທຶນ​ນິ­ຍົມ​ກໍ​ຍັງ​ບໍ່​ຍອມ­ຮັບ​ຢູ່​ດີ ສະ­ນັ້ນ ຈຶ່ງ​ຢ່າ​ໄປ​ຫວັງ​ວ່າ​ເສດ­ຖະ­ກິດ​ຂອງ​ໂລກ ໂດຍ​ສະ­ເພາະ ທຶນ​ນິ­ຍົມ ອຸດ­ສາ­ຫະ­ກຳ ແລະ ວິ­ຖີ​ຊີ­ວິດ​ການ​ບໍ­ລິ­ໂພກ​ນິ­ຍົມ​ຈະ​ກັບ​ມາ​ຄື­ເກົ່າ ຫຼື ໃກ້​ຄຽງ.

ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ມັນ​ເຮັດ​ໃຫ້­ການ​ແນມ​ເບິ່ງ​ລະ­ບົບ​ບໍ­ລິ­ຫານ​ຂອງ​ສອງ​ລະ­ບອບ​ການ­ເມືອງ​ຢ່າງ​ຈະ­ແຈ້ງ ຄື: ການ​ພັດ­ທະ­ນາ​ການ​ແບບ​ທຶນ​ນິ­ຍົມ ແລະ ສັງ­ຄົມ​ນິ­ຍົມ ທັງ​ໝົດ​ນັ້ນ​ຄື​ບາງ​ຂໍ້​ມູນ​ທີ່​ນຳ​ມາ​ແລກ­ປ່ຽນ ເພື່ອ​ຈະ​ໄດ້​ຮູ້​ວ່າ­ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໄດ້​ໃຫ້​ເຮົາ​ຮູ້​ຫຍັງ​ແດ່ ?.

ໂດຍ: ແນວ​ລາວ

error: Content is protected !!