ວັນທີ 19 ພະຈິກ 2020 ໃນໄລຍະລະຫວ່າງເຂດວຽງຈັນເໜືອຫາເຂດວຽງຈັນ ລະບົບສາຍໄຟຟ້າຊັກນຳດ້ານເທິງ (overhead lines) ສາຍທຳອິດ ຂອງເສັ້ນທາງລົດໄຟລາວ-ຈີນ ໄດ້ມີການຕິດຕັ້ງຂຶ້ນ ໝາຍຄວາມວ່າ ວິສະວະກຳຕົວຢ່າງມາດຖານຂອງເສັ້ນທາງລົດໄຟ-ຈີນ ທີ່ກໍ່ສ້າງໂດຍກົມໄຟຟ້າເສັ້ນທາງລົດໄຟຈີນວູຮັ້ນ ໄດ້ກ້າວເຂົ້າສູ່ໄລຍະທີ່ຂຸ້ນຂ້ຽວ.

ສາຍຊັກນຳດັ່ງກ່າວຂອງເສັ້ນທາງລົດໄຟ ມີຄວາມຍາວທັງໝົດ 576,079 ກິໂລແມັດ ສາຍວົງຈອນຈ່າຍໄຟຟ້າແມ່ນ 92 ກິໂລແມັດຕໍ່ເສັ້ນ ສາຍຊັກນຳເສີມແມ່ນ 615 ກິໂລແມັດຕໍ່ເສັ້ນ ເພື່ອເຮັດໃຫ້ວຽກງານກໍ່ສ້າງເຄືອຂ່າຍສາຍຊັກນຳດ້ານເທິງ ດຳເນີນໄປຢ່າງມີປະສິດທິພາບດີ ກົມໄຟຟ້າ ເສັ້ນທາງລົດໄຟຈີນວູຮັ້ນ ໄດ້ມີການປະສານງານກັບແຕ່ລະຝ່າຍຕັ້ງແຕ່ຂັ້ນລຸ່ມຫາຂັ້ນເທິງ ມີການປັບປຸງແຫຼ່ງການຕິດຕັ້ງ ມີການເປີດກອງປະຊຸມໃນຫົວຂໍ້ສະເພາະ ເພື່ອປຶກສາຫາລືໃນເລື່ອງແຜນການກໍ່ສ້າງ ມີການຈັດແຈງຂັ້ນຕອນການວາງສາຍ ກຳນົດມາດຕະການຄວາມປອດໄພ ແລະ ອື່ນໆ ເພື່ອຮັບປະກັນໃຫ້ການກໍ່ສ້າງສາຍຊັກນຳດ້ານເທິງສາຍທຳອິດຂອງເສັ້ນທາງລົດໄຟລາວ-ຈີນ ທີ່ຈະເຊື່ອມຕໍ່ພາຍໃນ ແລະ ຕ່າງປະເທດ ດຳເນີນການໄປພ້ອມກັນ ແລະ ສາມາດເຊື່ອມຕໍ່ເຂົ້າກັນໄດ້ ກ່ອນວາງສາຍ ກໍມີການກວດສອບເຕັກນິກຄວາມປອດໄພພາກສະໜາມ ກວດສອບຍານພາຫະນະ ກວດສອບກໍ້ສາຍ ແລະ ກວດເບິ່ງຄວາມຍາວທີ່ຈົ່ງໄວ້ກ່ອນລ່ວງໜ້າ ຫຼັງຈາກນັ້ນ ພະນັກງານທັງໝົດ ແລະ ຜູ້ຂັບຍານພາຫະ ນະເທິງລາງລົດໄຟ ກໍເລີ່ມດຳເນີນວຽກງານຕິດຕັ້ງດັ່ງກ່າວ ທຸກໆຄົນດຳເນີນການປ້ອງກັນຮັກສາໃນຮູບແບບ 3 ດ້ານ 1 ລະບົບ ໂດຍຜ່ານການປະສານສົມທົບຈາກແຕ່ລະຝ່າຍ ການຖອນສະໝໍ ວາງສາຍ ແລະ ລົງສະໝໍ ກໍເລີ່ມປະຕິບັດຂຶ້ນ ຈົນເຮັດໃຫ້ການວາງສາຍຊັກນຳເຊື່ອມຕໍ່ສາຍທຳອິດ ສຳເລັດໄປພ້ອມກັບໄລຍະຂອງພາຍໃນປະເທດ ອັນເປັນການເປີດສາກທີ່ດີ ແລະ ຍິ່ງໃຫຍ່ໃຫ້ແກ່ເສັ້ນທາງລົດໄຟລາວ-ຈີນ.

ເສັ້ນທາງລົດໄຟລາວ-ຈີນ ແມ່ນໂຄງການເຊື່ອມຕໍ່ລະຫວ່າງຍຸດທະສາດ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນ ແລະ ຍຸດທະສາດ “ການປ່ຽນແປງຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ມາເປັນປະເທດເຊື່ອມຕໍ່ (land lock to land link)” ຂອງລາວ ເບື້ອງເໜືອແມ່ນເລີ່ມຈາກຈຸດຊາຍແດນລາວ-ຈີນ ບໍ່ເຕັນ ແລ້ວໄປທາງດ້ານໃຕ້ຈົນຮອດນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 422,4 ກິໂລແມັດ ເສັ້ນທາງລົດໄຟນີ້ ແມ່ນກໍ່ສ້າງຕາມມາດຕະຖານ ແລະ ເຕັກນິກຂອງ ສປ ຈີນ ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ ເປັນເສັ້ນທາງລົດໄຟຂັບເຄື່ອນໂດຍໄຟຟ້າ ທີ່ໃຊ້ສຳລັບການຂົນສົ່ງສິນຄ້າ ແລະ ຜູ້ໂດຍສາຍ ເລີ່ມການກໍ່ສ້າງໃນເດືອນທັນວາ ປີ 2016 ຕາມແຜນແມ່ນເດືອນທັນວາ ປີ 2021 ສຳເລັດການກໍ່ສ້າງ ແລະ ລົດໄຟສາມາດຂັບເຄື່ອນໄດ້ເທິງລາງຢ່າງເປັນທາງການ.

(ແຫຼ່ງຂໍ້ມູນໄດ້ຈາກ: ກົມໄຟຟ້າເສັ້ນທາງລົດໄຟຈີນວູຮັ້ນ).