ໂຮງຮຽນກ້າວໜ້າ ຈັດງານສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງອົບອຸ່ນ ພ້ອມເຊີດຊູບຸນຄຸນຄູ

    ໃນວັນທີ 9 ຕຸລາ 2026 ໂຮງຮຽນກ້າວໜ້າ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 32 ປີ ທ່າມກາງບັນຍາກາດອົບອຸ່ນ ແລະ ປະທັບໃຈ ເພື່ອເຊີດຊູພະຄຸນຄູ ພ້ອມທັງສົ່ງເສີມຈິດສຳນຶກດ້ານຄວາມກະຕັນຍູ ແລະ ການເຄົາລົບຮັກຄູ-ອາຈານ ຜູ້ອຸທິດຕົນເພື່ອພັດທະນາຄວາມຮູ້ ແລະ ສ້າງຄົນຮຸ່ນໃໝ່ໃຫ້ແກ່ສັງຄົມ ພິທີດັ່ງກ່າວ ມີທ່ານ ອຳພອນ ພັນທະວົງ ຫົວໜ້າຂະແໜງສາມັນສຶກສາ ພະແນກສຶກສາທິການ ແລະ ກີລາ ນວ ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ທ່ານ ບຸນໄຫວ ຫຼວງລາດ ຜູ້ອຳນວຍການໂຮງຮຽນກ້າວໜ້າ ພ້ອມດ້ວຍຄະນະອຳນວຍການ ແຂກຖືກເຊີນ ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

    ການຈັດງານໃນຄັ້ງນີ້ ມີຈຸດປະສົງເພື່ອລະນຶກເຖິງມູນເຊື້ອອັນດີງາມ ແລະ ຄຸນງາມຄວາມດີຂອງຄູ-ອາຈານ ຜູ້ທີ່ທຸ່ມເທທັງກຳລັງກາຍ ກຳລັງໃຈ ແລະ ສະຕິປັນຍາ ໃນການສິດສອນ ອົບຮົມບົ່ມສອນ ແລະ ຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນ ເພື່ອຫຼໍ່ຫຼອມໃຫ້ເຕີບໃຫຍ່ເປັນພົນລະເມືອງທີ່ມີຄຸນນະພາບ ມີຄວາມຮູ້ ຄວາມສາມາດ ແລະ ມີຄຸນສົມບັດທີ່ດີ ພ້ອມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ.

    ພາຍໃນງານ ໄດ້ມີການອ່ານສານອວຍພອນ ທົບທວນປະຫວັດຄວາມເປັນມາ ແລະ ຄວາມສຳຄັນຂອງວັນຄູແຫ່ງຊາດ ພ້ອມທັງສະຫຼຸບຕີລາຄາຜົນງານດ້ານການຮຽນ-ການສອນໃນໄລຍະຜ່ານມາ ແລະ ກຳນົດທິດທາງແຜນການຕໍ່ໜ້າຂອງໂຮງຮຽນກ້າວໜ້າ ນອກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຄຳໂອ້ລົມ ແລະ ທິດຊີ້ນຳຈາກຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ເພື່ອຊຸກຍູ້ການຍົກສູງຄຸນນະພາບການສຶກສາ ໃຫ້ມີປະສິດທິຜົນດີຂຶ້ນຢ່າງຕໍ່ເນື່ອງ.

ບັນຍາກາດພາຍໃນງານຍັງເຕັມໄປດ້ວຍສີສັນ ຈາກການສະແດງສິລະປະຂອງນ້ອງໆນັກຮຽນ ທີ່ສື່ເຖິງຄວາມຮັກ ຄວາມເຄົາລົບ ແລະ ຄວາມຊາບຊຶ້ງໃນພະຄຸນຂອງຄູ-ອາຈານ ໃນໂອກາດອັນມີຄວາມໝາຍນີ້ ຍັງໄດ້ມີການມອບໃບຍ້ອງຍໍໃຫ້ແກ່ຄູ-ອາຈານ ເພື່ອເປັນການເຊີດຊູຜົນງານ ແລະ ຄວາມທຸ່ມເທໃນການສິດສອນ ພ້ອມທັງມອບໃບປະກາດສະນີຍະບັດໃຫ້ແກ່ນັກຮຽນທີ່ຈົບຊັ້ນ ປ5 ມ4 ແລະ ມ7 ອີກໜຶ່ງພາບປະທັບໃຈ ແມ່ນການທີ່ຕົວແທນນັກຮຽນໄດ້ນໍາດອກໄມ້ ແລະ ຂອງຂວັນມາມອບໃຫ້ຄູ-ອາຈານ ເພື່ອສະແດງຄວາມກະຕັນຍູ ຮູ້ບຸນຄຸນ ແລະ ຂອບໃຈຕໍ່ຜູ້ທີ່ໄດ້ອົບຮົມສັ່ງສອນ ມອບຄວາມຮູ້ ແລະ ຊີ້ນຳແນວທາງໃນການດຳເນີນຊີວິດແກ່ລູກສິດ.

    ການຈັດພິທີສະຫຼອງວັນຄູແຫ່ງຊາດຄັ້ງນີ້ ບໍ່ພຽງແຕ່ເປັນການສະແດງຄວາມເຄົາລົບ ແລະ ສໍານຶກໃນພະຄຸນຂອງຄູ-ອາຈານເທົ່ານັ້ນ ແຕ່ຍັງເປັນການປູກຝັງຄຸນສົມບັດດ້ານສິນທຳ ຄວາມກະຕັນຍູ ແລະ ການໃຫ້ກຽດຜູ້ມີພະຄຸນແກ່ນັກຮຽນ ພ້ອມທັງເສີມສ້າງສາຍສຳພັນອັນດີລະຫວ່າງຄູ ແລະ ສິດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ອັນເປັນພື້ນຖານສຳຄັນໃນການສ້າງຄົນດີ ຄົນເກ່ງ ແລະ ພັດທະນາການສຶກສາໃຫ້ກ້າວໜ້າຢ່າງຍືນຍົງ.

error: Content is protected !!