
ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກກະຊວງປ້ອງກັນປະເທດ ພາຍໃຕ້ຄຳຂວັນ “ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ແລະ ປອດໄພ ຕັ້ງໜ້າປັບປຸງ ກໍ່ສ້າງກອງທັບປະຊາຊົນລາວທັງ 3 ປະເພດກຳລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ຈົງຮັກພັກດີຕໍ່ພັກຕໍ່ລະບອບໃໝ່ ຕໍ່ປະເທດຊາດ ແລະ ປະຊາຊົນ” ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 19 ພະຈິກ 2020 ເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ມີບັນດາສະຫາຍຄະນະເລຂາທິການສູນກາງພັກ ກຳມະການສູນກາງພັກ ຄະນະຈັດຕັ້ງສູນກາງພັກ ຄະນະກວດກາສູນກາງພັກ ບັນດາສະຫາຍຄະນະພັກກະຊວງ ຄະນະພັກນະຄອນຫຼວງ ກະຊວງປ້ອງກັນຄວາມສະຫງົບ ສະຫະພັນນັກຮົບເກົ່າ ພະນັກງານປະຕິວັດອາວຸໂສ ວິລະຊົນແຫ່ງຊາດ ນັກຮົບແຂ່ງຂັນ ພ້ອມດ້ວຍຜູ້ແທນກອງປະຊຸມ 253 ສະຫາຍ ເພດຍິງ 2 ສະຫາຍ.

ຕະຫຼອດໄລຍະດຳເນີນກອງປະຊຸມ ບັນດາສະຫາຍຜູ້ແທນໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ເຂົ້າໃນການຄົ້ນຄວ້າປະກອບຄຳເຫັນຕໍ່ບົດລາຍງານການເມືອງ ຂອງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະສະຫຼຸບຕີລາຄາການນຳພາຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຊາດ ກໍຄືການປັບປຸງກໍ່ສ້າງກຳລັງກອງທັບໃນຊຸມປີຜ່ານມາ ພ້ອມທັງຮັບຮອງເອົາທິດທາງແຜນການວຽກງານຈຸດສຸມໃນ 5 ປີຕໍ່ໜ້າ (2021-2025) ພ້ອມນັ້ນ ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງປ້ອງກັນປະເທດຈຳນວນ 33 ສະຫາຍ ແລະ ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ.

ກອງປະຊຸມຄົບຄະນະຄັ້ງປະຖົມມະລືກຂອງຄະນະບໍລິຫານງານພັກກະຊວງສະໄໝທີ V ໄດ້ເປັນເອກະພາບເລືອກເອົາຄະນະປະຈຳຄະນະພັກກະຊວງປ້ອງກັນປະເທດ ຈຳນວນ 11 ສະຫາຍ ໃນນີ້ ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ເປັນເລຂາຄະນະພັກ ສະຫາຍ ພົນໂທ ທອງລອຍ ສີລິວົງ ເປັນຮອງເລຂາຄະນະພັກ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ເປັນຮອງເລຂາຄະນະພັກ ພ້ອມນັ້ນໄດ້ເລືອກເອົາສະຫາຍພົນຕີ ສອນທອງ ພົມລາວົງ ເປັນປະທານກວດກາພັກ ສະຫາຍ ພັນເອກ ຈັນດີ ສີລິວົງສັກ ແລະ ສະຫາຍ ພັນເອກ ທອງດຳ ພົງສະຫວັດ ເປັນຮອງປະທານກວດກາ.



# ຂ່າວ & ພາບ: ຂັນທະວີ